ປະລິນຍາເອກກິດຕິມະສັກ ບໍໃຫ້ໃຊ້ “ປອ” ນຳໜ້າຊື່

394

ປະລິນຍາເອກເປັນນາມມະຍົດປະລິນຍາວິຊາຊີບ ຫຼື ວິຊາການໃດໜຶ່ງ ສ່ວນໃຫຍ່ຜູ້ຖືນາມນີ້ຕ້ອງເປັນຜູ້ທີ່ໄດ້ສຳເລັດການຄົ້ນຄວ້າສຶກສາໃນລະດັບປະລິນຍາເອກສາຂາໃດໜຶ່ງ ແລະຍັງມີສ່ວນໜ້ອຍໜຶ່ງທີ່ໄດ້ຮັບປະລິນຍາເອກຈາກຜົນງານການເຮັດວຽກຊື່ງບໍ່ໄດ້ເຂົ້າຮຽນຫຼັກສູດໃນມະຫາວິທະຍາໄລ ນັ້ນເອີ້ນວ່າ ປະລິນຍາເອກກິດຕິມະສັກ.

May be a graphic of blueprint and text that says 'Ph.D MSc BSc A-level'

ສະນັ້ນ, ເພື່ອຈຳແນກໃຫ້ຖືກລະຫວ່າງປະລິນຍາເອກສອງແບບນີ້ ໂດຍສະເພາະຄຳນຳໜ້ານາມ ໃນວັນທີ 19 ພຶດສະພາ 2023 ທີ່ຜ່ານມາ ກະຊວງສຶກສາທິການ ແລະ ກິລາ ໄດ້ອອກແຈ້ງການ ເລື່ອງການຮັບປະກາຊະນີຍະບັດປະລິນຍາເອກກິດຕິມະສັກ ແມ່ນບໍ່ໃຫ້ນ້ຳໃຊ້ ປອ. ນຳໜ້າຊື່ ໂດຍມີເນື້ອໃນລະບຸໄວ້ດັ່ງນີ້

No photo description available.
ປະກາສະນີຍະບັດປະລິນຍາເອກກິດຕິມະສັກ (Honorary Doctor) ແມ່ນ ປະກາສະນິຍະບັດ ທີ່ເປັນກຽດມອບໃຫ້ແກ່ບຸກຄົນໃດໜຶ່ງ ທີ່ມີຜົນງານດີເດັ່ນໃນຂົງເຂດວຽກງານໃດໜຶ່ງ ຊຶ່ງບໍ່ແມ່ນວຸດທິການສຶກສາຊັ້ນສູງ, ບໍ່ມີສິດນໍາໃຊ້ຊື່ຫຍໍ້ ປອ. ຂຽນນໍາໜ້າຊື່ຂອງຕົນເອງ ແລະ ບໍ່ມີຜົນຕໍ່ການປະຕິບັດນະໂຍບາຍເງິນເດືອນ.

May be a graphic

ເຊິ່ງມະຫາວິທະຍາໄລ ຫຼື ສະຖານການສຶກສາຊັ້ນສູງ ທຽບເທົ່າມະຫາວິທະຍາໄລ ສາມາດອອກປະກາສະນີຍະບັດປະລິນຍາເອກກິດຕິມະສັກໃຫ້ບຸກຄົນພາຍນອກ ຕາມເງື່ອນໄຂທີ່ສະຖານການສຶກສາຊັ້ນສູງທີ່ກ່ຽວຂ້ອງກໍານົດ ໂດຍຜ່ານການຮັບຮອງຈາກສະພາສະຖານການສຶກສາຊັ້ນສູງຂອງຕົນ ແລະ ກາເຫັນດີຂອງອົງການຈັດຕັ້ງທີ່ກ່ຽວຂ້ອງ.”

May be a graphic of text that says 'PHD'
ສະນັ້ນ, ສັບລັບຜູ້ທີ່ໄດ້ຮັບຂໍ້ສະເໜີໃນການມອບປະກາສະນີຍະບັດປະລິນຍາເອກກິດຕິມະສັກຈາກສະຖານການສຶກສາຊັ້ນສູງ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ສະເໜີຂໍຄຳເຫັນຈາກກະຊວງສຶກສາທິການ ແລະ ກິລາ ກ່ອນພິຈາລະນາຮັບເອົາປະກາສະນີຍະບັດດັ່ງກ່າວ. ສໍາລັບທ່ານທີ່ໄດ້ຮັບປະກາສະນີຍະບັດປະລິນຍາເອກກິດຕິມະສັກ ຜ່ານມາແລ້ວຫາກຕ້ອງການຂຽນນຳໜ້າຊື່, ລະບຸໃນ ນາມບັດ, ຊີວະປະຫວັດ ຫຼື ເອກະສານທາງການອື່ນໆ ໃຫ້ຂຽນວຸດທິເຕັມ(ປະລິນຍາເອກກິດຕິມະສັກ).