ໄລຍະນີ້ຖືໄດ້ວ່າເປັນລະດູທີ່ໝາກທຸລຽນກຳລັງສຸກ ( ເດືອນພຶດສະພາ ຫາ ເດືອນກໍລະກົດ ), ດັ່ງນັ້ນຊາວສວນກໍາລັງທະຍອຍຕັດທຸລຽນແກ່ອອກ ແລະ ລາຄາຍັງສູງຢູ່ ແຕ່ກໍສາມາດຊື້ໄດ້ທົ່ວໄປ. ທຸລຽນເປັນໝາກໄມ້ຊະນິດທີ່ມີກິ່ນແຮງ ແລະ ລົດຮ້ອນ, ດັ່ງນັ້ນຄົນທີ່ເປັນພະຍາດຄວາມດັນບໍ່ຄວນກິນຫຼາຍ ຫຼື ຖ້າກິນຫຼາຍເກີນໄປຈະເຮັດໃຫ້ເປັນຮ້ອນໃນ.
ຖ້າຄິດເຖິງທຸລຽນ ຫຼາຍຄົນຈະຄິດໃສ່ແຊ່ຕູ້ເຢັນເອົາອອກມາກັດກິນໃຫ້ຟິນໆ, ບາງຄົນຄິດໃສ່ບິງຊູທຸລຽນ, ກະແລັມ, ເຂົ້າໜຽວທຸລຽນ. ຄໍລໍາອາຫານມື້ນີ້ຈະພາທ່ານມາເຮັດເມນູເຂົ້າໜຽວທຸລຽນກິນເອງແບບງ່າຍໆ.
▶ວັດຖຸດິບ: ໝາກທຸລຽນ ( ປອກເປືອກ ) ຕ້ອງເລືອກເອົາໜ່ວຍທີ່ອ່າວສຸກ, ນໍ້າກະທິ, ເຂົ້າໜຽວໜຶ້ງສຸກ, ເກືອ, ໃບເຕີຍ ຫຼື ດອກອັນຊັນ, ນໍ້າຕານ.
▶ ວິທີເຮັດ: ຖ້າຈະເຮັດໃຫ້ເຂົ້າເປັນສີມ່ວງ ໃຫ້ນຳດອກອັນຊັນໄປແຊ່ນໍ້າ ແລ້ວຕອງເອົາແຕ່ນໍ້າ, ຖ້າຈະໃຫ້ເຂົ້າຫອມ ແລະ ເປັນສີຂຽວໃຫ້ໃຊ້ໃບເຕີຍ ຄັ້ນ ຫຼື ປັ່ນເອົານໍ້າ, ຖ້າຈະກິນເຂົ້າໜຽວທຳມະດາກໍໄດ້. ຈາກນັ້ນໃຫ້ເອົານໍ້າກະທິກ່ອງ ( ຖ້າມີກະທິສົດຄັ້ນເອງຍິ່ງຫອມ ) ລົງໄປຂ້ຽວໃນໝໍ້ໃຫ້ມັນກະທິແຕກ ຢິບເກືອລົງໄປໜ້ອຍໜຶ່ງ ( ບາງຄົນຈະເອົາເຂົ້າໜຽວໄປຊາວກັບນໍ້າໃບເຕີຍ ຫຼື ດອກອັນຊັນ ແລ້ວເອົາລົງໄປຂົ້ວກັບນໍ້າກະທິ ຕາມດ້ວຍນໍ້າຕານເລັກໜ້ອຍ ໃຫ້ເຂົ້າຈັບກ້ອນແລ້ວນຳຂຶ້ນມາ )
ຖ້າເຮົາບໍ່ຢາກໃຫ້ຍາກ ເມື່ອຂ້ຽວກະທິແລ້ວໃຫ້ຕັກໃສ່ຖ້ວຍໄວ້ ຈາກນັ້ນໃຫ້ມາປາດທຸລຽນຕາມໃຈມັກ ແລ້ວເອົາເຂົ້າໜຽວໄປໃສ່ຖ້ວຍ ຫຼື ຈານ ແລ້ວຕັກນໍ້າກະທິໂຮຍລົງໄປວາງດ້ານເທິງດ້ວຍທຸລຽນເທົ່ານີ້ກໍໄດ້ກິນເຂົ້າໜຽວທຸລຽນແລ້ວ.
[ ໂດຍ: ນົກແຕນແວນ ]