ວິທີການນໍາໃຊ້ສິ່ງປະດິດເຂົ້າໃນການສອນຂອງຄູວາດສະໜາ

38

ຄູ ວາດສະໜາ ແສນສຸລິສັກ ເປັນຄູຕົວແບບຜູ້ທີ່ມີຫົວຄິດປະດິດສ້າງໃນການສ້າງສື່ການສອນຈາກວັດສະດຸທີ່ຫາມາໄດ້ໃນທ້ອງຖິ່ນ ສາມາດຊ່ວຍໃຫ້ນັກຮຽນມີຄວາມສົນໃຈ ແລະ ເຂົ້າໃຈບົດຮຽນຫຼາຍຂຶ້ນ. ປັດຈຸບັນ ຄູວາດສະໜາສອນຢູ່ໂຮງຮຽນປະຖົມສຶກສາ ບ້ານໜອງເດີ່ນ ເມືອງອາດສະພອນ ແຂວງ ສະຫວັນນະເຂດ.
ນາງ ວາດສະໜາ ແສນສຸລິສັກ ຄູສອນຊັ້ນປະຖົມສຶກສາ ໃຫ້ສໍາພາດວ່າ: ບ້ານຂອງພວກເຮົາ ເປັນບ້ານຊົນເຜົ່າຜູ້ໄທທີ່ຢູ່ເຂດຫ່າງໄກສອນຫຼີກ ການສຶກສາໃນບ້ານເກີດມີຄວາມສໍາຄັນຫຼາຍເພື່ອໃຫ້ໝູ່ບ້ານມີການພັດທະນາ ແລະ ເດັກນ້ອຍທຸກຄົນໄດ້ເຂົ້າໂຮງຮຽນ ແຕ່ກໍຍັງຂາດແຄນຄູສອນ ແລະ ອຸປະກອນການຮຽນຕ່າງໆ. ດັ່ງນັ້ນ ຂ້າພະເຈົ້າຈິ່ງມີຄວາມໄຝ່ຝັນຢາກເປັນຄູເພື່ອກັບມາພັດທະນາບ້ານເກີດຂອງຕົນ ຂ້າພະເຈົ້າເປັນຜູ້ໜຶ່ງທີ່ມີໂອກາດໄດ້ຮັບທຶນການສຶກສາຂອງຄູຊົນເຜົ່າຈາກລັດຖະບານອົດສະຕາລີໂດຍຜ່ານແຜນງານບີຄວາໄປສຶກສາທີ່ມະຫາວິທະຍາໄລຄູສະຫວັນນະເຂດ ປັດຈຸບັນຂ້າພະເຈົ້າເປັນຄູສອນຊັ້ນປະຖົມສຶກສາປີທີ 2 ຮູ້ສຶກຄວາມພາກພູມໃຈຫຼາຍທີ່ເຮັດໃຫ້ຄວາມຝັນຂອງຕົນເອງເປັນຈິ່ງຄື ໄດ້ກັບມາສອນໃນຖິ່ນຖານບ້ານເກີດຂອງຕົນເອງ ປະກອບສ່ວນໃນການສຶກສາພັດທະນາໂຮງຮຽນເມືອງອາດສະພອນ ແຂວງສະຫວັນນະເຂດ.

