ຂໍ້ເສຍຂອງການລົງທຶນໃນອະສັງຫາລິມະຊັບ

37

ທຸກໆການລົງທຶນຍ່ອມມີ ຄວາມສ່ຽງບໍ່ວ່າຈະເປັນການລົງທຶນຮູບແບບໃດກໍຕາມ ລວມທັງການລົງທຶນໃນອະສັງຫາລິມະຊັບ ເຖິງແມ່ນວ່າການລົງທຶນໃນອະສັງຫາລິມະຊັບຈະເປັນການລົງທຶນທີ່ມີຂໍ້ດີຫຼາຍຢ່າງ ແຕ່ພ້ອມດຽວກັນນັ້ນກໍແມ່ນມີຂໍ້ເສຍເຊັ່ນດຽວກັນ ເຊິ່ງມື້ນີ້ເຮົາຈະພາມາຮູ້ຈັກເຖິງບັນດາຂໍ້ເສຍຂອງການລົງທຶນໃນອະສັງຫາລິມະຊັບ:

1. ເປັນການລົງທຶນທີ່ມີສະພາບຄ່ອງຂ້ອນຂ້າງຕ່ຳ: ອາດກ່າວໄດ້ວ່າການລົງທຶນໃນອະສັງຫາຈະບໍ່ຄ່ອຍເໝາະກັບການຖືຄອງໄລຍະສັ້ນ ເນື່ອງຈາກວ່າທີ່ດິນ ຫຼື ອາຄານບ້ານເຮືອນຕ່າງໆ ເປັນຊັບສິນທີ່ມີມູນຄ່າຂ້ອນຂ້າງສູງ ພ້ອມທັງຍັງມີອີກຫຼາຍປັດໄຈທີ່ຜູ້ຊື້ຈະຕ້ອງຕັດສິນໃຈກ່ອນຈະເລືອກຊື້ບໍ່ວ່າຈະເປັນເລື່ອງທີ່ຕັ້ງ, ການຄົມມະນາຄົມ ແລະ ອື່ນໆ, ດັ່ງນັ້ນການລົງທຶນຮູບແບບນີ້ຈຶ່ງມີສະພາບຄ່ອງຂ້ອນຂ້າງຕ່ຳ ບໍ່ຄ່ອຍເໝາະກັບນັກລົງທຶນທີ່ຈະຕ້ອງຮີບຮ້ອນໃຊ້ເງິນ ເພາະວ່າກ່ອນຈະທຳການຊື້ – ຂາຍໄດ້ນັ້ນຕ້ອງໄດ້ໃຊ້ເວລາເຈລະຈາຕໍ່ລອງດົນພໍສົມຄວນ ແລະ ກໍຍັງມີເວລາໃນການດຳເນີນການອີກດ້ວຍ. ດັ່ງນັ້ນ, ສຳລັບນັກລົງທຶນທີ່ຕ້ອງການຈະລົງທຶນແບບທີ່ມີສະພາບຄ່ອງສູງ ຈຶ່ງແນະນຳໃຫ້ລົງທຶນດ້ວຍຮູບແບບອື່ນ.


2. ໃຊ້ເງິນລົງທຶນສູງ: ເຖິງແມ່ນວ່າການລົງທຶນໃນອະສັງຫາລິມະຊັບຈະໃຫ້ຜົນຕອບແທນຂ້ອນຂ້າງສູງ ແຕ່ເຖິງຢ່າງໃດກໍຕາມຕ້ອງຍອມຮັບວ່າເປັນການລົງທຶນທີ່ຈຳເປັນຕ້ອງນຳໃຊ້ເງິນທຶນສູງເຊັ່ນກັນ ຍິ່ງຖ້າວ່າລາຄາອະສັງຫາມີປັດໄຈເລື່ອງທີ່ຕັ້ງມາກ່ຽວຂ້ອງແລ້ວຍິ່ງລາຄາສູງ ໂດຍຖ້າເລືອກຊື້ບ່ອນທີ່ມີທີ່ຕັ້ງດີກໍຈະຕ້ອງໄດ້ໃຊ້ເງິນຫຼາຍ ແລະ ດ້ວຍເຫດຜົນດັ່ງກ່າວນີ້ ຈຶ່ງເຮັດໃຫ້ນັກລົງທຶນຫຼາຍຄົນຖອນຕົວໄປ ແລະ ຕ້ອງຍອມຂາຍອະສັງຫາລິມະຊັບຕໍ່ໃນລາຄາເທົ່າທຶນ ບາງຄົນມີ ຄວາມຈຳເປັນຕ້ອງໃຊ້ເງິນກໍຂາຍໃນລາຄາຂາດທຶນ ແທນທີ່ຈະໄດ້ກຳໄລງາມກັບກາຍເປັນຂາດທຶນໄປແທນ.

