ໄທ ສົ່ງອອກທຸລຽນຜ່ານທາງລົດໄຟ ລາວ – ຈີນ

33

ສຳນັກຂ່າວ CMG ຂອງຈີນລາຍງານວ່າ: ຫຼັງຈາກທີ່ເປີດນຳໃຊ້ທາງລົດໄຟ ລາວ – ຈີນ, ຜູ້ສົ່ງອອກທຸລຽນຂອງໄທ ສ່ວນຫຼາຍຂົນສົ່ງທຸລຽນຈາກໄທ ໄປຍັງ ຈີນ ໂດຍຜ່ານທາງລົດໄຟ ລາວ  -ຈີນ ເນື່ອງຈາກໃຊ້ເວລາສັ້ນ ພຽງແຕ່ 3 ວັນເທົ່ານັ້ນ ໃນການຂົນສົ່ງຈາກພາກຕາເວັນອອກຂອງໄທ ໄປຍັງນະຄອນຄຸນໝິງຂອງຈີນ, ຈາກເດີມທີ່ຂົນສົ່ງທາງລົດບັນທຸກ ແລະ ທາງທະເລ ເຊິ່ງໃຊ້ເວລາຍາວນານເຖິງ 5 – 7 ວັນຈຶ່ງເຖິງຈຸດໝາຍປາຍທາງ.

ອີງຕາມຂໍ້ມູນຈາກລັດຖະບານໄທ ໃຫ້ຮູ້ວ່າ: ກະຊວງກະເສດ ແລະ ສະຫະກອນ ແລະ ຊາວກະສິກອນຜູ້ປູກທຸລຽນ ໄດ້ໃຫ້ຄວາມສຳຄັນກັບການຄວບຄຸມຄຸນນະພາບເປັນອັນດັບທຳອິດ ເນື່ອງຈາກວ່າ ຂະນະນີ້ມີທຸລຽນຈາກມາເລເຊຍ, ຫວຽດນາມ, ຟີລິບປິນ ແລະ ຖຸລຽນຈາກແຂວງໄຫ່ໜານຂອງຈີນ ກຳລັງກາຍເປັນຄູ່ແຂ່ງສຳຄັນຂອງໄທ, ດັ່ງນັ້ນຫາກຢາກຮັກສາ ຫຼື ຂະຫຍາຍຕະຫຼາດໃນຈີນ ຕ້ອງຄວບຄຸມຄຸນນະພາບໃຫ້ໄດ້ຕາມມາດຖານຂອງຕະຫຼາດ.

ອີງຕາມຂໍ້ມູນຈາກກະຊວງການຄ້າຂອງຈີນ ໃຫ້ຮູ້ວ່າ: ຈີນ ຍັງເປັນຕະຫຼາດສົ່ງອອກທຸລຽນລາຍໃຫຍ່ທີ່ສຸດຂອງໄທ ໂດຍສະຖິຕິໃນປີ 2022 ການສົ່ງອອກໄປຍັງຈີນ ກວມເອົາ 96% ຂອງການສົ່ງອອກທຸລຽນທັງໝົດຂອງໄທ.