ມົນທົນ ຊານຕົງ ຂອງຈີນ ພົບແຫຼ່ງຄໍາເພີ່ມເກືອບ 200 ໂຕນ

111

ສຳນັກຂ່າວຊິນຫົວ ລາຍງານວ່າ: ການສຳຫຼວດແຫຼ່ງຄໍາໃນມົນທົນຊານຕົງ ທາງຕາເວັນອອກຂອງຈີນ ມີຄວາມຄືບໜ້າ ເຊິ່ງເມື່ອບໍ່ດົນມານີ້ ຜູ້ຊ່ຽວຊານດ້ານຊັບພະຍາກອນບໍ່ແຮ່ ຈາກສຳນັກງານຊັບພະຍາກອນທໍາມະຊາດ ແຂວງຊານຕົງ ໄດ້ຢືນຢັນໃນເບື້ອງຕົ້ນວ່າ ມີການພົບຄໍາເພີ່ມເກືອບ 200 ໂຕນ ໃນບໍ່ຄໍາ ຊີຫຼິງ ເມືອງໄຫຼໂຈ ເຊິ່ງເປັນເມືອງໃນນະຄອນຍຽນໄຖ ແຂວງຊານຕົງ ແລະ ນີ້ໄດ້ເຮັດໃຫ້ປະລິມານຄໍາສະສົມຂອງບໍ່ຄໍາ ຊີຫຼິງ ຂຶ້ນຢູ່ລະດັບ 580 ໂຕນ.

ລາຍງານຍັງລະບຸວ່າ: ບໍ່ຄຳແຫ່ງນີ້ ມີຂະໜາດໃຫຍ່ ແລະ ມີແຮ່ຄໍາໃນປະລິມານຫຼາຍ ເຊິ່ງບໍ່ຄຳແຫ່ງນີ້ມີຄວາມຍາວ 1.996 ແມັດ ແລະ ຄວາມໜາສູງສຸດຂອງສາຍແຮ່ຢູ່ທີ່ 62,35 ແມັດ. ຂະນະມູນຄ່າຄວາມສົມບູນຂອງແຮ່ ( ຄວາມເຂັ້ມຂອງແຮ່ ) ສະເລ່ຍຢູ່ທີ່ 4,26 ກຣາມ/ໂຕນ ສາມາດເວົ້າໄດ້ວ່າ ທັງມີປະລິມານຫຼາຍ ແລະ ມີຄວາມສົມບູນສູງ. ຫາກຂຸດຄໍາ 10.000 ໂຕນຕໍ່ວັນ ສາມາດຂຸດໄດ້ຕໍ່ເນື່ອງກວ່າ 30 ປີ ແລະ ຄາດວ່າຈະມີມູນຄ່າທາງເສດຖະກິດຫຼາຍກວ່າ 2 ແສນລ້ານຢວນ.