8 ວິທີຮັກສາສຸຂະພາບໄລຍະລະດູຝົນ

129

ໄລຍະນີ້ສະພາບອາກາດມັກປ່ຽນແປງເລື້ອຍໆ ສິ່ງທີ່ເຮົາເປັນຫ່ວງກໍຄືບັນຫາສຸຂະພາບ ໂດຍສະເພາະແມ່ນລະດູຝົນ ບໍ່ວ່າຈະຕົກຖືກລະດູ ຫຼື ບໍ່ຖືກລະດູກໍຕາມ ພວກເຮົາຄວນປົກປ້ອງ ແລະ ຮັກສາສຸຂະພາບຂອງຕົນເອງໃຫ້ແຂງແຮງຢູ່ສະເໝີ ເພື່ອບໍ່ໃຫ້ເກີດບັນຫາສຸຂະພາບຕ່າງໆຕາມມາ ເພາະພະຍາດທີ່ມາກັບລະດູຝົນນີ້ສາມາດເກີດຂຶ້ນໄດ້ຫຼາຍພະຍາດ ເພາະຈະເກີດຂຶ້ນງ່າຍ ແລະ ໃຊ້ເວລາດົນໃນການຮັກສາ ບໍ່ວ່າພະຍາດໃດກໍຕາມ. ສະນັ້ນ ເພື່ອບໍ່ໃຫ້ເກີດບັນຫາໂລກໄພໄຂ້ເຈັບຕ່າງໆຕາມມາ ໃນໄລຍະໜ້າຝົນ ພວກເຮົາຄວນຮັກສາຕົນເອງຕາມ 8 ວິທີດັ່ງນີ້:

1.ດື່ມນໍ້າສະອາດຢ່າງໜ້ອຍມື້ລະ 1,5 ລິດ ບໍ່ຄວນດື່ມນໍ້າເຢັນຫຼາຍເກີນໄປ ເພື່ອໃຫ້ຮັກສາຄວາມສົມດຸນຂອງຮ່າງກາຍໃຫ້ຢູ່ໃນເກນທີ່ດີ, ຄວບຄຸມລະດັບອຸນຫະພູມຂອງຮ່າງກາຍໃຫ້ປົກກະຕິ, ນໍ້າຊ່ວຍໃຫ້ເລືອດໄຫຼວຽນດີໂດຍສະເພາະແມ່ນນໍ້າທີ່ອຸ່ນ ແລະ ສະອາດ ຊ່ວຍໃຫ້ເຊວຕ່າງໆໃນຮ່າງກາຍບໍ່ຂາດນໍ້າ ແລະ ສ້າງພູມຄຸ້ມກັນທີ່ດີໃຫ້ຜິວໜັງເພື່ອຫຼຸດໂອກາດທີ່ຈະເຊື້ອພະຍາດເຂົ້າສູ່ຮ່າງກາຍ ແລະ ຖ້າດື່ມນໍ້າພຽງພໍຈະບໍ່ເປັນຫວັດງ່າຍ.
2. ນອນຫຼັບພັກຜ່ອນຢ່າງໜ້ອຍມື້ລະ 6-8 ຊົ່ວໂມງ ເພື່ອໃຫ້ຮ່າງກາຍສ້ອມແຊມສ່ວນທີ່ເສຍຫາຍ ຖ້ານອນເດິກຈະພາດໂອກາດຫຼັງຮໍໂມນ (ຮໍໂມນແຫ່ງຄວາມອ່ອນເຍົາ) ລົງຫຼາຍເທົ່ານັ້ນ ນອກຈາກນັ້ນ ການນອນເດິກຍັງເຮັດໃຫ້ອະໄວຍະວະສ່ອນຕ່າງໆໃນຮ່າງກາຍເຊັ່ນ: ຕັບ, ໄຕ ເຮັດວຽກໄດ້ມີປະສິດທິພາບໜ້ອຍລົງ ສົ່ງຜົນໃຫ້ສານພິດຄ້າງໃນຮ່າງກາຍຫຼາຍ.
3. ອອກກໍາລັງກາຍເປັນປະຈໍາຢ່າງໜ້ອຍມື້ລະ 30 ນາທີ ເພື່ອສົ່ງເສີມ ແລະ ຟື້ຟູໃຫ້ລະບົບຕ່າງໆໃນຮ່າງກາຍເຮັດວຽກໄດ້ຢ່າງມີປະສິດທິພາບໂດຍສະເພາະແມ່ນລະບົບພູມຄຸ້ມກັນພະຍາດ ຮ່າງກາຍທີ່ແຂງແຮງຍ່ອມຫ່າງໄກຈາກໂລກໄພໄຂ້ເຈັບ.

