ສປຊ ປັບເພີ່ມການຄາດການເຕີບໂຕເສດຖະກິດໂລກ

109

ສຳນັກຂ່າວຕ່າງປະເທດລາຍງານວ່າ ອົງການສະຫະປະຊາຊາດ (ສປຊ) ໄດ້ເຜີຍແຜ່ບົດລາຍງານຄາດການ ການເຕີບໂຕເສດຖະກິດໂລກປີ 2023 ໂດຍລະບຸວ່າ ເສດຖະກິດໂລກປີນີ້ ຈະຂະຫຍາຍຕົວສູງຂຶ້ນຢູ່ລະດັບ 2,3% ໃນປີ 2023 ເຊິ່ງເພີ່ມຂຶ້ນຈາກທີ່ຄາດການໄວ້ໃນເດືອນມັງກອນ ປີນີ້ ແມ່ນ 0,4%.ຂະນະທີ່ປີ 2024 ຄາດວ່າ ຈະຢູ່ໃນລະດັບ 2,5%.

ລາຍງານຍັງໄດ້ລະບຸວ່າ ເຖິງຈະເພີ່ມຂຶ້ນ ແຕ່ອັດຕາການເຕີບໂຕ ກໍຍັງຢູ່ໃນລະດັບຕ່ຳ ເມື່ອທຽບກັບລະດັບການເພີ່ມຂຶ້ນໂດຍສະເລ່ຍໃນ 2 ທົດສະວັດຜ່ານມາ 3,1%.

ບົດລາຍງານຂອງ ສປຊ ຍັງລະບຸວ່າ ເສດຖະກິດຂອງສະຫະລັດອາເມຣິກາ, ສະຫະພາບເອີຣົບ (EU) ແລະ ຈີນ ຈະມີການປ່ຽນແປງທີ່ດີຂຶ້ນ ແຕ່ສຳລັບປະເທດກຳລັງພັດທະນາຈໍານວນຫຼາຍ ອາດມີທ່າອ່ຽງຫຼຸດລົງ ທ່າມກາງບັນດາເງື່ອນໄຂທີ່ເຂົ້າເຖິງສິນເຊື່ອຖືກເຂັ້ມງວດ ແຕ່ລາຍຈ່າຍການເງິນເພີ່ມຂຶ້ນ.

ລາຍງານຍັງໃຫ້ຮູ້ວ່າ ບັນດາປະເທດດ້ອຍພັດທະນາ ກໍຖືກຄາດການວ່າຈະເພີ່ມຂຶ້ນ 4,1% ໃນປີ 2023 ແລະ 5,2% ໃນປີ 2024 ເຊິ່ງຕໍ່າກວ່າເປົ້າໝາຍການເຕີບໂຕ 7% ທີ່ກຳນົດໄວ້ໃນລາຍງານທີ່ລະບຸໃນ ວິໄສທັດຮອດປີ 2030 ແລະ ແຜນພັດທະນາແບບຍືນຍົງ.

ຈາກຂໍ້ມູນຂອງ ສປຊ ບົ່ງຊີ້ວ່າ ການເຕີບໂຕເສດຖະກິດຂອງສະຫະລັດອາເມຣິກາ ຢູ່ທີ່ 1,1% ໃນປີ 2023 ເພີ່ມຂຶ້ນ 0,4% ທີ່ຄາດການໄວ້ໃນເດືອນມັງກອນ ຂະນະທີ່ການເຕີບໂຕຂອງສະຫະພາບເອີຣົບ 0,9% ເພີ່ມຈາກ 0,2% ແລະ ການເຕີບໂຕຂອງຈີນ ຢູ່ທີ່ 5,3% ເພີ່ມຂຶ້ນຈາກ 4,5% ໃນການຄາດການໄວ້ເມື່ອເດືອນມັງກອນຜ່ານມາເຊັ່ນກັນ.