ອິນໂດເນເຊຍ ຄວ້າແຊັມບານເຕະຊີເກມ 2023 ຮອບ 32 ປີ, ຊາຟຣີ ໂດດເດັ່ນດັບຝັນ ໄທ 3 ຄັ້ງລວດ

327

ການແຂ່ງຂັນບານເຕະຊາຍ ໃນງານມະຫະກໍາກີລາ ຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ເປັນກີລາສຸດທ້າຍທີ່ປິດສາກລົງໃນຄໍ່າຄືນຂອງວັນທີ 16 ພຶດສະພາ 2023 ນັດຊີງຊະນະເລີດເປັນນັດທີ່ຄົບເຄື່ອງມັນ, ເດືອດ ແລະ ມີຮອດການຕີກັນ ກ່ອນທີ່ຈະເປັນ ອິນໂດເນເຊຍ ເອົາຊະນະ ໄທ 5-2 ໃນການຕໍ່ເວລາພິເສດ ຫຼັງສະເໝີກັນ 2-2 ຄວ້າຫຼຽນຄໍາໄປຄອງໃນຮອບ 32 ປີ

ນອກນັ້ນ, ຜົນງານນັດນີ້ຍັງມີສະຖິຕິທີ່ໂດດເດັ່ນກໍຄື ອິນດຣາ ຊາຟຣີ ຫົວໜ້າຄູຝຶກຂອງທີມຊາດອິນໂດເນເຊຍ ອາຍຸ 60 ປີພາທີມເອົາຊະນະ ທີມຊາດໄທ ໃນຮຸ່ນອາຍຸບໍ່ເກີນ 23 ປີມາຕໍ່ເນື່ອງ 3 ນັດ ພ້ອມເຮັດໃຫ້ທີມຊາດໄທ ພາດແຊັມໄປເຖິງ 3 ລາຍການ ເຖິງວ່າບາງນັດຈະເປັນການແຂ່ງຂັນໃນຮອບທໍາອິດ ແຕ່ກໍເປັນການຕັດໂອກາດບໍ່ໃຫ້ໄທ ໄປຕໍ່ ທີ່ສໍາຄັນຄືພາ ອິນໂດເນເຊຍ ຄວ້າແຊັມ 2 ລາຍການໃນ 3 ລາຍການທີ່ພົບກັນຫຼັງສຸດຄື:
-ວັນທີ 26 ກຸມພາ 2019 ຮອບຊີງຊະນະເລີດບານເຕະຊີງແຊັມອາຊຽນ ຢູ 23 ອິນໂດເນເຊຍ ຊະນະໄທ 2-1
-ວັນທີ 23 ພະຈິກ 2019 ໃນຊີເກມ 2019 ອິນໂດນເຊຍ ຊະນະ ໄທ 2-0 ຮອບແບ່ງກຸ່ມ
-ວັນທີ 16 ພະຈິກ 2023 ໃນຊີເກມ 2023 ອິນໂດເນເຊຍ ຊະນະໄທ 5-2 ຮອບຊີງຊະນະເລີດ

ສໍາລັບ ແຊັມຊີເກມ 2023 ຄັ້ງນີ້ຂອງ ອິນໂດເນເຊຍ ຖືກເປັນການສິ້ນສຸດການລໍຄອຍມາເຖິງ 32 ປີ ເພາະຄັ້ງຫຼັງສຸດທີ່ຍາດໄດ້ຫຼຽນຄໍາໃນປະຫວັດສາດຊີເກມ ກໍຕ້ອງຫວນຄືນໄປໃນປີ 1991 ທີ່ປະເທດຟິລິບປິນ ເປັນເຈົ້າພາບ ໃນຄັ້ງນີ້ດວນຈຸດໂທດເອົາຊະນະ ໄທ 4-3 ຫຼັງສະເໝີກັນ 0-0 ແລະ ກໍເປັນແຊັມສະໄໝທີ 3 ຂອງ ອິນໂດເນເຊຍ ຈາກການເຂົ້າຊີງທັງໝົດ 8 ຄັ້ງ, ສ່ວນ ໄທ ຄວ້າຫຼຽນເງິນໄປຄອງຈາກການເຂົ້າຊີງເຖິງ 22 ຄັ້ງ ໄດ້ແຊັມ 16 ຄັ້ງ ແລະ ໄດ້ຫຼຽນເງິນ 6 ຄັ້ງ. ຂະນະທີ່ ຄູ່ຊີງຫຼຽນທອງ ຫວຽດນາມ ແຊັມເກົ່າ ຊະນະ ມຽນມາ 3-1 ຄວ້າຫຼຽນທອງໄປຄອງ.
ຂ່າວ: Larh Creators