ທັບນັກກີລາລາວ ຊຸດທີ 3 ເດີນທາງຮອດບ້ານເກີດແລ້ວ, ປິດຊີເກມ ຄັ້ງທີ 32 ພົບກັນຄັ້ງຕໍ່ໄປທີ ໄທ

51

ທັບນັກກີລາລາວ ຊຸດທີ 3 ເດີນທາງກັບຮອດ ສປປ ລາວ ຫຼັງຈາກສໍາເລັດພາລະກິດໄປແຂ່ງຂັນໃນຊີເກມ 2023 ທີ່ປະເທດກຳປູເຈຍ ໂດຍມາຮອດໃນຕອນຕອນແລງວັນທີ 17 ພຶດສະພາ 2023. ຂະນະທີ່ ຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ແມ່ນປິດສາກຢ່າງເປັນທາງການ ໂດຍມອບທຸງເຈົ້າພາບຕໍ່ໃຫ້ກັບ ປະເທດໄທ ເຈົ້າພາບຊີເກມ ຄັ້ງທີ 33 ໃນປີ 2025.

ເມື່ອວັນທີ 17 ພຶດສະພາ 2023 ທີ່ສະໜາມບິນ ລາວສະກາຍເວ ໄດ້ມີພິທີຕອນຮັບນັກກີລາລາວ ຊຸດທີ 3 ທີ່ເດີນທາງມາຈາກປະເທດກໍາປູເຈຍ ໃຫ້ກຽດຕ້ອນຮັບໂດຍ ທ່ານ ສົມພູ ພົງສາ ຮອງປະທານ ຄະນະກຳມະການໂອແລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະ, ສ່ວນນັກກີລາທີ່ເດີນມາຄັ້ງນີ້ນໍາພາໂດຍທ່ານ ປອ ຈັນທະວົງ ປັນຍາສິລິ ຮອງຫົວຫນ້າກົມກິລາລະດັບສູງ ແລະ ມີທັບນັກກີລາ ຢູໂດ, ຄີກບອກຊິງ ແລະ ຄະນະກະຕໍ້ ກໍໄດ້ທາງມາພ້ອມກັນ ໄດ້ຮັບການຕ້ອນຮັບຈາກພໍ່ແມ່ພີ່ນ້ອງ ແລະ ອົງການຈັດຕັ້ງຢ່າງອົບອຸ່ນ.

ໂອກາດດັ່ງກ່າວ ສຸກັນ ໄຕປັນຍາວົງ ນັກກີລາຄິກບ໊ອກຊີ້ງເຈົ້າຂອງ ຫຼຽນເງິນ ຮຸ່ນນໍ້າໜັກນ 60 ກິໂລກຣາມ ໃຫ້ສໍາພາດວ່າ: ການໄປແຂ່ງຂັນໃນຊີເກມ ຄັ້ງເກມ 2023 ທີ່ປະເທດກໍາປູເຈຍ ນ້ອງກໍສາມາດຍາດໄດ້ຫຼຽນເງິນ ຫຼັງຈາກທີ່ເອົາຊະນະ ອິນໂດນເຊຍ ເຂົ້າຮອບ 4 ຄົນສຸດທ້າຍ ເອົາຊະນະ ເຈົ້າພາບ ກໍາປູເຈຍ, ສ່ວນຮອບຊີງແມ່ນເສຍໃຫ້ກັບ ຫວຽດນາມ ໄດ້ຫຼຽນເງິນ, ໂດຍຄວາມຫວັງຂອງນ້ອງກໍຍາກໄດ້ຫຼຽນຄໍາ ມາຝາກພໍ່ແມ່ປະຊາຊົນລາວ ແຕ່ເຮັດສຸດຄວາມສາມາດແລ້ວ ໄດ້ພຽງແຕ່ຫຼຽນເງິນ ແລະ ແຜນໃນອະນາຄົດນ້ອງແມ່ນຕ້ອງເບິ່ງສະພາບຮ່າງກາຍອີກຄັ້ງໜຶ່ງໃນປີ 2 ປີວ່າຈະສາມາດຊ່ວຍທີມຊາດລາວ ລົງແຂ່ງຂັນໃນຊີເກມ ຄັ້ງຕໍ່ໄປໄດ້ ຫຼື ບໍ ຖ້າບໍ່ໄດ້ກໍຈະຫັນໄປເປັນຄູຝຶກ ເພື່ອນໍາປະສົບການຕະຫຼອດຫຼາຍປີທີ່ຜ່ານມາ ໂດຍສະເພາະໄດ້ຫຼຽນຄໍາຊີເກມ 3 ຫຼຽນມາຖ່າຍທອດໃຫ້ຮຸ່ນນ້ອງຕໍ່ໄປ.

ສໍາລັບ ງານມະຫະກໍາກີລາຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ໄດ້ປິດສາກຢ່າງເປັນທາງການເມື່ອວັນທີ 17 ພຶດສະພາ 2023 ໂດຍພິທີເປິດເຈົ້າພາບໄດ້ນໍາສະເໜີສີລະປະວັດທະນະທໍາຂອງກໍາປູເຈຍ, ສ່ວນ ໄທ ທີ່ມາຮັບທຸງເຈົ້າພາບຊີເກມ ຄັ້ງທີ 33 ຕໍ່ໄດ້ໃຊ້ການສະແດງຊຸດ ສະບາຍດີ ຊີເກມສ໌ ທີ່ຈະໄປແຂ່ງຂັນໃນລະຫວ່າງວັນທີ 9-20 ທັນວາ 2025 ທີ່ປະເທດໄທ ໂດຍໃຊ້ບາງກອກ, ຊົນບຸຣີ ແລະ ສົງຂລາ ເປັນ 2 ແຂວງໃນການເປັນເຈົ້າພາບ.

ຜົນງານຂອງ ທັບນັກກີລາລາວ ຍາດໄດ້ ໄດ້ 6 ຫຼຽນຄໍາ, 22 ຫຼຽນເງິນ ແລະ 60 ຫຼຽນທອງ ໃນຊີເກມ ຄັ້ງທີ 32 ຈັດຢູ່ອັນດັບທີ 9 ຂອງຕາຕະລາງສະຫຼຸບຫຼຽນ, ສ່ວນເຈົ້າຄອງຫຼຽນຄໍາ ຫວຽດນາມ ກວາດໄປ 136 ຫຼຽນຄໍາ, 105 ຫຼຽນເງິນ ແລະ 114 ຫຼຽນທອງ ແລະ ອັນດັບ 2 ໄທ ກວາດໄປ 108 ຫຼຽນຄໍາ, 96 ຫຼຽນເງິນ ແລະ 108 ຫຼຽນທອງ. ຂະນະທີ່ ເຈົ້າພາບ ກໍາປູເຈຍ ກວາດໄປ 81 ຫຼຽນຄໍາ, 74 ຫຼຽນເງິນ ແລະ 127 ຫຼຽນທອງ ຈັດຢູ່ອັນດັບ 4 ຂອງຕາຕະລາງ. ດ້ານ ຕີມໍ ເລັສເຕ ເປັນຊາດດຽວທີ່ບໍ່ມີຫຼຽນຄໍາ ຍາດໄດ້ພຽງ 8 ຫຼຽນເງິນ ຢູ່ອັນດັບສຸດທ້າຍຂອງຕາຕະລາງ.
ຂ່າວ-ຮູບຈາກ: Larh Creators