ສິ່ງທີ່ເປັນແຮງບັນດານໃຈໃຫ້ຄູວາດສະໜາຢາກເປັນຄູຍ້ອນວ່າ ຕົນເອງຖິ່ນຖານບ້ານເກີດຢູ່ເຂດຫ່າງໄກສອນຫຼີກ ເຊິ່ງເປັນເຂດທີ່ບໍ່ທັນພັດທະນາ ໃນໂຮງຮຽນກໍຂາດເຂີນຄູສອນ ເມື່ອສິດສອນແລ້ວກໍເກີດມີຄວາມມັກຮັກອາຊີບຄູ ແລະ ມັກເດັກນ້ອຍຫຼາຍຂຶ້ນ ຍາມໃດກໍຕາມມັກຊອກຫາວິທີເຕັກນິກການສອນໃໝ່ໆເພື່ອຈະໄດ້ຖ່າຍທອດຄວາມຮູ້ໃຫ້ນັກຮຽນໄດ້ຫຼາຍທີ່ສຸດສົມກັບຈັນຍາບັນຄູວ່າ “ຮັກອາຊີບ ແພງນັກຮຽນ ຊື່ສັດບໍລິສຸດ ເປັນແບບຢ່າງນໍາໜ້າ ແລະ ພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ”. ນອກຈາກປື້ມແບບຮຽນ ແລະ ປື້ມອ່ານເສີມແລ້ວ ຄູວາດສະໜາຍັງໄດ້ຜະລິດສື່ການຮຽນການສອນເຊັ່ນ: ບັດຄໍາສັບ, ຖົງບັດທໍາ, ໄມ້ດິ້ວ, ສານກະຕໍ້ດ້ວຍໃບໝາກພ້າວ, ຜະລິດນໍ້າສີຈາກໃບໄມ້, ສື່ດັ່ງກ່າວກໍໄດ້ນໍາໃຊ້ຫຼາຍໃນວິຊາພາສາລາວ, ພາລະສຶກສາ, ສິລະປະກໍາ ແລະ ຫັດຖະກໍາ, ຄະນິດສາດ ແລະ ອື່ນໆ.
ຄູວາດສະໜາເວົ້າອີກວ່າ ການນໍາໃຊ້ອຸປະກອນໃນການຮຽນການສອນຈະຊ່ວຍໃຫ້ເດັກນ້ອຍເຂົ້າໃຈຫຼາຍຂຶ້ນ ນັກຮຽນສາມາດເຮັດກິດຈະກໍາໃນຫ້ອງຮຽນໄດ້ ແລະ ເຂົ້າໃຈຫຼາຍຂຶ້ນ ເຊິ່ງສັງເກດໄດ້ວ່ານັກຮຽນມີີສ່ວນຮ່ວມ ແລະ ມີແຮງຈູງໃຈໃນການຮຽນຕົວຢ່າງ: ນັກຮຽນມີບັນຫາກ່ຽວກັບການບວກເລກ ຂ້າພະເຈົ້າໄດ້ຊອກຫາໄມ້ດິ້ວມາໃຫ້ເຂົາເຈົ້າໄດ້ບວກເລກດ້ວຍຕົນເອງໂດຍການສໍາຜັັດໄມ້, ມີນັກຮຽນຈໍານວນໜຶ່ງທີ່ບໍ່ສາມາດຂຽນເລກແຕ່ 1-100 ໄດ້ ຂ້າພະເຈົ້າໄດ້ສ້າງເກມການໂຍນໝາກກະລັອກໃຫ້ນັກຮຽນຫຼີ້ນເພື່ອໃຫ້ນັກຮຽນໄດ້ຮັບຈໍານວນແຕ່ 1-100 ວິທີນີ້ຈະເຮັດໃຫ້ນັກຮຽນສາມາດຈື່ຈໍານວນນັ້ນໄດ້ ນອກຈາກນັ້ນ ຂ້າພະເຈົ້າຍັງໄດ້ປະດິດໂມງຈາກເສດແກັດເພື່ອມາສອນໂມງເວລາໃຫ້ນັກຮຽນຮູ້ຈັກເວລາໃນການມາໂຮງຮຽນ.

ອາຈານ ການ ແສງສຸລິຍາ ຜູ້ອໍານວຍການໂຮງຮຽນປະຖົມສຶກສາ ບ້ານໜອງເດີ່ນ ໃຫ້ສໍາພາດຕໍ່ການສອນຂອງຄູວາດສະໜາວ່າ: ຄູວາດສະໜາ ເປັນຄູທີ່ມີຄວາມໂດດເດັ່ນດ້ານຫົວຄິດປະດິດສ້າງ ໂດຍການນໍາເອົາວັດສະດຸທີ່ຫາມາໄດ້ຈາກທໍາມະຊາດ ເປັນຕົ້ນວ່າການນໍາໃຊ້ແກ່ນໝາກໄມ້, ກະແຕ້, ໃບພ້າວ…ມາຮັບໃຊ້ໃນສື່ການຮຽນການສອນ ແລະ ເຫັນວ່ານັກຮຽນໃຫ້ການຮ່ວມມື, ເຂົ້າໃຈດີ, ມີຄວາມມ່ວນຊື່ນກັບການຮຽນຫຼາຍຂຶ້ນ ແລະ ຫ້າວຫັນຕໍ່ການພັດທະນາຄວາມຮູ້ຂອງຕົນເອງ ຂ້າພະເຈົ້າຄິດວ່າຄູວາດສະໜາ ເປັນຄູແບບຢ່າງທີ່ນໍາໃຊ້ອຸປະກອນໃນທ້ອງຖິ່ນໃຫ້ມີປະໂຫຍດ ຂໍຮຽນຮ້ອງເຊີນຊວນຄູຜູ້ທີ່ສົນໃນນໍາວິທີນີ້ໄປນໍາໃຊ້ໃນການຮຽນການສອນໄດ້.
ນັບແຕ່ປີ 2019 ເປັນຕົ້ນມາ ຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ເປັນຫຼັກສູດການຮຽນການສອນທີ່ເນັ້ນເອົານັກຮຽນເປັນຈຸດໃຈກາງ ປັດຈຸບັນນັກຮຽນໄດ້ຮຽນຮູ້ຜ່ານກິດຈະກໍາດ້ວຍປະສົບການ, ການປະຕິບັດຕົວຈິງ ມີການນໍາໃຊ້ອຸປະກອນການຮຽນ ແລະ ນໍາໃຊ້ ຄວາມຮູ້ເພື່ອຊ່ວຍໃຫ້ນັກຮຽນມີສ່ວນຮ່ວມ ແລະ ຮຽນຮູ້ດ້ວຍການປະຕິບັດຕົວຈິງ ຄູສາມາດສ້າງອຸປະກອນການຮຽນການສອນດ້ວຍຊັບພະຍາກອນທີ່ມີໃນຕົວຈິງເພື່ອຊ່ວຍໃຫ້ນັກຮຽນເຂົ້າໃຈບົດຮຽນໄດ້ດີຂຶ້ນ.

[ຂໍ້ມູນຈາກ: ກະຊວງສຶກສາທິການ ແລະ ກິລາ ]