ດ່ວນ ນະຄອນຫຼວງ ຈະຂຶ້ນລາຄານ້ຳດື່ມເປັນ 8000 ກີບ/ຕຸກ

122

ນ້ຳດື່ມເປັນສິ່ງຈຳເປັນໃນຊີວິດປະຈຳວັນທີ່ຂາດບໍ່ໄດ້ ຫຼາຍຄອບຄົວແມ່ນໃຊ້ດື່ມອີກຈຳນວນໜຶ່ງທີ່ເສດຖະກິດດີແນ່ກໍ່ໃຊ້ແຕ່ງກິນ ແຕ່ບໍ່ວ່າຈະຢູ່ໃນເງື່ອນໄຂໃດກໍ່ຕາມ ທຸກຄົນປາຖະໜາຢາກໃຫ້ລາຄາຢູ່ໃນເກນທີ່ບໍ່ແພງເກີນໄປ ຫາກອີງໃສ່ສະພາບເສດຖະກິດ ນະຄອນຫຼວງໄດ້ແຈ້ງປັບຂຶ້ນລາຄານ້ຳດື່ມຈາກ 6.000 ໃນປະຈຸບັນໃຫ້ເປັນ 8000 ກີບຕໍ່ຕຸກ

No photo description available.
ຈະເວົ້າໄປແລ້ວໃນສະພາບການຄືປັດຈຸບັນນີ້ ບັນຫາເງິນກີບອ່ອນຄ່າໄດ້ສົ່ງຜົນກະທົບຕໍ່ທຸກຂະແໜງການ ເບື້ອງເສດຖະກິດ ເຮັດໃຫ້ສິນຄ້າອຸປະໂພກບໍລິໂພກຫຼາຍຊະນິດມີລາຄາທີ່ສູງຂຶ້ນ ແລະ ລ່າສຸດ ໃນວັນທີ 18 ພຶດສະພາ 2023 ທີ່ຜ່ານມາ ທາງສະມາຄົມນ້ຳດື່ມນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ເລື່ອງປັບລາຄານ້ຳດື່ມເພີ່ມຂຶ້ນ ຈະເລີ່ມມີຜົນອີກສອງອາທິດຂ້າງໜ້ານີ້.

No photo description available.
ໂດຍສະມາຄົມໃຫ້ເຫດຜົນວ່າ ເພື່ອເປັນການຊ່ວຍໃຫ້ຜູ້ປະກອບການ ໂຮງງານຜະລິດນ້ຳດື່ມສາມາດປະຄອງຕົວຢູ່ໄດ້ ປະທານ ສະມາຄົມນໍ້າດື່ມບໍລິສຸດ ນະຄອນຫລວງວຽງຈັນ ຈຶ່ງຂໍແຈ້ງບັນດາທ່ານເພື່ອໃຫ້ກະກຽມ ປັບຂຶ້ນລາຄານໍ້າດື່ມບໍລິສຸດຕຸກໃຫຍ່ ຂະຫນາດ 18 ລິດ ຈາກລາຄາເດີມທີ່ຜ່ານມາຕຸກລະ 6,000 ກີບມາເປັນລາຄາໃໝ່ຕຸກລະ 8,000 ກີບ, ໃນຂອບເຂດນະຄອນຫລວງວຽງຈັນ (09 ຕົວເມືອງ) ຢ່າງພ້ອມພຽງ ແລະ ເປັນເອກະພາບກັນ.

May be an image of drink and body of water
ທັງນີ້ກໍ່ເພື່ອເປັນການປະຄອງທຸລະກິດໂຮງງານນໍ້າດື່ມ ໃຫ້ສາມາດຜ່ານຜ່າອຸປະສັກອັນໜັກໜ່ວງນີ້ໄປໃຫ້ໄດ້. ເຊິ່ງລາຄາໃໝ່ນີ້ ໃຫ້ເລີ່ມຈັດຕັ້ງປະຕິບັດນັບແຕ່ ມື້ວັນທີ 01/06/2023 ເປັນຕົ້ນໄປ.