ສາວຫວຽດນາມ ດັບຝັນ ມຽນມາ ຄວ້າຫຼຽນຄໍາບານເຕະຍິງ ໃນຊີເກມສ໌ ສະໄໝທີ 4 ຕິດຕໍ່ກັນ

119

ທີມຊາດບານເຕະຍິງຂອງ ຫວຽດນາມ ເອົາຊະນະ ທີມຊາດມຽນມາ 2-0 ໃນນັດຊີງຊະນະເລີດບານເຕະຍິງປະຈໍາງານມະຫະກໍາກີລາຊີເກມສ໌ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ເມື່ອວັນທີ 15 ພຶດສະພາ 2023 ຄວ້າຫຼຽນຄໍາເປັນສະໄໝທີ 4 ຕິດຕໍ່ກັນ ແລະ ເປັນແຊັມສູງສຸດສະໄໝທີ 8, ສ່ວນ ຫຼຽນທອງເປັນຂອງ ທີມຊາດໄທ.

ການແຂ່ງຂັນບານເຕະຍິງຮອບຊີງຊະນະເລີດຈັດຂຶ້ນທີ່ສະໜາມ ໂອແລມປິກ ສະເຕດ້ຽມ ເມື່ອວັນທີ 15 ພຶດສະພາ 2023 ທີມຊາດຫວຽດນາມ ພົບກັບ ມຽນມາ ປາກົດວ່າ: ເລີ່ມການແຂ່ງຂັນພຽງ 12 ນາທີ ຮຸນ ນູ ຍິງໃຫ້ກັບ ທີມຊາດຫວຽດນາມ ຂຶ້ນນໍາໄປກ່ອນ 1-0 ກ່ອນຈົບເຄິ່ງເວລາທໍາອິດ.

ສ່ວນເຄິ່ງເວລາທີ 2 ຫວຽດນາມ ມາໄດ້ປະຕູຕອກຢໍ້າໄຊຊະນະຈາກການຍິງຂອງ ຫງຽນ ທານ ນາ ຫຼຸດດ່ຽວເຂົ້າເຂດໂທດ ກ່ອນຊິບບານຂ້າມຫົວຜູ້ຮັກສາປະຕູມຽນມາ ເຂົ້າໄປຢ່າງສວຍງາມ ຊ່ວຍໃຫ້ ຫວຽດນາມ ເອົາຊະນະ 2-0 ໃນນາທີໆ 76 ຈາກຜົນດັ່ງກ່າວເຮັດໃຫ້ ທີມບານເຕະຍິງຂອງ ຫວຽດນາມ ຄວ້າຫຼຽນຄໍາໄປຄອງ ແລະ ເປັນຫຼຽນຄໍາສະໄໝທີ 4 ຕິດຕໍ່ກັນຕໍ່ຈາກປີ 2017, 2019 ແລະ 2021. ຂະນະທີ່ ຫຼຽນເງິນເປັນຂອງ ມຽນມາ ແລະ ຫຼຽນທອງຕົກເປັນຂອງ ທີມຊາດໄທ ທີ່ເອົາຊະນະ ເຈົ້າພາບ ກໍາປູເຈຍ 6-0.
ຂ່າວ: Larh Creators