ຢູເຄ ໄຟແນນ ແນະນໍາອັງກິດ ຄວນຍົກເລີກການເກັບພາສີຈາກການຊື້ຮຸ້ນ

8

ສໍານັກຂ່າວອິນໂຟເຄວສ໌ ລາຍງານວ່າ: ທ່ານ ເດວິດ ໂພສຕິງສ໌ ຫົວໜ້າຜູ້ບໍລິຫານຂອງ ບໍລິສັດ ຢູເຄ ໄຟແນນ ( UK Finance ) ຂອງອັງກິດ ໄດ້ແນະນໍາວ່າ ອັງກິດ ຄວນຍົກເລີກການເກັບພາສີຈາກການຊື້ຮຸ້ນ ເພື່ອເພີ່ມແຮງດຶງດູດຂອງລອນດອນ ໃນຖານະສູນກາງການເງິນໂລກ ທ່າມກາງການປະເຊີນກັບການແຂ່ງຂັນທີ່ດຸເດືອດ ຫຼັງການຖອນຕົວອອກຈາກສະຫະພາບເອີຣົບຂອງອັງກິດ ( Brexit ).

อาจเป็นรูปภาพของ 1 คน, กำลังอ่านหนังสือ และ ข้อความ

ອັງກິດ ກໍາລັງປະຕິຮູບພາກການເງິນຂອງຕົນ ຫຼັງ Brexit ເຊິ່ງໄດ້ຈຸດປະກາຍຄວາມວິຕົກກັງວົນທີ່ມີຕໍ່ລອນດອນ ກ່ຽວກັບຄວາມສາມາດໃນການດຶງດູດບໍລິສັດໃຫຍ່ໆເຂົ້າມາລົງທຶນ.

ທ່ານ ເດວິດ ໂພສຕິງສ໌ ໃຫ້ສຳພາດກັບສື່ວ່າ: ໃນໄລຍະສັ້ນ ຄວນຍົກເລີກພາສີອາກອນສະແຕມ 0,5% ທີ່ເກັບຈາກການຊື້ຮຸ້ນໃນປັດຈຸບັນ ເພື່ອຫຼຸດຕົ້ນທຶນດ້ານການລົງທຶນ ແລະ ຊ່ວຍເປີດໂອກາດໃຫ້ເກີດການມີສ່ວນຮ່ວມຫຼາຍຂຶ້ນ.

ທັງນີ້, ຢູເຄ ໄຟແນນ ໄດ້ເປີດເຜີຍລາຍງານໂດຍໃຫ້ຄໍາແນະນໍາກ່ຽວກັບວິທີການທີ່ຊ່ວຍໃຫ້ພາກການເງິນທີ່ໂດດເດັ່ນ ປະເຊີນກັບການແຂ່ງຂັນທີ່ດຸເດືອດໃນລະດັບໂລກໄດ້.

ທ່ານ ເດວິດ ໂພສຕິງສ໌ ຍັງກ່າວວ່າ: ເຖິງເວລາແລ້ວທີ່ເຮົາຈະຟື້ນຟູຕະຫຼາດແຫ່ງນີ້ໃຫ້ໜ້າດຶງດູດ, ເຊື່ອຖືໄດ້ ແລະ ປອດໄພຫຼາຍຍິ່ງຂຶ້ນ.