3 ບໍລິສັດ ລົງນາມ ພັດທະນາໂຄງການແຍກເກືອ ອອກຈາກນໍ້າທະເລ

61

ສໍານັກຂ່າວອິນໂຟເຄວສ໌ ລາຍງານວ່າ: ບໍລິສັດ ວ່ານຫົວ ເຄມີຄອລ ໄດ້ລົງນາມຂໍ້ຕົກລົງຮ່ວມມື 3 ຝ່າຍຮ່ວມກັບ ບໍລິສັດ ຊຽງໄຮ້ ຊິວິລ ເອນຈິເນຍຣິງ ( Shanghai Civil Engineering ) ໃນເຄືອ ບໍລິສັດ ໄຊນາ ເຣລເວຍ໌ ກຣຸບ ຈໍາກັດ ( CREC ) ແລະ ບໍລິສັດ ສຸເອຊ ເອສເອ ( Suez SA ) ຂອງຝຣັ່ງ ເພື່ອຮ່ວມກັນເລັງພັດທະນາໂຄງການແຍກເກືອອອກຈາກນໍ້າທະເລ ຢູ່ທີ່ນິຄົມອຸດສາຫະກຳ ເຜິງໄຫຼ ( Penglai Industrial Park ) ຂອງ ວ່ານຫົວ ເຊິ່ງມີພື້ນທີ່ຕາມແຜນແມ່ນ 56.000 ຕາແມັດ ແລະ ພື້ນທີ່ກໍ່ສ້າງ 23.000 ຕາແມັດ.

อาจเป็นรูปภาพของ ธรรมชาติ, มหาสมุทร และ ชายหาด

ທ່ານ ເຊິງໄຖ ຜູ້ບໍລິຫານຂອງບໍລິສັດວ່ານຫົວ ເຄມີຄອລ ກ່າວວ່າ: ການຮ່ວມມືກັບ ສຸເອຊ ເອສເອ ປະສົບຄວາມສຳເລັດຢ່າງຍິ່ງໃຫຍ່ ເຊິ່ງຄວາມສຳເລັດຂອງໂຄງການ ວ່ານຫົວ ຫຼາຍໂຄງການເປັນຜົນມາຈາກຄວາມສາມາດທາງເຕັກໂນໂລຊີລະດັບມືອາຊີບ ອັນບໍ່ມີທີ່ຕິຂອງ ສຸເອຊ ເອສເອ ລວມໄປເຖິງງານບໍລິການລູກຄ້າທີ່ດີເລີດ ເຮັດໃຫ້ຕົນເອງໝັ້ນໃຈວ່າ ນີ້ຈະເປັນອີກໜຶ່ງໂຄງການທີ່ມີຄວາມສຳຄັນໃນເສັ້ນທາງສູ່ໂລກສີຂຽວ ແລະ ຈະເປັນເວທີແລກປ່ຽນຄວາມສາມາດດ້ານເຕັກໂນໂລຊີ ແລະ ຊັບພະຍາກອນ ເຊິ່ງຈະຖືກຕໍ່ຍອດໃນການສ້າງແບຣນ ແລະ ໂຄງການຄຸນນະພາບສູງຕາມໂຄງການລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ ຂອງຈີນ.

ໂຄງການດັ່ງກ່າວມີ 6 ຂະບວນການ ໄດ້ແກ່: ການຮັບນໍ້າ, ການຈັບຕົວ ແລະ ຕົກຕະກອນ, ການກອງ, ການບໍາບັດກາກຕະກອນ, ຜະລິດຕະພັນນໍ້າ ແລະ ການຈ່າຍພະລັງງານ ເມື່ອດຳເນີນການສຳເລັດ ໂຄງການຈະຜະລິດນໍ້າແຍກເກືອໄດ້ 100.000 ໂຕນຕໍ່ວັນ ໃນໄລຍະທໍາອິດ ແລະ ຈະມີກຳລັງແຍກເກືອອອກຈາກນໍ້າທະເລ ລວມຕາມແຜນຢູ່ທີ່ 300.000 ໂຕນຕໍ່ວັນ ເມື່ອໂຄງການສຳເລັດທຸກໄລຍະ.

ຂະນະທີ່ນິຄົມອຸດສາຫະກຳເຜິງໄຫຼຂອງວ່ານຫົວ ມີເປົ້າໝາຍໃນການສ້າງຖານອຸດສາຫະກຳເຄມີ ຄວບຄຸມທັງສານເຄມີຊັ້ນດີ ປິໂຕຣເຄມີ ແລະ ວັດສະດຸພະລັງງານໃໝ່ລະດັບໄຮເອນດ໌ ໂດຍຈະເປັນນິຄົມອຸດສາຫະກຳແຫ່ງທີ 7 ຂອງບໍລິສັດ ຈາກທົ່ວໂລກ.