ທະນາຄານ ອາກຊັງຕິນ ປັບຂຶ້ນອັດຕາດອກເບ້ຍອີກ 6%

70

ສຳນັກຂ່າວ ຕ່າງປະເທດລາຍງານວ່າ ທະນາຄານກາງອາກຊັງຕິນ ໄດ້ອອກຖະແຫລງການ ປັບຂຶ້ນອັດຕາດອກເບ້ຍນະໂຍບາຍ ອີກ 6% ຂຶ້ນສູ່ລະດັບ 97% ເພື່ອຄວບຄຸມອັດຕາເງິນເຟີ້ ເຊິ່ງສະຖິຕິ ເມື່ອເດືອນເມສາ ຢູ່ລະດັບ 109% ເປັນຕົວເລກສູງທີ່ສຸດ ນັບແຕ່ ປີ 1991 ແລະ ສະກຸນເງິນເປໂຊຂອງອາກຊັງຕິນ ກຳລັງອ່ອນຄ່າຫລາຍກວ່າ 23% ນັບຕັ້ງແຕ່ ຕົ້ນປີເປັນຕົ້ນມາ ເມື່ອທຽບໃສ່ ກັບ ສະກຸນເງິນໂດລາສະຫະລັດ.  ໃນຂະນະດຽວກັນ ລັດຖະບານ ອາກຊັງຕິນ ຍັງສືບຕໍ່ ເຈລະຈາກັບກອງທຶນເງິນ ລະຫວ່າງປະເທດ (IMF) ໃນການກູ້ເງິນງວດໃຫມ່ ຈຳນວນ 44 ພັນລ້ານໂດລາສະຫະລັດ.

ທ່ານ ເຊີຈິໂອ ມັສຊາ ລັດຖະມົນຕີ ກະຊວງເສດຖະກິດ ອາກຊັງຕິນ ຈະເດີນທາງຢ້ຽມຢາມ ຈີນ ໃນວັນທີ 29 ພຶດສະພານີ້ ເພື່ອເຈລະຈາ ກັບ ລັດຖະບານ ຈີນ ກ່ຽວກັບ ຄວາມເປັນໄປໄດ້ ໃນການ ຂະຫຍາຍຂອບເຂດການໃຊ້ສະກຸນເງິນຢວນ ສຳລັບ ການຄ້າ. ເຖິງແມ່ນວ່າ ອາກຊັງຕິນ ຈະເປັນປະເທດ ທີ່ມີ ເສດຖະກິດ ຂະໜາດໃຫຍ່ ເປັນອັນດັບ 2 ໃນອາເມລິກາລາຕິນ ຖັດຈາກ ບຣາຊິນ.