ໂດດເດັ່ນມາແຮງອີ່ຫຼີ 1 ຕົວເຕັງໃນເວທີ Miss Universe 2023 ບ໊ອບບີ້ ພາວີນ້າ

544

ກະແສກໍາລັງມາເລີຍ ເອີ້ນໄດ້ວ່າມີຄວາມໂດດເດັ່ນ ມາແຮງ ແລະ ເປັນໜຶ່ງໃນຕົວເຕັງໃນເວທີ Miss Universe 2023 ບ໊ອບບີ້ ພາວີນ້າ ມູນວົງສາ ຕົວແທນເພື່ອເຜີຍແຜ່ ແລະ ນໍາສະເໜີແຂວງບໍລິຄໍາໄຊ ເວົ້າໄດ້ວ່າເວທີ Miss Universe Laos 2023 ປີນີ້ ຜູ້ເຂົ້າປະກວດແມ່ນມີຫຼາຍຫຼາກ ຄວາມສາມາດ.
ສະນັ້ນ, ຕ້ອງຕິດຕາມເບິ່ງອີກໜຶ່ງສາວ ບ໊ອບບີ້ ພາວີນ້າ ມູນວົງສາ ນາງແບບສາວໝັ້ນ ຜູ້ຝັນໄກໃນການມາຄວ້າມົງກຸດຈາກເວທີນາງງາມຈັກກະວານລາວປີນີ້ ເຊິ່ງນ້ອງບ໊ອບບີ້ ນໍ້າໜັກ 51 ກິໂລກຣາມ, ສູງ 165 ຊັງຕີແມັດ ອາຍຸ 21 ປີ ແລະ ປັດຈຸບັນກໍາລັງສຶກສາຢູ່ທີ່ປະເທດຫວຽດນາມ ປີທີ 2 ສາຂາວິທະຍາສາດສິ່ງແວດລ້ອມ ແລະ ການຈັດການ.

ຜົນງານທີ່ຜ່ານມາເຄີຍປະກວດ Laos super model 2019 ແລະ ເປັນ top 10, ເຄີຍເປັນ extra ຊີຣີເລື່ອງ ຄວາມຮັກ ຄວາມລັບ ( secret love the series ), ຖ່າຍແບບວາລະສານຂອງ Wow magazine society Laos ແລະ ເປັນ Wow Freshy girl 2021. ນອກນີ້, ຍັງມີຜົນງານດ້ານການເດີນແບບຖ່າຍແບບຕ່າງໆອີກດ້ວຍ.
ສາວຄົນນີ້ຍັງມີຄວາມສາມາດພິເສດຫຼາກຫຼາຍຢ່າງບໍ່ວ່າຈະເປັນການຮ້ອງເພງ, ພິທີກອນ ແລະ ພິເສດສຸດໆຄືເວົ້າໄດ້ເຖິງ 4 ພາສາກັນເລີຍ ບໍ່ວ່າຈະເປັນ ພາສາລາວ, ໄທ, ອັງກິດ ແລະ ຫວຽດນາມ, ພ້ອມນີ້ຍັງມີຄະຕິປະຈໍາໃຈຂອງເພິ່ນແມ່ນ : “ I’m Bobby, I’m sexy and I’m confident ” ຖືໄດ້ວ່າເປັນຜູ້ເຂົ້າປະກວດທີ່ມີທັງຄວາມໝັ້ນໃຈ, ທັງຄວາມຄວາມສາມາດ ແລະ ພອນສະຫວັນກັນເລີຍ.

ສໍາລັບສາວງາມຄົນນີ້ແມ່ນຜ່ານເຂົ້າຮອບ 15 ຄົນ ເປັນທີ່ຮຽບຮ້ອຍແລ້ວ ໂດຍສາວຄົນນີ້ ໄດ້ນິຍາມຄວາມເປັນຕົວຕົນຂອງຕົນເອງວ່າ ບຸກຄະລິກເປັນຄົນແຮງໆ ແຕ່ໃຈດີ, ຕະຫຼົກເຮຮາ ແລະ ເປັນກັນເອງກັບທຸກຄົນ ແລະ ມີເປົ້າໝາຍສູງສຸດໃນຊີວິດຄືການໄດ້ຮຽນຮູ້ ແລະ ເຕີບໃຫຍ່ ຢ່າງມີຄຸນຄ່າ ພຽບພ້ອມຄວາມສາມາດ ຢາກເຫັນຕົວເອງມີ ຄວາມສຸກ, ຄອບຄົວ ແລະ ປະສົບຜົນສຳເລັດໃນທຸກໆດ້ານທີ່ຕັ້ງໃຈໄວ້ ເປົ້າໝາຍປຽບເໝືອນເສັ້ນໄຊທີ່ເຮົາຕ້ອງແລ່ນໃຫ້ເຖິງ.

ນອກນີ້, ຍັງມີໂຄງການທີ່ຢາກເຂົ້າຮ່ວມຄືການຢາກສົ່ງເສີມໂຄງການເດັກນ້ອຍທີ່ດ້ອຍການພັດທະນາທາງດ້ານການສຶກສາ ເພາະເຊື່ອວ່າການສຶກສາຈະເປັນໃບເບີກທາງໃຫ້ພວກເຂົາເອົາຕົວລອດໃນສັງຄົມ ແລະ ມີວຽກເຮັດງານທຳທີ່ດີໃນອະນາຄົດ ເພາະເດັກຄືອະນາຄົດຂອງຊາດເຊັ່ນດຽວກັນ.
ແຟນຂ່າວບັນເທີງ ແລະ ແຟນໆເວທີ Miss universe laos ຢ່າລືມເດີ ມາຮ່ວມເຊຍ ຮ່ວມເປັນກໍາລັງໃຈໃຫ້ສາວງາມຄົນນີ້ທີ່ມາລ່າຕາມຄວາມຝັນໃນເວທີ Miss Universe laos 2023 ແລະ ຝາກພີ່ນ້ອງແຂວງບໍລິຄໍາໄຊ ສົ່ງກໍາລັງໃຈເຊຍເພິ່ນແດ່ ສາມາດຕິດຕາມການເຄື່ອນໄຫວຂອງນ້ອງໄດ້ຜ່ານທາງເຟສ ບຸ໊ກ Bobby Mounvongsa.