ການເບິ່ງແຍງເອົາໃຈໃສ່ຕົ້ນມັນຕົ້ນ

48

ໄລຍະນີ້ສວນປູກມັນຕົ້ນຂອງຫຼາຍຄົນເລີ່ມແຕກກິ່ງຫງ່າ ໃບກຳລັງງາມ ເພາະເປັນໄລຍະທີ່ຫາກໍປູກໄດ້ 2 – 5 ເດືອນ ເຊິ່ງເປັນໄລຍະສຳຄັນຂອງຕົ້ນມັນຕົ້ນ ຕ້ອງເອົາໃຈໃສ່ເປັນພິເສດ ເປັນຕົ້ນແມ່ນ: ຈາກວັດສະພືດ ຫຼື ຫຍ້າຕ່າງໆ ເພາະຫາກປ່ອຍໄວ້ມັນຈະຍາດສານອາຫານຈາກດິນ ເຊິ່ງອາດຈະເຮັດໃຫ້ຕົ້ນມັນຕົ້ນເຮົາແຄະ ແລະ ຈະໃຫ້ຫົວມັນນ້ອຍ ແລະ ມີຈຳນວນໜ້ອຍ.

ດັ່ງນັ້ນຄວນກຳຈັດວັດສະພືດຄວນສີດ ຫຼື ກຳຈັດຫຍ້າ 2 – 3 ເດືອນຕໍ່ຄັ້ງຈົນກະທັງຕົ້ນມັນມີອາຍຸ 5 ເດືອນຂຶ້ນໄປ ເພາະມັນຈະປົ່ງໃບປົກຄຸມພື້ນທີ່ວ່າງ ລະຫວ່າງຂຸມມັນຕົ້ນ ເຮັດໃຫ້ຫຍ້າຂຶ້ນບໍ່ ໄດ້.


ສຳລັບພະຍາດທີ່ມັກເກີດຂຶ້ນກັບຕົ້ນມັນຕົ້ນແມ່ນ: ເພ້ຍແປ້ງ ເຊິ່ງເປັນສັດຕູພືດທີ່ມັກເຂົ້າມາລົບກວນໃນສວນໃນໄລຍະລະດູແລ້ງສາມາດປ້ອງກັນເພ້ຍແປ້ງໄດ້ ໂດຍການຕາກດິນປະມານ 2 ອາທິດກ່ອນຈະປູກ ແລະ ຄວນນຳເອົາທ່ອນແນວພັນໄປຈຸ່ມລົງນໍ້າຢາກຳຈັດແມງໄມ້ໄປວາງໄວ້ຂ້າງໆ ຫຼື ສີດຢາໄດ້ຫາກມີການລະບາດໜັກ.

ການໃຫ້ນໍ້າທີ່ເໝາະສົມ ເພາະຕົ້ນມັນຕົ້ນຈະຕ້ອງການນໍ້າຫຼາຍໃນໄລຍະທີ່ 6 – 10 ເດືອນ, ດັ່ງນັ້ນຫຼາຍຄົນຈະພາກັນປູກໃນໄລຍະເດືອນ 2 – 3 ເພື່ອໃຫ້ພໍດີຕົ້ນມັນຕົ້ນອາຍຸປະມານ 5 – 6 ເດືອນກໍຈະຍ່າງເຂົ້າລະດູຝົນຢູ່ບ້ານເຮົາ. ດັ່ງນັ້ນຈຶ່ງບໍ່ຈຳເປັນຕ້ອງໄດ້ວາງລະບົບນໍ້າ ເຊິ່ງໄລຍະເດືອນມີນາ ຫາ ມິຖຸນາ ເປັນໄລຍະທີ່ຕົ້ນມັນຕົ້ນແຕກກິ່ງ, ກ້ານ, ໃບ ແລະ ໄລຍະທີ່ເໝາະແກ່ການເກັບກ່ຽວແມ່ນໄລຍະເດືອນພະຈິກ ຫາ ເດືອນມີນາ ເພາະເປັນໄລຍະທີ່ມັນຕົ້ນມີທາດແປ້ງສູງ.

ການເກັບກ່ຽວມັນຕົ້ນ ເຊິ່ງໄລຍະທີ່ເໝາະສົມແມ່ນອາຍຸຂອງຕົ້ນມັນຕົ້ນໄດ້ປະມານ 8 ເດືອນ ຫາ 1 ປີ ເຊິ່ງຫຼັງຈາກເກັບກ່ຽວແລ້ວ ກິ່ງ, ກ້ານ, ໃບຂອງມັນຕົ້ນ ສາມາດນຳມາເປັນປະໂຫຍດໄດ້ ໂດຍຕັດລົງພື້ນດິນສວນເພື່ອໃຫ້ກາຍເປັນປຸ໋ຍຕໍ່.
[ ຂໍ້ມູນ: Chiataigroup ]