ເສີດສາຍດ້ວຍຊຸດປະຈໍາເຜົ່າ ທີ່ປະເທດຈີນ ປ່າເຢັ້ງຊາ ລໍ່ Miss Universe Laos 2022

230

ເສີດສາຍໂດດເດັ່ນທີ່ສຸດ ສຳລັບນ້ອງປ່າເຢັ້ງຊ່າ ລໍ່ ກັບການເດີນທາງເຂົ້າຮ່ວມງານ National Festival ທີ່ປະເທດຈີນ.
ປ່າເຢັ່ງຊາ ລໍ່ ໃຫ້ສຳພາດໃນງານເປີດໂຕ Miss Universe Laos 2023 ເມື່ອບໍ່ດົນມານີ້ວ່າ: ກຽມເດີນທາງໄປປະເທດຝຣັ່ງ ຈີນ ແລະ ອາເມຣິກາ ແລະ ຍັງບອກເພີ່ມວ່າໃນການໄປປະເທດຕ່າງໆກໍມີຈຸດປະສົງຄືໄປປະເທດຈີນ ກໍເພື່ອຮ່ວມງານ National Festival ສ່ວນການໄປອາເມຣິກາ ແມ່ນການໄປໃຫ້ແຮງບັນດານໃຈ ພ້ອມທັງພົບກັບນ້ອງໆແຕ່ລະໂຮງຮຽນ ແລະ ພົບປະຜູ້ຄົນໃນບັນດາງານຕ່າງໆສ່ວນການເດີນທາງໄປ ຝຣັ່ງ ກໍເພື່ອໄປເດີນພົມແດງໃນເທສະການສາຍຮູບເງົາລະດັບໂລກ ກັບເທສະການຮູບເງົາເມືອງຄານນັ້ນເອງ, ນອກຈາກນີ້ ນ້ອງປ່າເຢັ້ງຊາ ຈະໄດ້ຮ່ວມເດີນພົມແດງ ຮ່ວມກັບສິລະປິນ ຄົນມີຊື່ສຽງໃນວົງການຕ່າງໆຜູ້ທີ່ມີຊື່ສຽງທີ່ຈະຮ່ວມທັງພາຍໃນ ແລະ ຕ່າງປະເທດຢູ່ໃນງານຄັ້ງນີ້.

ການໄປຮ່ວມງານໃນຄັ້ງນີ້ ສໍາລັບການໄປເດີນພົມແດງ ເທສະການຮູບເງົາເມືອງຄານຍັງມີສາວງາມຢ່າງສາວ ບາບີ້ ປິຍະມາດ Miss international Laos 2018 ຮ່ວມເດີນທາງໄປເສີດສາຍໃນເວທີສາກົນນໍາອີກ ແລະ ສອງສາວງາມກໍໄດ້ອອກເດີນທາງລັດຟ້າໄປຮ່ວມງານ ເທສະການຮູບເງົາເມືອງຄານເປັນທີ່ຮຽບຮ້ອຍແລ້ວ.

ມື້ນີ້ທີມຂ່າວບັນເທີງກໍໄດ້ນໍາເອົາພາບສາວງາມ ປ່າເຢັ້ງຊາ ລໍ່ ມາຝາກແຟນໆໃຫ້ໄດ້ຊື່ນໃຈກັນດ້ວຍ ກັບບັນຍາກາດການຝຶກຊ້ອມເທິງເວທີໃຫຍ່ ຈັດເຕັມກັບໄຟແສງສີສຽງສຸດອະລັງການໃນງານ ” Shimonoseki National Festival ” ພ້ອມທັງການຕ້ອນຮັບ ແລະ ຮ່ວມຮັບປະທານອາຫານຄ່ຳຢ່າງອົບອຸ່ນຈາກທີມງານ ສປ ຈີນ ( Wenshan ) ເຊິ່ງເປັນພາບບັນຍາກາດອັນອົບອຸ່ນທີ່ສຸດ ເພາະນ້ອງໄດ້ຮັບການຕ້ອນຮັບເປັນຢ່າງດີພາຍໃນງານດັ່ງກ່າວ.

ນ້ອງປ່າ ກໍມາພ້ອມຊຸດສີບົວສຸດຫວານ ທີ່ມີຄວາມເປັນເອກະລັກຂອງສາວງາມລາວເຜົ່າມົ້ງ ມີຄວາມສວຍງາມ ແລະ ລົງຕົວສຸດໆ ຂ່າວບັນເທີງກໍຂໍຝາກທຸກຄົນຄອຍຕິດຕາມ ແລະ ເປັນກຳລັງໃຈໃຫ້ກັບການເດີນທາງຂອງ ນ້ອງປ່າ ໃນການເຮັດພາລະກິດ ອັນເປັນໃບໜ້າໃບຕາໃຫ້ຊາວລາວໃນຄັ້ງນີ້ດ້ວຍ ສາມາດຕິດຕາມຜົນງານການເຄື່ອນໄຫວຂອງນ້ອງໄດ້ທີ່ Payengxa Lor.