ທັບນັກກີລາລາວ ປິດສາກຊີເກມ 2023 ດ້ວຍ 6 ຫຼຽນຄໍາຈາກ 4 ກີລາ, ເກີນເປົ້າ

580

ການແຂ່ງຂັນກີລາໃນງານມະຫະກໍາກີລາຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ລະຫວ່າງວັນທີ 5-17 ພຶດສະພາ 2023 ໄດ້ສໍາເລັດຢ່າງເປັນທາງການ ໂດຍສະເພາະມາຮອດວັນທີ 16 ພຶດສະພາ 2023 ແມ່ນແຂ່ງຂັນກີລາທຸກປະເພດສໍາເລັດໝົດແລ້ວ ປາກົດວ່າ: ທັບນັກກີລາລາວ ສາມາດຍາດໄດ້ 6 ຫຼຽນຄໍາ, 22 ຫຼຽນເງິນ ແລະ 60 ຫຼຽນທອງ ເກີນເປົ້າໝາຍທີ່ວາງໄວ້ 5 ຫຼຽນຄໍາ.

ເມື່ອວັນທີ 16 ພຶດສະພາ 2023 ທັບນັກກີລາລາວ ພາດຫຼຽນຄໍາທີ 7 ໄປຢ່າງໜ້າເສຍດາຍ ພຽງກ້າວດຽວເທົ່ານັ້ນເມື່ອ ສຸກັນ ໄຕປັນຍາວົງ ເຈົ້າຂອງຫຼຽນຄໍາ 1 ດຽວໃນຊີເກມ 2016 ເສຍໃຫ້ກັບ ນັກກິລາຄິກບ໊ອກຊິງຈາກຫວຽດນາມ ໃນຮອບຊີງຫຼຽນຄໍາ ຮຸ່ນນໍ້າໜັກ 60 ກິໂລກຣາ ເຮັດໃຫ້ໄດ້ຫຼຽນເງິນ ແລະ ປິດທ້າຍກັບ ດໍສັນ ສີຫາວົງ ນັກກິລາມວຍປໍ້າ ຄົນອາເມຣິກາເຊື້ອສາຍລາວ ກໍເສຍໃຫ້ກັບນັກກິລາ ຫວຽດນາມ ໃນຮອບຊີງຫຼຽນຄໍາ ເຮັດໃຫ້ໄດ້ຫຼຽນເງິນປິດທ້າຍ.

ຈາກຜົນດັ່ງກ່າວເຮັດໃຫ້ ທັບນັກກີລາລາວ ຍາດໄດ້ ໄດ້ 6 ຫຼຽນຄໍາ, 22 ຫຼຽນເງິນ ແລະ 60 ຫຼຽນທອງ ໃນຊີເກມ ຄັ້ງທີ 32 ຈັດຢູ່ອັນດັບທີ 9 ຂອງຕາຕະລາງສະຫຼຸບຫຼຽນ ໂດຍສະເພາະ 6 ຫຼຽນຄໍາໄດ້ຈາກ ກີລາເປຕັງ ເຖິງ 3 ຫຼຽນຖືວ່າປະສົບຜົນສໍາເລັດເກີນຄາດ, ກະຕໍ້ຊິນລອນ 1 ຫຼຽນ, ກຸນ ບ໋ອກກະຕໍ 1 ຫຼຽນ ແລະ ໂວວີນາມ 1 ຫຼຽນ.

ສ່ວນເຈົ້າຄອງຫຼຽນຄໍາ ຫວຽດນາມ ກວາດໄປ 136 ຫຼຽນຄໍາ, 105 ຫຼຽນເງິນ ແລະ 114 ຫຼຽນທອງ ແລະ ອັນດັບ 2 ໄທ ກວາດໄປ 108 ຫຼຽນຄໍາ, 96 ຫຼຽນເງິນ ແລະ 108 ຫຼຽນທອງ. ຂະນະທີ່ ເຈົ້າພາບ ກໍາປູເຈຍ ກວາດໄປ 81 ຫຼຽນຄໍາ, 74 ຫຼຽນເງິນ ແລະ 127 ຫຼຽນທອງ ຈັດຢູ່ອັນດັບ 4 ຂອງຕາຕະລາງ. ດ້ານ ຕີມໍ ເລັສເຕ ເປັນຊາດດຽວທີ່ບໍ່ມີຫຼຽນຄໍາ ຍາດໄດ້ພຽງ 8 ຫຼຽນເງິນ ຢູ່ອັນດັບສຸດທ້າຍຂອງຕາຕະລາງ.
ຂ່າວ: Larh Creators; ຮູບຈາກ: ກົມກີລາລະດັບສູງ