ສະຫະພັນເທັນນິສ ແລະ ຊ໋ອບເທັນນິສ ສະຫຼຸບຜົນງານຊີເກມ 2023 ພ້ອມໄດ້ຮັບອັດສີດເກືອບ 300 ລ້ານກີບ

80

ສະຫະພັນເທັນນິສແຫ່ງຊາດລາວ ແລະ ສະຫະພັນຊ໋ອບເທັນນິສແຫ່ງຊາດລາວ ສະຫຼຸບຜົນງານໃນການເຂົ້າຮ່ວມງານມະຫະກໍາກີລາຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ໃນລະຫວ່າງວັນທີ 5-17 ພຶດສະພາ 2023 ເຊິ່ງ ທັບນັກກີລາເທັນນິສລາວ ກໍສາມາດສ້າງຜົນງານດີກວ່າຄັ້ງທີ່ຜ່ານມາສາມາດຊະນະໄດ້ໃນກີລາເທັນນິສທີ່ເປັນກີລາສາກົນ, ສ່ວນ ຊ໋ອບເທັນນິສ ຍິງໂດດເດັ່ນກວາດໄດ້ 3 ຫຼຽນທອງ.

ພິທີດັ່ງກ່າວ ຈັດຂຶ້ນທີ່ສະໂມສະສອນເທັນນິສ ວຽງຈັນ ( ຂ້າງສະໜາມເຈົ້າອານຸວົງ ) ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກີລາ ລະດັບສູງ ກະຊວງສຶກສາທິການ ແລະ ກີລາ ທັງເປັນຫົວໜ້າຄະນະທັບນັກກີລາລາວ ໃນຊີເກມ 2023, ທ່ານ ດາວວອນ ພະຈັນທະວົງ ປະທານສະຫະພັນເທັນນິສແຫ່ງຊາດລາວ ແລະ ທ່ານ ໄຊຍະເດດ ວົງໄຊ ປະທານສະຫະພັນຊ໋ອບເທັນນິສແຫ່ງຊາດລາວ ລວມເຖິງຄະນະນໍາ, ຄູຝຶກ, ນັກກີລາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ດາວວອນ ພະຈັນທະວົງ ປະທານສະຫະພັນເທັນນິສແຫ່ງຊາດລາວ ກ່າວວ່າ: ດັ່ງທີ່ຮູ້ວ່າ ກີລາເທັນນິສ ເປັນກີລາສາກົນ ທີ່ສັງກັດໃນກີລາຂອງ ໂອແລມປິກ, ດັ່ງນັ້ນຈິ່ງເປັນສິ່ງທ້າທາຍທີ່ນັກກີລາເທັນນິສລາວ ຈະສາມາດຍາດໄດ້ຫຼຽນ, ແຕ່ຢ່າງໃດກໍຕາມ, ພວກເຮົາກໍສາມາດສ້າງຜົນງານໄດ້ດີຂຶ້ນກວ່າຄັ້ງທີ່ຜ່ານມາ ຖືເປັນການພັດທະນາ ເພາະພວກເຮົາສາມາດເອົາຊະນະນັກກີລາ ຫວຽດນາມ ໃນປະເພດຄູ່ປະສົມ ຂອງຮອບທໍາອິດ ກ່ອນຈະສາມາດໃນຮອບທີ 2 ເຖິງຈະບໍ່ໄດ້ຫຼຽນ, ແນ່ນອນພວກເຮົາຈະສືບຕໍ່ພັດທະນາຕໍ່ໆໄປ ແລະ ມີຄວາມພູມໃຈທີ່ພວກເຮົາໄດ້ຢ່າງສຸດຂີດ.

ຂະນະດຽວກັນ ທ່ານ ໄຊຍະເດດ ວົງໄຊ ປະທານສະຫະພັນຊ໋ອບເທັນນິສແຫ່ງຊາດລາວ ກ່າວວ່າ: ການເຂົ້າຮ່ວມຊີເກມຄັ້ງນີ້ ພວກເຮົາຖືກຈັດຢູ່ໃນອັບດັບທ້າຍໆຂອງ 6 ປະເທດທີ່ເຂົ້າຮ່ວມ, ແຕ່ພວກເຮົາໂຊກດີທີ່ພວກເຮົາຢູ່ໃນສາຍຂອງເຈົ້າພາບ ເຊິ່ງເຮັດໃຫ້ພວກເຮົາສາມາດຍາດຫຼຽນມາໄດ້ 3 ຫຼຽນທອງຄື: ຄູ່ຍິງ, ຄູ່ຊາຍ ແລະ ຄູ່ປະສົມ. ແນ່ນອນຕ້ອງຂໍຂອບໃຈຄູຝືກ, ຜູ້ສະໜັບສະໜູນ ແລະ ການນໍາທີ່ໄດ້ຊ່ວຍເຫຼືອຈົນເຮັດໃຫ້ພວກເຮົາປະສົບຜົນສໍາເລັດໄດ້.


