ສະໜາມບິນໜອງຄ້າງສ້າງສຳເລັດ ແລະມອບ-ຮັບເປັນທາງ

156

ພິທີມອບ-ຮັບສະໜາມບີນໜອງຄ້າງ ເມືອງຊໍາເໜືອ ແຂວງຫົວພັນ ໄດ້ຈັດຂຶ້ນຕອນບ່າຍວັນທີ 15 ພຶດສະພາ 2023 ຢູ່ທີ່ອາຄານຜູ້ໂດຍສານ ສະໜາມບິນໜອງຄ້າງ.
ໂດຍການເປັນກຽດເຂົ້າຮ່ວມຂອງ ມີທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ, ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງ ແຂວງຫົວພັນ, ທ່ານ ເຈິນ ກັວກ ເຟືອງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຮອງປະທານຄະນະກໍາມະທິການຮ່ວມມືຫວຽດນາມ-ລາວ ມີບັນດາທ່ານຮອງລັດຖະມົນຕີ, ຮອງເລຂາພັກແຂວງ – ຮອງເຈົ້າແຂວງຫົວພັນ, ຮອງເຈົ້າແຂວງແທັງຮວາ, ທ່ານຫົວໜ້າກົງສູນຫວຽດ ນາມປະຈໍາພາກເໜືອ ສປປ ລາວ ເຂົ້າຮ່ວມ.

May be an image of 11 people and text
ທ່ານ ພູທອງ ອິນທະແສງ ຫົວໜ້າໂຄງການກໍ່ສ້າງສະໜາມບິນໜອງຄ້າງ ໄດ້ລາຍງານຫຍໍ້ກ່ຽວກັບ ຄວາມເປັນມາ ແລະ ຜົນສໍາເລັດການຈັດຕັ້ງປະຕິບັດໂຄງການໄລຍະຜ່ານມາ ໂຄງການກໍ່ສ້າງສະໜາມບິນໜອງຄ້າງ ເມືອງຊໍາເໜືອ ແຂວງຫົວພັນ ແມ່ນໂຄງການໜຶ່ງທີ່ນອນຢູ່ໃນແຜນຍຸດທະສາດ ແລະ ການພັດທະນາ ຂອງຂະແໜງໂຍທາທິການ ແລະ ຂົນສົ່ງ ດ້ານວຽກງານການບິນພົນລະເຮືອນ ຕາມນະໂຍບາຍຂອງລັດຖະບານ ໃນການຫັນເປັນປະເທດເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນ; ເຊິ່ງໂຄງການກໍ່ສ້າງດັ່່ງກ່າວນີ້ ແມ່ນເປັນໄປຕາມມາດ ຕະຖານສະ ໜາມບິນ ຂອງ ກົມການບິນພົນລະເຮືອນ ແລະ ອົງການ ການບິນພົນລະເຮືອນສາກົນ (ICAO) ທີ່ໄດ້ວາງອອກ ກໍ່ຄື: ການກໍ່ສ້າງສະໜາມບິນໜອງຄ້າງ ແມ່ນໄດ້ຈັດຢູ່ໃນປະເພດ 3C (Aerodrome Code 3C), ຊຶ່ງສາມາດຮອງຮັບເຮືອບິນປະເພດ 70-100 ບ່ອນນັ່ງ ເປັນຕົ້ນແມ່ນ: ເຮືອບິນ ATR 72, MA-60 ຫລື ທຽບເທົ່າ.

No photo description available.
ໂຄງການກໍ່ສ້າງສະໜາມບິນໜອງຄ້າງ ເລີ່ມຕົ້ນຈັດຕັ້ງປະຕິບັດການກໍ່ສ້າງໃນວັນທີ 07 ຕຸລາ 2013, ໂດຍແມ່ນກົມການບິນພົນລະເຮືອນ, ກະຊວງໂຍທາທິການ ແລະຂົນສົ່ງ ເປັນເຈົ້າຂອງໂຄງການ, ໂດຍມີບໍລິສັດທີ່ປຶກສາ ADCC ແລະ ບໍລິສັດ ພັດທະນາກະສິກຳ ຮວ່າງແອັງ ອັດຕະປື ຈຳກັດ ຈາກປະເທດຫວຽດນາມ ເປັນຜູ້ຮັບເໝົາກໍ່ສ້າງ; ພາຍໃຕ້ທຶນກູ້ຢືມຈາກ ບໍລິສັດຮຸ້ນສ່ວນກະສິກໍາສາກົນຮວ່າງແອງຢາລາຍ ມູນຄ່າທັງໝົດເບື້ອງຕົ້ນ 74.006.320 ໂດລາສະຫະລັດ.