3. ຂ້ອນຂ້າງໃຊ້ເວລາຫຼາຍໃນການຕັດສິນໃຈລົງທຶນ: ເນື່ອງຈາກວ່າອະສັງຫາມີມູນຄ່າສູງ ກ່ອນທີ່ຈະຕັດສິນໃຈເລືອກລົງທຶນໃນແຕ່ລະຄັ້ງ ຈຶ່ງຈຳເປັນຕ້ອງໃຊ້ເວລາໃນການພິຈາລະນາໃຫ້ຖີ່ຖ້ວນ ບໍ່ວ່າຈະເປັນການເລືອກທີ່ຕັ້ງທີ່ເໝາະສົມ ການຄາດການອະນາຄົດວ່າພື້ນທີ່ດັ່ງກ່າວຈະມີຄວາມຈະເລີນຕາມມາ ມີລະບົບສາທາລະນູປະໂພກ ລວມທັງການສຶກສາບັນດາຂໍ້ກົດໝາຍເບື້ອງຕົ້ນທີ່ອາດສົ່ງຜົນກະທົບ ເຊິ່ງສິ່ງເຫຼົ່ານີ້ລ້ວນແຕ່ມີຜົນຕໍ່ການເພີ່ມຂຶ້ນຂອງມູນຄ່າອະສັງຫາ ໂດຍຫາກເລືອກທີ່ຕັ້ງທີ່ດີເປັນທີ່ຕ້ອງການຂອງຕະຫຼາດກໍຈະສາມາດສ້າງກຳໄລໄດ້ຢ່າງຫຼວງຫຼາຍໃນຂະນະດຽວກັນຫາກເລືອກທີ່ຕັ້ງຜິດອາດເຮັດໃຫ້ຂາດທຶນໄດ້.

4. ເປັນການລົງທຶນໃນໄລຍະຍາວ: ການຊື້ອະສັງຫາລິມະຊັບ ແລະ ຂາຍຕໍ່ໃນໄລຍະເວລາທີ່ສັ້ນເປັນສິ່ງທີ່ພົບເຫັນໄດ້ໜ້ອຍສຳລັບນັກລົງທຶນ ຍົກເວັ້ນແຕ່ວ່າການໄດ້ຄອງຈຸດທີ່ຕັ້ງທີ່ມີສັກກະຍະພາບ ແລະ ເປັນພື້ນທີ່ທີ່ເປັນທີ່ຕ້ອງການຂອງຕະຫຼາດເທົ່ານັ້ນ ເນື່ອງຈາກວ່າອະສັງຫາສ່ວນຫຼາຍແມ່ນຈະເນັ້ນໄປທີ່ການລົງທຶນໃນໄລຍະຍາວ ບາງຄັ້ງອາດຕ້ອງໃຊ້ເວລາເປັນສິບໆປີກ່ອນຈະເກີດເປັນຜົນກຳໄລທີ່ໜ້າພໍໃຈ. ດັ່ງນັ້ນ, ສຳລັບນັກລົງທຶນທີ່ຕ້ອງການເກງກຳໄລໃນໄລຍະສັ້ນອາດຈະບໍ່ຄ່ອຍເໝາະກັບການລົງທຶນໃນອະສັງຫາ.

5. ຕ້ອງໄດ້ແບກຮັບຄ່າບຳລຸງຮັກສາສູງ: ການແບກຮັບຄ່າບຳລຸງຮັກສາມີມູນຄ່າສູງຕາມມູນຄ່າຂອງອະສັງຫາ ພ້ອມທັງອະສັງຫາທີ່ຂາຍ ຫຼື ປ່ອຍເຊົ່າທີ່ໄດ້ລາຄາດີກໍຄວນໄດ້ຮັບການເບິ່ງແຍງໃຫ້ໃໝ່ຢູ່ສະເໝີ ເພາະຖ້າບໍ່ໄດ້ຮັບການເບິ່ງແຍງກໍຈະເຮັດໃຫ້ຊຸດໂຊມລົງສົ່ງຜົນໃຫ້ມູນຄ່າຫຼຸດລົງຕາມ ເພາະສະນັ້ນສຳລັບໃຜທີ່ຕ້ອງການລົງທຶນໃນອະສັງຫາຄວນຄຳນວນຄ່າໃຊ້ຈ່າຍໃນສ່ວນນີ້ໃຫ້ດີກ່ອນ ເພື່ອບໍ່ໃຫ້ຕ້ອງແບກຮັບຄ່າໃຊ້ຈ່າຍສ່ວນນີ້ຫຼາຍເກີນໄປ.ຂໍ້ເສຍຂອງການລົງທຶນໃນອະສັງຫາລິມະຊັບ