ຈັດສະຫຼອງຢ່າງຍິ່ງໃຫຍ່ ແກ້ວຫຼັກເມືອງຊຳເໜືອຄົບຮອບ 15 ປີ

131

ພິທີສະເຫຼີມສະຫຼອງແກ້ວຫຼັກເມືອງ ຄົບຮອບ 15 ປີ ຄື: ວັນທີ 17 ພຶດສະພາ 2008 ຫາ 17 ພຶດສະພາ 2023 ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 16 ແລະ ສໍາເລັດລົງໃນຕອນເຊົ້າວັນທີ 17ພຶດສະພາ 2023 ນີ້ ຢູ່ທີ່ເດີ່ນສວນແກ້ວຫຼັກເມືອງ ເມືອງຊໍາເໜືອແຂວງຫົວພັນ.

No description available.
ເຊິ່ງໄດ້ໃຫ້ກຽດກ່າວຫວນຄືນມູນເຊື້ອປະຫວັດຄວາມເປັນມາຂອງແກ້ວຫຼັກເມືອງ ຕະຫຼອດໄລຍະ 15 ປີຜ່ານມາໂດຍ ທ່ານ ອະນົງລັກ ແສງສຸລິຍາ ເຈົ້າເມືອງເມືອງຊໍາເໜືອ ໃຫ້ກຽດເຂົ້າຮ່ວມໂດຍມີທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງ ແຂວງຫົວພັນ, ມີບັນດາການນໍາ, ອະດີດການນໍາພາຍໃນແຂວງ, ເຈົ້າເມືອງ 10 ເມືອງທົ່ວແຂວງ, ພະແນກການຂອງແຂວງ ແລະ ພະນັກງານ-ລັດຖະກອນ ທະຫານ, ຕໍາຫຼວດ, ນັກທຸລະກິດພໍ່ຄ້າຊາວຂາຍ, ພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນແຂວງເຂົ້າຮ່ວມຢ່າງຫຼວງຫຼາຍ.

No description available.
ຕະຫຼອດໄລຍະທີ່ແຂວງຫົວພັນໄດ້ສ້າງສວນແກ້ວຫຼັກເມືອງສໍາເລັດໃນປີ 2008 ເປັນຕົ້ນມາ ການນໍາແຂວງ, ການນໍາເມືອງຊໍາເໜືອໄດ້ນໍາພາມວນຊົນຈັດພິທີສະເຫຼີມສະຫຼອງເມື່ອຄົບຮອບວັນສ້າງຕັ້ງໃນແຕ່ລະປີ, ແຕ່ເນື່ອງຈາກວ່າໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ 19, ສໍາລັບປີ2023 ນີ້, ເປັນອີກປີໜື່ງທີມີຄວາມໝາຍຄວາມສໍາຄັນ, ການນໍາແຂວງ ແລະ ເມືອງຊໍາເໜືອໄດ້ພ້ອມກັນຈັດພິທີສະເຫຼີມສະຫຼອງຂຶ້ນຢ່າງຍິ່ງໃຫຍ່.

No description available.
ໃນນັ້ນປະກອບມີຫຼາຍກິດຈະກໍາຄື: ການຈັດວາງສະແດງສິນຄ້າ, ຜະລິດຕະພັນຂອງ 10 ເມືອງທົ່ວແຂວງ ແລະ ຕະຫຼາດນັດ, ງານປະກວດນາງສາວຜ້າໄໝມ້ອນ, ພິທີທາງສາສະໜາ, ກອງທານ, ພິທີຕັກບາດຢາດນໍ້າ ເພື່ອອຸທິດສ່ວນບຸນກຸສົນໃຫ້ ຜູ້ທີ່ມີຄຸນງາມຄວາມດີປະກອບສ່ວນສ້າງສາພັດທະນາແຂວງຫົວພັນໃນໄລຍະຜ່ານມາທີ່ລ່ວງລັບໄປ ເຊິ່ງເຮັດໃຫ້ງານບຸນໃນປີນີ້ມີບັນຍາກາດຄຶກຄືນ ແລະ ເບີກບານມ່ວນຊື່ນ.

No description available.
ຕະຫຼອດໄລຍະ 15 ປີຜ່ານມາຫຼັງຈາກມີແກ້ວຫຼັກເມືອງທີ່ເປັນສູນລວມທາງດ້ານຈິດໃຈຂອງປະຊາຊົນບັນດາເຜົ່າຊາວແຂວງຫົວພັນ ສາມາດເຮັດໃຫ້ເສດຖະກິດ-ສັງຄົມຂອງແຂວງໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ລວມຍອດຜະລິດຕະພັນພາຍໃນ GDP ໃນປີ 2023 ນີ້ບັນລຸໄດ້ 400 ຕື້ກວ່າກີບ ສະເລຍໃສ່ພົນລະເມືອງຜູ້ໜື່ງໄດ້ຮັບ 14 ລ້ານກວ່າກີບຕໍ່ຄົນຕໍ່ປີ, ລາຍຮັບຕົ້ນຕໍ່ແມ່ນໄດ້ມາຈາກການປູກຝັງ-ລຽ້ງສັດແບບຄອບຄົວ, ເປັນຟາມໄດ້ມີການຂະຫຍາຍຕົວເພິ່ມຂຶ້ນ ມີຫຼາຍບ້ານ, ຫຼາຍຄອບຄົວໄດ້ກາຍເປັນຕົວແບບໃນການພັດທະນາ.

May be an image of 3 people, temple and text
ດ້ານການບໍລິການ, ດ້ານສາທາລະນະສຸກ, ດ້ານໂທລະຄົມໃນທົ່ວແຂວງມີຄວາມສະດວກ ທົ່ວເຖິງເຂດຫ່າງໄກສອກຫຼີກ, ເດັກໃນເກນອາຍຸໄດ້ເຂົ້າຮຽນຕາມແຕ່ລະຊັ້ນຮຽນ, ດ້ານກົງຈັກການຈັດຕັ້ງແຕ່ລະຂັ້ນກໍ່ໄດ້ຮັບການປັບປຸງເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນປັດຈຸບັນ, ພ້ອມນີ້ທົ່ວແຂວງຫົວພັນມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ ແລະມີການພັດທະນາຢ່າງຕໍ່ເນື່ອງ.

May be an image of 2 people
ໂດຍ: ໂທລະພາບຫົວພັນພາກກຶມມຸ