ຂ່າວປະທັບໃຈອີກແລ້ວ ທາງເບຕົງປະຊາຊົນເກັບເງິນກັນສ້າງເອງ

105

ປະຊາຊົນຮ່ວມແຮງຮ່ວມໃຈກັນເກັບເງິນສ້າງເສັ້ນທາງເຂົ້າບ້ານ ເງິນບໍ່ຫຼາຍບໍ່ພໍຊື້ເຫຼັກກໍ່ໃຊ້ໄມ້ແທນດີກວ່າທາງດີນແດງທີ່ໜ້າແລ້ງເປັນຝຸ່ນໜ້າຝົນເປັນຕົມໄປໃສກໍ່ລຳບາກ.

อาจเป็นรูปภาพของ 8 คน, ผู้คนกำลังยืน, รถไฟ และ ข้อความ

ບ້ານນາເຄືອນອກ ເມືອງປາກກະດິງ ແຂວງບໍລິຄຳໄຊ ໃນວັນທີ 12 ພຶດສະພາ 2023ນີ້, ໄດ້ມີພິທີເປີດການນຳໃຊ້ທາງຮ່ອມ ທີ່ປູເບຕົງ ແຕ່ແຍກທາງເລກ 13 ໃຕ້ ເຂົ້າຫາໂຮງຮຽນມັດທະຍົມສຶກສາຕອນຕົ້ນນາເຄືອ ມີຄວາມຍາວ 200 ແມັດ, ກວ້າງ 5 ແມັດ, ໜາ 15 ຊັງຕີແມັດ.

อาจเป็นรูปภาพของ 11 คน, ผู้คนกำลังอ่านหนังสือ และ ข้อความ

ທາງເນັ້ນນີ້ໂດຍນໍາໃຊ້ທຶນ ແລະ ແຮງງານຂອງປະຊາຊົນພາຍໃນບ້ານ ແລະ ທຶນສົມທົບຈາກຫຼາຍພາກສ່ວນ ທັງພາກລັດ ແລະ ເອກະຊົນ ລວມມູຄ່າ 167.220.000 ກີບ. ໃນພິທີໄດ້ມີການຕັດແຖບຜ້າເປີດການນຳໃຊ້ເສັ້ນທາງດັ່ງກ່າວນັ້ນຢ່າງເປັນທາງການ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ດວງຕາ ມໍລະຄາສຸກ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດແຂວງ ຜູ້ຊີ້ນຳເມືອງປາກກະດິງ, ທ່ານ ພູເຂົາເງິນ ອິນທະວົງ ເຈົ້າເມືອງປາກກະດິງ, ມີແຂກຖືກເຊີນ ພ້ອມດ້ວຍອົງການບໍລິຫານການປົກຄອງບ້ານ ເຂົ້າຮ່ວມຢ່າງພ້ອມພຽງ.

May be an image of 2 people, people standing, tree and outdoors
ໃນພິທີທ່ານ ນາງມະນິໄລ ທອງປະເສີດ ນາຍບ້ານນາເຄືອນອກ ໄດ້ລາຍງານການກໍ່ສ້າງເສັ້ນທາງດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ຕົ້ນເດືອນ ມີນາ 2023 ດ້ວຍທືນ ແລະ ແຮງງານຂອງປະຊາຊົນພາຍໃນບ້ານ ແລະ ທືນສົມທົບຈາກຫຼາຍພາກສ່ວນທັງພາກລັດ ແລະ ເອກະຊົນລວມມູນຄ່າ 167.220.000 ກີບ ມາຮອດ ວັນທີ 1 ເມສາ 2023 ກໍ່ໄດ້ສຳເລັດລົງຈຶ່ງໄດ້ເປີດການນຳໃຊ້ຢ່າງເປັນທາງການ. ພ້ອມນີ້ຍັງໄດ້ມອບການຍ້ອງຍໍ-ຊົມເຊີຍ-ຂອບໃຈ ຕໍ່ບຸກຄົນທີ່ມີຄຸນງາມຄວາມດີ ມີຜົນງານດີເດັ່ນໃນການປະກອບສ່ວນສົມທົບທືນກໍ່ສ້າງທາງເບຕົງເສັ້ນນີ້.

อาจเป็นรูปภาพของ 11 คน, มีดบารอง และ วัด
ຂ່າວຈາກ: ໜັງສືພິມບໍລິຄຳໄຊ