ຄ່າແຮງໃນອົດສະຕຣາລີ ເພີ່ມຂຶ້ນສູງສຸດໃນຮອບ 10 ປີ

98

ສໍານັກຂ່າວອິນໂຟເຄວສ໌ ລາຍງານວ່າ ໃນໄຕມາດ 1 ຂອງປີນີ້ ຄ່າແຮງງານໃນປະເທດອົດສະຕຣາລີ ເພີ່ມຂຶ້ນໃນອັດຕາຕໍ່ປີສູງສຸດໃນຮອບ 10 ປີ ແຕ່ການເພີ່ມຂຶ້ນເມື່ອທຽບໃສ່ລາຍໄຕມາດນັ້ນຕໍ່າກວ່າການຄາດການ ເຊິ່ງເຮັດໃຫ້ຜູ້ກຳນົດນະໂຍບາຍ ມີຄວາມກັງວົນກ່ຽວກັບຄວາມເປັນໄປໄດ້ທີ່ວ່າ ຄ່າແຮງທີ່ສູງຂຶ້ນ ອາດນໍາໄປສູ່ການປັບຂຶ້ນຂອງອັດຕາດອກເບ້ຍ.

อาจเป็นรูปภาพของ เงิน และ ข้อความ

ຂໍ້ມູນຈາກສຳນັກງານສະຖິຕິອົດສະຕາລີ ເປີດເຜີຍໃນວັນທີ 17 ພຶດສະພາ 2023 ໄດ້ສະແດງໃຫ້ເຫັນວ່າ ດັດຊະນີລາຄາຄ່າແຮງເພີ່ມຂຶ້ນ 0,8% ໃນໄຕມາດ 1/2023 ຈາກໄຕມາດ 4/2022 ເຊິ່ງຕໍ່າກວ່າທີ່ມີການຄາດການໄວ້ວ່າ ອາດເພີ່ມຂຶ້ນ 0,9%.

ຢ່າງໃດກໍຕາມ, ການເພີ່ມຂຶ້ນຂອງຄ່າແຮງໃນປີນີ້ ກໍສູງຂຶ້ນສູ່ລະດັບ 3,7% ໃນໄຕມາດ 1/2023 ຈາກ 3,4% ໃນໄຕມາດ 4/2022 ແລະ ສູງກວ່າຕົວເລກຄາດການທີ່ 3,6%.

อาจเป็นรูปภาพของ เงิน และ ข้อความ

ຫຼັງຈາກການເປີດເຜີຍຂໍ້ມູນ, ເງິນໂດລາອົດສະຕາລີ ຫຼຸດລົງ 15 ຈຸດ ສູ່ລະດັບ 0,6645 ແລະ ຍັງຄາດວ່າ ມີໂອກາດ 80% ທີ່ທະນາຄານກາງອົດສະຕາລີ (RBA) ຈະຮັກສາອັດຕາດອກເບ້ຍໄວ້ທີ່ລະດັບເກົ່າໃນເດືອນໜ້າ ແຕ່ກໍຍັງມີໂອກາດທີ່ RBA ຈະປັບອັດຕາດອກເບ້ຍໃນເດືອນ ສິງຫາ ຫຼື ກັນຍາ ທີ່ຈະມາເຖິງ.

RBA ໄດ້ປັບຂຶ້ນອັດຕາດອກເບ້ຍໄປແລ້ວ 3,75% ຢູ່ໃນລະດັບສູງສຸດໃນຮອບ 11 ປີ ທີ່ 3,85% ເນື່ອງຈາກອັດຕາເງິນເຟີ້ເຊິ່ງຢູ່ທີ່ລະດັບ 7% ນັ້ນຍັງຢູ່ສູງກວ່າເປົ້າໝາຍຂອງ RBA ທີ່ລະດັບ 2-3%.