ປຶກສາຫາລືການຂົນສົ່ງສິນຄ້າຜ່ານທາງລົດໄຟ

135

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລ ບໍລິສັດທາງລົດໄຟລາວ-ຈີນຈໍາກັດ ໄດ້ປຶກສາຫາລືການຮ່ວມມືກ່ຽວກັບການຂົນສົ່ງສິນຄ້າທາງລົດໄຟ ໃນທ້າຍເດືອນພຶດສະພາ 2023 , ລວມທັງປຶກສາຫາລື ການຮ່ວມມືເຂດການຄ້າໃນສະຖານີລົດໄຟ ແລະກອງປະຊຸມພັກທະນາກະສິກຳຕາມແລວທາງລົດໄຟລາວ-ຈີນ.

May be an image of 4 people

ໃນວັນທີ 15 ພຶດສະພາ 2023, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ພ້ອມດ້ວຍຄະນະໄດ້ຕ້ອນຮັບ ຄະນະຈາກ ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ນຳໂດຍ ທ່ານ ກົ່ງຊຽນມ້ຽນ (Gong Xianmian) ຮອງອຳນວຍການ ບໍລິສັດ.

May be an image of 8 people, people studying and text

ໂດຍມີຈຸດປະສົງຕົ້ນຕໍແມ່ນປຶກສາຫາລືກ່ຽວກັບການສົ່ງເສີມການຮ່ວມມືລະຫວ່າງທຸລະກິດລາວ ແລະ ບໍລິສັດທາງລົດໄຟລາວ-ຈີນ ໂດຍສະເພາະແມ່ນການຮ່ວມມືໂຄສະນາ, ຈຳໜ່າຍສິນຄ້າໃນແຕ່ລະສະຖານີ, ການຮ່ວມມືການບໍລິການຂົນສົ່ງ ແລະ ສາງສິນຄ້າ, ການຮ່ວມມືທ່ອງທ່ຽວ, ວັດທະນະທຳ ແລະ ການຮ່ວວມືການພັດທະນາໂຄງການຕາມເສັ້ນທາງລົດໄຟລາວ-ຈີນ.

May be an image of 10 people and text

ພ້ອມດຽວກັນນັ້ນໄດ້ມີການປຶກສາຫາລືການເຂົ້າຮ່ວມກອງປະຊຸມການຮ່ວມມືສະບຽງເສດຖະກິດລາວ-ຈີນທີ່ນະຄອນລວງວຽງຈັນໃນຕົ້ນເດືອນ ສິງຫາ ປີ 2023 ເຊິ່ງແມ່ນ ກະຊວງແຜນການ ແລະ ການລົງທຶນ ສປປ ລາວ ແລະ ຄະນະປະຕິຮູບເສດຖະກິດ ສປ ຈີນ ຮ່ວມກັນຈັດຂຶ້ນ ໂດຍເນັ້ນໜັກຂະແໜງການຂົນສົ່ງ, ບໍ່ແຮ່, ກະສິກຳ, ວັດທະນະທຳ ແລະ ພະລັງງານໃໝ່.

May be an image of 5 people, people studying and text that says 'சe merce and Industry'