ລາວລີກ 1 ກັບມາແຂ່ງຂັນທ້າຍອາທິດນີ້, ຊ້າງນ້ອຍ – ມາສເຕີ 7 ເສີມທີມໜ້າສົນໃຈ

390

ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈໍາປີ 2013 ຈະກັບມາແຂ່ງຂັນໃນທ້າຍອາທິດນີ້ ແລະ ຈະເປັນການແຂ່ງຂັນນັດທໍາອິດຮອບຂາກັບ ( ອາທິດທີ 8 ຂອງລະດູການ 2023 ), ສ່ວນ ຊ້າງນ້ອຍ ເອັຟຊີ ທີມນໍາ ແລະ ມາສເຕີ 7 ເອັຟຊີ ເສີມໄດ້ຢ່າງໜ້າສົນໃຈ.

ຝ່າຍຈັດ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປິ 2023 ປະກາດຢ່າງເປັນທາງການວ່າ: ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ອາທິດທີ 8 ຈະກັບມາແຂ່ງຂັນໃນທ້າຍອາທິດນີ້ ຫຼັງຈາກທີິ່ພັກໄປເກືອບ 3 ອາທິດ ເນື່ອງຈາກຫຼີ້ກທາງໃຫ້ກັບລາຍການທີມຊາດ ກໍຄືໃນງານມະຫະກໍາກີລາຊີເກມ ຄັ້ງທີ 32 ທີ່ຫາກໍຈົບ ໂດຍຕາຕະລາງການແຂ່ງຂັນລາວລີກ 1 ອາທິດນີ້ປະກອບມີ:

+ ວັນເສົາ 20/05/2023
– ເວລາ 16:00 ສະໂມສອນບານເຕະ ເອສະຣາ ພົບ ສະໂມສອນບານເຕະ ວຽງຈັນ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16
+ວັນອາທິດ 21/05/2023
-ເວລາ 15:30 ສະໂມສອນບານເຕະ ນ້ຳທາ ພົບ ສະໂມສອນບານເຕະ ຊ້າງນ້ອຍ ທີ່ສະໜາມກີລາ ແຂວງຫຼວງນ້ຳທາ
-ເວລາ 16:00 ສະໂມສອນບານເຕະ ຈຳປາສັກ ພົບ ສະໂມສອນບານເຕະ ມາສເຕີ ເຊເວັ້ນ ທີ່ສະໜາມກີລາ ແຂວງຈຳປາສັກ
-ເວລາ 16:00 ສະໂມສອນບານເຕະ ຫຼວງພະບາງ ພົບ ສະໂມສອນບານເຕະ ກອງທັບ ທີ່ສະໜາມກີລາ ແຂວງຫຼວງພະບາງ

ແນ່ນອນຫຼັງຈົບການແຂ່ງຂັນເປບຊີ ລາວລີກ 1 ຮອບຂາໄປ ແຕ່ລະທີມກໍມີການເສີມທີມ ໂດຍສະເພາະ 2 ທີມຕົວເຕັງຄື:
ຊ້າງນ້ອຍ ເອັຟຊີ ທີມນໍາຕາຕະລາງຄະແນນລວມ ຈາກຜົນງານຊະນະ 7 ນັດລວດມີ 21 ຄະແນນ ໄດ້ດຶງ ສຸພັນ ຄຳໃບອ່ອນ ຈາກ ສະໂມສອນ ວຽງຈັນ ເອັຟຊີ ແລະ JUGBE DOE ຊາວໄລບີເລຍ ເຊິ່ງປີຜ່ານມາຫລິ້ນໃຫ້ກັບ ເມືອງຫາດ ຢູໄນເຕັດ ພາທີມຄວ້າແຊັມລາວລີກ 2 ທີ່ນະຄອນຫຼວງ ແລະ ເລື່ອນໄປຫຼິ້ນໃຫ້ກັບ ຫຼວງພະບາງ ເອັຟຊີ ໃນລາວລີກ 1 2022 ເຊິ່ງທັງ 2 ແມ່ນອາດິດເດັກສ້າງຂອງ ສະໂມສອນ ໄອດີຊີ ຈຳປາສັກ ຢູໄນເຕັດ.

ຂະນະທີ່ ມາສເຕີ 7 ເອັຟຊີ ທີມອັນດັບ 2 ຂອງຕາຕະລາງຄະແນນລວມ ຈາກຜົນງານ 7 ນັດທີ່ຜ່ານມາມີ 13 ຄະແນນ ໄດ້ດືງ RAFAEL RODRIGUES ກອງໜ້າຊາວບຣາຊິນ ມາຮ່ວມທີມອີກຄັ້ງ ເຊິ່ງເຄີຍສ້າງຜົນງານໂດດເດັ່ນກັບ ມາສເຕີ 7 ເອັຟຊີ ມາແລ້ວໃນປີ 2022 ແລະ ກໍຍັງໄດ້ ALLAN MACHADO ກອງໜ້າອີກຄົນໜຶ່ງຈາກບຣາຊິນ ທີ່ເຄີຍມີປະສົບການໃນບຣາຊິນ, ແອັດສະປາຍ ແລະ ໄທ. ນອກນັ້ນ, ກໍຍັງໄດ້ ສາຍຊົນ ຂຸນສໍານານ ກອງຫຼັງກັບ ພະເສົາ ສີໂນນະລາດ ກອງກາງ ມາຮ່ວມທີມອີກຄັ້ງ, ລວມທັງຍັງໄດ້ 2 ນັກເຕະຊາວຍີ່ປຸ່ນຄື TAKAYA SUGASAWA ກັບ KANDA SHUNTO ຕ້ອງຕິດຕາມເບິ່ງຝົນງານຂອງອີກ 7 ນັດໃນຮອບຂາໄປວ່າທີມໃດຈະໄປເຖິງແຊັມ.
ຂ່າວ: Larh Creators; ຮູບຈາກ: ສຕລ