ມຽນມາ – ຈີນ ຈະຈັດງານວາງສະແດງສິນຄ້າຊາຍແດນ

30

ສໍານັກຂ່າວຊິນຫົວລາຍງານວ່າ: ກະຊວງການຄ້າມຽນມາ ເປີດເຜີຍເມື່ອວັນທີ 20 ພຶດສະພາຜ່ານມາວ່າ ຈະມີການຈັດງານວາງສະແດງສິນຄ້າຊາຍແດນມຽນມາ ( ລ່າສ້ຽວ ) – ຈີນ ( ຫຼິນຊາງ ) ເປັນໄລຍະເວລາ 4 ວັນ ລະຫວ່າງ 25 – 28 ພຶດສະພາ 2023 ໃນນະຄອນຫຼວງເນປິດໍ ປະເທດມຽນມາ ໂດຍເປັນການຮ່ວມມືກັນຂອງກະຊວງການຄ້າມຽນມາ ແລະ ເມືອງຫຼິນຊາງ ຂອງຈີນ.

ທ່ານ ນາງ ຕາວ ເນົາ ມູຕາ ກາພໍ ( Daw Naw Muta Kapaw ) ຜູ້ອຳນວຍການໃຫຍ່ຂອງອົງການສົ່ງເສີມການຄ້າ ກະຊວງການຄ້າ ມຽນມາ ກ່າວວ່າ: ງານສະແດງສິນຄ້ານີ້ມີຈຸດປະສົງເພື່ອສົ່ງເສີມການຮ່ວມມືທາງດ້ານການຄ້າຂອງສອງປະເທດ ແລະ ເສີມສ້າງຄວາມສຳພັນລະຫວ່າງຜູ້ຄ້າຂອງປະເທດທັງສອງ ເຊິ່ງງານນີ້ເປັນຄັ້ງທໍາອິດນັບແຕ່ມີການລະບາດຂອງໂຄວິດ – 19 ຫຼັງຈາກໄລຍະ 2 ປີຜ່ານມາ ທີ່ມີການຈັດໃນຮູບແບບອອນລາຍ.

ທ່ານ ນາງ ຕາວ ເນົາ ມູຕາ ກາພໍ ຍັງໃຫ້ຮູ້ວ່າ: ງານວາງສະແດງສິນຄ້າທີ່ຈະຈັດຂຶ້ນນີ້ ມີຮ້ານຄ້າທີ່ຈະເຂົ້າຮ່ວມຫຼາຍກວ່າ 100 ຮ້ານ. ໃນນີ້, ມາຈາກຈີນຫຼາຍກວ່າ 40 ຮ້ານ ແລະ ມາຈາກມຽນມາ ປະມານ 70 ຮ້ານ.

ຝ່າຍຈີນ ຈະວາງສະແດງຜະລິດຕະພັນຕ່າງໆໄດ້ແກ່: ຜະລິດຕະພັນກາເຟ ແລະ ຊາແມດຄາເດເມຍ, ອາຫານສຳເລັດຮູບ, ເຄື່ອງໃຊ້ໄຟຟ້າພະລັງງານແສງອາທິດ, ເຄື່ອງໃຊ້ໄຟຟ້າທົ່ວໄປ, ເຄື່ອງຄົວ ແລະ ສິນຄ້າອຸປະໂພກ – ບໍລິໂພກອື່ນໆ; ຂະນະທີ່ຝ່າຍມຽນມາ ຈະນໍາສະເໜີອັນຍະມະນີ ແລະ ເຄື່ອງປະດັບ, ຜະລິດຕະພັນໃນທ້ອງຖິ່ນ ແລະ ອີກຫຼາກຫຼາຍຜະລິດຕະພັນຈາກຈຸນລະວິສາຫະກິດ, ທຸລະກິດຂະໜາດນ້ອຍ ແລະ ກາງ.