ສໍາລັບ ທັບນັກກີລາເທັນນິສແຫ່ງຊາດລາວ ແລະ ຊ໋ອບເທັນນິສແຫ່ງຊາດລາວ ສົ່ງເຂົ້າຮ່ວມໃນຊີເກມ ຄັ້ງທີ 32 ຈໍານວນ 7 ລາຍການເຊັນດຽວກັນຄື: ດ່ຽວຍິງ, ດ່ຽວຊາຍ, ຄູ່ຍິງ, ຄູ່ຊາຍ, ຄູ່ປະສົມ, ທີມຍິງ ແລະ ທີມຊາຍ.
ໃນພິທີສະຫຼຸບຜົນງານທາງຜູ້ສະໜັບສະໜູນໄດ້ມອບເງິນອັດສີດທັບນັກກີລາຊ໋ອບເທັນນິສ ທີ່ສ້າງຜົນງານໂດດເດັ່ນຄວ້າ 3 ຫຼຽນທອງ ດັ່ງນີ້:
1.ທະນາຄານພັດທະນາລາວ ( LDB ) ມອບເງິນໃຫ້ 30 ລ້ານກີບ
2.ບໍລິສັດ Born To B Group ຈໍານວນ 30 ລ້ານກີບ
3.ທ່ານ ປອ. ອາຄົມເດດ ວົງໄຊ ຈໍານວນ 30 ລ້ານກີບ

4.ບໍລິສັດ ອິນຊີເທຣດດິງ ຈໍານວນ 20 ລ້ານກີບ
5.ບໍລິສັດ ສຸກປະສົງ ຈະເລີນກໍ່ສ້າງ 20 ລ້ານກີບ
6.ບໍລິສັດ ຟີນິກ ຈໍານວນ 10 ລ້ານກີບ
7.ກຸມບໍລິສັດ ຕຸ້ຍມໍເຕີ້ ການຄ້າ ( TMT Group ) ຈໍານວນ 5 ລ້ານກີບ
8.ທ່ານ ທະວີສຸກ ສີສຸລິດ ຈໍານວນ 10 ລ້ານກີບ

9.ທ່ານ ມີນ ຈໍານວນ 5 ລ້ານກີບ
10.ທ່ານ ບຸນສີ ຈໍານວນ 3 ລ້ານກີບ
11.ທ່ານ ເສິກ ຈໍານວນ 3 ລ້ານກີບ
12.ທ່ານ ຕີບ ຈໍານວນ 2 ລ້ານກີບ
13.ທ່ານ ຕະ ຈໍານວນ 2 ລ້ານກີບ

14.ທ່ານ ດວງຈັນ ຈໍານວນ 2 ລ້ານກີບ
15.ອາດິສັກ ໂພຊະນາລັກ ຈໍານວນ 5 ລ້ານກີບ
16.ທ່ານ ສູນທອນ ພົມມະຈັກ 500 ໂດລາ
17.ບໍລິສັດ ເທບຈະເລີນ ຈໍານວນ 2 ລ້ານກີບ

18.ບໍລິສັດ ຂຸນພະຈັນ ຈໍາກັດຜູ້ດຽວ ຈໍານວນ 9 ລ້ານກີບ
19.ທ່ານ ສົມພັນ ຊົມວິໄລ ຈໍານວນ 3 ລ້ານກີບ
ນອກນັ້ນ, ກໍຍັງມີພາກສ່ວນອື່ນໆອີກຈໍານວນໜຶ່ງ ເຊິ່ງຍອດລວມທີ່ໄດ້ຮັບຈາກການສະໜັບສະໜູນຄັ້ງນີ້ເປັນເງິນທັງໝົດ 283.000.000 ກີບ ແລະ 2.000 ໂດລາ
ຂ່າວ-ຮູບ: Larh Creators