ຮອງລັດຖະມົນຕີກະຊວງ ຍທຂ ລົງຕິດຕາມການກໍ່ສ້າງເສັ້ນທາງຢູ່ບໍລິຄຳໄຊ

117

ອາທິດຜ່ານມານີ້ ທ່ານ ລັນ ແສງອາພອນ ຮອງລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ລົງມາຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງເສັ້ນທາງ ເລກທີ 5116 ຈາກທາງ 1 D ເຂດບ້ານຈອມທອງເຂົ້າຫາເຂດທອງມີໄຊ ເມືອງ ວຽງທອງ, ໂດຍມີ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ພ້ອມດ້ວຍຂະແໜງການທີ່່ກ່ຽວຂ້ອງຂັ້ນແຂວງ-ເມືອງ ແລະ ຕາງໜ້າບໍລິສັດຮັບເໜົາກໍ່ສ້າງຮ່ວມພາທາງ.

No description available.
ທ່ານ ສົມພອນ ແສງຈັນເພັງ ພະນັກງານວິຊາການ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ທັງເປັນຫົວໜ້າໂຄງການກໍ່ສ້າງເສັ້ນທາງຈາກທາງ 1D ເຂດບ້ານຈອມທອງເຂົ້າຫາເຂດທອງມີໄຊດ່ານຊາຍແດນຕາດເຫີບ ໄດ້ໃຫ້ຮູ້ວ່າ: ເສັ້ນທາງດັ່ງກ່າວມີຄວາມຍາວທັງໝົດ 87 ກິໂລແມັດ ອາຍຸສັນຍາ 3 ປີ, ມູນຄ່າການກໍ່ສ້າງ 482 ຕື້ກີບ, ຮັບເໜົາກໍ່ສ້າງໂດຍ ບໍລິສັດ ພັນທະມິດກຣຸບ ເຊິ່ງເສັ້ນທາງດັ່ງກ່າວອອກແບບການກໍ່ສ້າງເປັນທາງຊັ້ນ 5 ເຂດພູດອຍ, ປູຢາງເຂດຄ້ອຍຊັນ ແລະ ເຂດຊຸມຊົນ ນອກນັ້ນແມ່ນປູດິນແດງ ບໍລິສັດໄດ້ເລີ່ມລົງມືກໍ່ສ້າງມາ ແຕ່ເດືອນມິຖຸນາ 2021 ເປັນຕົ້ນມາ ແລະຈະໃຫ້ສຳເລັດໃນເດືອນມິຖຸນາ 2024 ມາຮອດປະຈຸບັນ ການກໍ່ສ້າງສຳເລັດແລ້ວ 27,5% ຂອງໜ້າວຽກທັງໝົດ, ໂດຍລວມແລ້ວເຫັນວ່າການກໍ່ສ້າງແມ່ນຊັກຊ້າເຊິ່ງເກີດມາຈາກຫຼາຍປັດໄຈ.

No description available.
ຈາກນັ້ນໃນວັນທີ 11 ພຶດສະພາ 2023 ທ່ານ ຮອງລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ຍັງໄດ້ສືບຕໍ່ລົງຕິດຕາມຄວາມຄືບໜ້າການກໍ່ສ້າງເສັ້ນທາງຈາກບ້ານນໍ້າອ້ອນ ເທດສະບານເມືອງ ໄຊຈຳພອນຫາ ບ້ານຫຼັກ 5 ເມືອງຄຳເກີດ ເຊິ່ງເປັນເສັ້ນທາງເຊື່ອມຕໍ່ຫາທາງເລກ 8A.

No description available.
ໂດຍ ທ່ານ ຊາຍຟອງ ໄຊທອງເດດ ຫົວໜ້າໂຄງການຈາກພະແນກ ໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ລາຍງານໃຫ້ຮູ້ວ່າ: ເສັ້ນທາງດັ່ງກ່າວອອກແບບກໍ່ສ້າງ ປູຢາງ 2 ຊັ້ນ ມີຄວາມຍາວທັງໝົດ 62 ກິໂລແມັດ ແບ່ງອອກເປັນ 4 ສັນຍາຍ່ອຍ ໄລຍະການກໍ່ສ້າງ 36 ເດືອນ ແຕ່ປີ 2021-2024 ມູນຄ່າກໍ່ສ້າງ 472 ຕື້ກວ່າກີບ. ມາຮອດປະຈຸບັນການກໍ່ສ້າງສຳເລັດແລ້ວ 17,68 % ຫຼຸດແຜນທີ່ວາງໄວ້ ເຊິ່ງສາຍເຫດ ຍ້ອນການລະບາດຂອງພະຍາດໂຄວິດ-19, ບັນຫາເສດຖະກິດ ແລະ ການເພີ່ມຂື້ນຂອງພະລັງງານນໍ້າມັນ ແລະ ສະພາບແວດລ້ອມອື່ນໆ.

May be an image of 14 people and text
ໃນໂອກາດທີ່ທ່ານ ຮອງລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ລົງມາຕິດຕາມໂຄງການກໍ່ສ້າງເສັ້ນທາງໃນຄັ້ງນີ້ ທ່ານໄດ້ໃຫ້ທິດຊີ້ນຳຫຼາຍດ້ານ ເປັນຕົ້ນແມ່ນ ທ່ານໄດ້ເນັ້ນໃຫ້ເຈົ້າຂອງໂຄງການ ແລະ ບໍລິສັດຮັບເໝົາກໍ່ສ້າງຈົ່ງໄດ້ສືບຕໍ່ປະຕິບັດໜ້າວຽກໂຄງການໃຫ້ມີຄວາມຄືບໜ້າ, ປະສານສົມທົບເຊິ່ງກັນ ແລະ ກັນ ພ້ອມທັງສະຫຼຸບລາຍງານຂໍ້ສະດວກຂໍ້ຫຍຸ້ງຍາກໃຫ້ຂັ້ນເທິງຮັບຮູ້ເປັນປະຈຳແຕ່ລະໄລຍະ ເພື່ອເຮັດໃຫ້ໂຄງການດຳເນີນມີຜົນສຳເລັດ ແລະ ບັນລຸຕາມຄາດໝາຍທີ່ວາງໄວ້ ພ້ອມທັງຮັບປະກັນທາງດ້ານເຕັກນິກ ແລະ ດ້ານຄຸນນະພາບ.

ຂ່າວຈາກ: ໜັງສີພິມບໍລິຄຳໄຊ