ໄຊສົມບູນ-ນະຄອນຫຼວງ ແລກປ່ຽນບົດຮຽນດ້ານການຜະລິດສິນຄ້າ

139

ພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊສົມບູນ ແລະ ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມ ແລກປ່ຽນບົດຮຽນວຽກງານສົ່ງເສີມການຜະລິດສິນຄ້າ ແລະ ຈໍລະຈອນສິນຄ້າຂຶ້ນ ໃນຕອນບ່າຍຂອງວັນທີ 17 ພຶດສະພາ 2023 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ພາທໍ່ ຕົ່ງເຢີທໍ່ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງໄຊສົມບູນ ແລະ ທ່ານ ບຸນລ້ຳ ວົງສຸທິ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ, ມີຮອງປະທານສະພາການຄ້າ ແລະ ອຸດສາຫະກຳ, ມີຫົວຫນ້າຂະແຫນງ ຮອງຫົວຫນ້າຂະແຫນງ, ພະນັກງານວິຊາການ ພາຍໃນ 2 ພະແນກ ພ້ອມດ້ວຍ ຫົວໜ່ວຍທຸລະກິດ, ກຸ່ມການຜະລິດສະອາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

May be an image of 5 people, dais and text
ໃນກອງປະຊຸມ ທ່ານ ພາທໍ່ ຕົງເຢີທໍ່ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊສົມບູນ ໄດ້ປະກອບຄຳເຫັນຕໍ່ກອງປະຊຸມ ເພື່ອທົບທວນການຮ່ວມມືລະຫວ່າງ ແຂວງໄຊສົມບູນ ແລະ ນະຄອນຫລວງວຽງຈັນ ຕາມບົດບັນທຶກທີ່ໄດ້ເຊັ່ນຮ່ວມກັນ ໃນປີ 2020 ເຊິ່ງຫຼັງຈາກທີ່ໄດ້ມີການເຊັນບົດບັນທຶກດັ່ງກ່າວ ທັງ 2 ແຂວງ ກໍໄດ້ມີການປະສານງານຢ່າງເປັນປົກກະຕິ ພ້ອມທັງຜັນຂະຫຍາຍຜົນຂອງກອງປະຊຸມພົບປະແລກປ່ຽນບົດຮຽນ ດ້ານວິຊາການ ແລະ ການຮ່ວມມື ລົງສູ່ບັນດາເມືອງ ພ້ອມທັງລົງຕິດຕາມເບິ່ງສະຖານທີ່ການຜະລິດສິນຄ້າກະສິກຳຕົວຈິງ ທີ່ເຫັນວ່າມີທ່າແຮງ ເພື່ອຊຸກຍູ້ສົ່ງເສີມການຜະລິດ, ການແລກປ່ຽນສິນຄ້າ ລະຫວ່າງ ແຂວງໄຊສົມບູນ ແລະ ນະຄອນຫລວງວຽງຈັນ.

May be an image of 3 people and text

ແລະມາຮອດປັດຈຸບັນເຫັນໄດ້ວ່າ ການແລກປ່ຽນສິນຄ້າລະຫວ່າງ 2 ພາກສ່ວນ ຍັງມີການແລກປ່ຽນ-ຊື້ຂາຍ ເປັນປະຈຳ ເປັນຕົ້ນແມ່ນ ການນຳເຂົ້າຊີ້ນປາ, ຊີ້ນໝຸ, ຊີ້ນໄກ່, ເຂົ້າສານ, ໄຂ່ໄກ່ ແລະ ອື່ນໆ. ນອກຈາກນັ້ນ ແຂວງໄຊສົມບູນ ຍັງໄດ້ສົ່ງສິນຄ້າປະເພດ ໝາກກ້ຽງ, ໝາກນັດ, ໝາກຊູ, ຂີງ, ເຄື່ອງຫັດຖະກຳຈັກສານຫວາຍ ແລະ ສັດໃຫຍ່ ໄປຂາຍໃນຕະຫລາດນະຄອນຫລວງວຽງຈັນ ໂດຍການເຂົ້າມາຮັບຊື້ຂອງພໍ່ຄ້າຄົນກາງ ທີ່ເກັບຊື້ຕາມລະດູການ.

May be an image of 6 people
ໃນກອງປະຊຸມພາກສ່ວນທີ່ເຂົ້າຮ່ວມ ໄດ້ປະກອບຄຳຄິດຄຳເຫັນຕໍ່ກອງປະຊຸມ ຢ່າງກົງໄປກົງມາ ເພື່ອເປັນການຖອດຖອນບົດຮຽນຄືນບັນດາວຽກງານ, ຈຸດດີ, ຈຸດອ່ອນ ແລະ ບັນດາຂ້ໍຄົງຄ້າງເພື່ອພ້ອມກັນຕີລາຄາຄືນຢ່າງພາວະວິໄສ ເພື່ອວາງທິດທາງແຜນການໃນການຮ່ວມມືລະຫວ່າງ 2 ແຂວງ ໃຫ້ມີຄວາມຮັດກຸມ ເປັນຮູບປະທຳ ແລະ ມີປະສິດທິຜົນດີຂຶ້ນກວ່າເກົ່າໃນຕໍ່ໜ້າ ແນໃສ່ເຮັດໃຫ້ການສົ່ງເສີມຜະລິດເປັນສິນຄ້າ ຂອງປະຊາຊົນ ພາຍໃນ 2 ແຂວງ ແລະ ການຈໍລະຈອນສິນຄ້າ ມີຄວາມສະດວກສະບາຍຂຶ້ນເປັນກ້າວໆ.

May be an image of 1 person and outdoors
ໂດຍ: ຈົດໝາຍຂ່າວໄຊສົມບູນ