4.ພົກພາອຸປະກອນກັນຝົນຕິດໂຕ ແລະ ຮັກສາຮ່າງກາຍໃຫ້ແຫ້ງສະເໝີ ຈະສາມາດຫຼຸດ ຄວາມຊຸ່ມ ແລະ ການສະສົມຂອງເຊື້ອແບັກທີເຣຍ ເປັນສະເຫດເຮັດໃຫ້ບໍ່ສະບາຍ, ເປັນໄຂ້ຫວັດ, ນອກຈາກນີ້ແນະນໍາໃຫ້ໃສ່ເສື້ອຜ້າທີ່ບໍ່ໜາ ແລະ ບໍ່ບາງເກີນໄປ ສາມາດລະບາຍອາກາດໄດ້.
5.ຮັບປະທານອາຫານທີ່ມີປະໂຫຍດ ແລະ ອາຫານທີ່ປຸງສຸກໃໝ່: ຄວນເລືອກຮັບປະທານອາຫານທີ່ມີປະໂຫຍດໂດຍສະເພາະແມ່ນຜັກ ແລະ ໝາກໄມ້ທີ່ອຸດົມໄປດ້ວຍວິຕະມິນ ແລະ ເກືອແຮ່ ສານແອນຕີ້ອອກຊີແດນ ເຮັດໃຫ້ເຊວຕ່າງໆຂອງຮ່າງກາຍແຂງແຮງ ແລະ ຢຸດການເກີດພະຍາດໄດ້, ຮັບປະທານອາຫານທີ່ຊ່ວຍເພີ່ມຄວາມອົບອຸ່ນໃຫ້ຮ່າງກາຍເຊັ່ນ: ຂີງ, ຂ່າ, ກະທຽມ, ພິກໄທດໍາ, ຫົວສີໄຄ… ນອກຈາກນີ້ຄວນຮັບປະທານອາຫານທີ່ປຸງສຸກໃໝ່ໆ ຖືກສຸຂະອານາໄມ ເພື່ອປ້ອງກັນການປົນເປື້ອນຂອງເຊື້ອຈຸລິນຊີທີ່ພາໃຫ້ເກີດພະຍາດລະບົບທາງເດີນອາຫານ.

7. ຮັບປະທານອາຫານທີ່ມີວິຕະມິນຊີ ຊ່ວຍເສີມສ້າງພູມຄຸ້ມກັນຮ່າງກາຍ ບໍ່ໃຫ້ປ່ວຍງ່າຍ.
8. ປ້ອງກັນບໍ່ໃຫ້ຍຸງກັດ: ເພາະໃນລະດູຝົນ ຍຸງເປັນພາຫະນະນໍາເຊື້ອພະຍາດຕ່າງໆມາສູ່ເຮົາເຊັ່ນ: ພະຍາດໄຂ້ເລືອດອອກ ໂດຍມີຍຸງລາຍເປັນພາຫະນະນໍາເຊື້ອ, ໄຂ້ສະໝອງອັກເສບ, ໄຂ້ມາລາເລຍໂດຍມີຍຸງກົ້ນປ່ອງເປັນພາຫະນະນໍາເຊື້ອ ພະຍາດເຫຼ່ານີ້ ອາດຈະຮຸນແຮງເຖິງຊີວິດໄດ້ ນອກຈາກນັ້ນກໍປ້ອງກັນບໍ່ໃຫ້ຍຸງກັດດ້ວຍການທາຢາ ຫຼື ໂລຊັ່ນກັນຍຸງ, ນອນໃນມຸ້ງ, ຫຼີກລ່ຽງການຢູ່ໃນສະຖານທີ່ຊຸ່ມໆ ແລະ ມືດ ເພາະເປັນບ່ອນທີ່ຍຸງມັກຢູ່, ກໍາຈັດແຫຼ່ງນໍ້າຂັງໃນບ້ານໃຫ້ໝົດເພາະເປັນບ່ອນເພາະພັນຂອງຍຸງຊະນິດຕ່າງໆ.
[ ຂໍ້ມູນຈາກ:
honestdocs ]