May be an image of 8 people and text

ຜ່ານການຈັດຕັ້ງປະຕິບັດຕົວຈິງໄດ້ມີວຽກເພີ່ມຈໍານວນໜຶ່ງ ເປັນມູນຄ່າ 8.035.242 ໂດລາສະຫະລັດ ລວມທັງໝົດແມ່ນ 82.041.562 ໂດລາສະຫະລັດ ປະກອບມີ 17 ກິດຈະກຳຄື: ກໍ່ສ້າງທາງແລ່ນຂຶ້ນ – ລົງ ມີຂະໜາດຄວາມຍາວ 2.400 ແມັດ ກວ້າງ 30 ແມັດ; ກໍ່ສ້າງທາງຂັບເຄື່ອນ; ກໍ່ສ້າງລານຈອດເຮືອບິນ; ກໍ່ສ້າງອາຄານຜູ້ໂດຍສານ; ກໍ່ສ້າງຫ້ອງການຄຸ້ມຄອງສະໜາມບິນ; ກໍ່ສ້າງສະຖານີຮັບໃຊ້ສະໜາມບິນ;ກໍ່ສ້າງສະຖານີດັບເພີງ; ກໍ່ສ້າງສະຖານີອຸຕຸນິຍົມ; ກໍ່ສ້າງເຮືອນຄວບຄຸມລະບົບໄຟຟ້າ; ລະ ບົບນໍ້າໃຊ້ສະໜາມບິນ; ລະບົບລະບາຍນ້ຳສະໜາມບິນ; ກໍ່ສ້າງທາງອ້ອມສະ ໜາມບິນ ແລະ ທາງບໍລິການສະໜາມ ບິນ; ກໍ່ສ້າງຮົ້ວອ້ອມສະໜາມບິນ; ວິທະຍຸຊ່ວຍການບິນ; ກໍ່ສ້າງທາງເຂົ້າສະໜາມ ບິນ; ລະບົບໄຟຟ້າສະໜາມບິນ ແລະ ວຽກຕິດຕັ້ງອຸປະກອນຕ່າງໆຮັບໃຊ້ສະໜາມບິນ.

May be an image of 5 people, helicopter and seaplane
ທ່ານ ເຈິນ ກັວກ ເຟືອງ ຮອງລັດຖະ ມົນຕີກະຊວງແຜນການ ແລະ ການລົງທຶນຮອງປະທານຄະນະກໍາມະທິການຮ່ວມມືຫວຽດນາມ-ລາວ ກ່າວວ່າ: ໂຄງການກໍ່ສ້າງສະໜາມບິນໜອງຄ້າງ ແມ່ນໂຄງການຮ່ວມມືສອງຝ່າຍ ລະຫວາງ ລາວ-ຫວຽດນາມ ໂດຍການເຫັນດີໃຫ້ມີການກໍ່ສ້າງຈາກລັດຖະບານຂອງສອງປະເທດ ແລະ ມີຄວາມສຳຄັນ ເພື່ອຍູ້ແຮງການພັດທະນາເສດຖະກິດ-ສັງຄົມຢູ່ ສປປລາວ ກໍ່ຄື ແຂວງຫົວພັນ.

May be an image of 3 people and helicopter

ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ຕາງໜ້າລັດຖະບານ ສປປ ລາວ ຍັງໄດ້ກ່າວສະແດງຄວາມຂອບໃຈມາຍັງພັກ-ລັດ ແລະ ປະຊາຊົນຫວຽດນາມທີ່ໃຫ້ການຊ່ວຍຊຸກຍູ້ໃຫ້ບໍລິສັດຂອງ ສສ ຫວຽດນາມ ໂດຍສະເພາະໂຄງການກໍ່ສ້າງສະໜາມບິນໜອງຄ້າງ ເມືອງຊໍາເໜືອ ແຂວງຫົວພັນຈົນສຳເລັດ ຊຶ່ງຈະສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ການໄປ-ມາ ຂອງປະຊາຊົນລາວ ຈາກນະຄອນຫຼວງວຽງຈັນ ຫາ ຊໍາເໜືອ; ຊໍາເໜືອ-ນຳຄອນຫຼວງວຽງຈັນສະດວກ.

May be an image of 6 people and text

ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ ຕາງໜ້າໃຫ້ຄະນະພັກ, ພະນັກງານ ແລະ ປະຊາຊົນທົ່ວແຂວງຫົວພັນ ກ່າວວ່າ: ການຈັດພິທີມອບ-ຮັບສະໜາມບິນໜອງຄ້າງ ໄດ້ເປັນຂີດໝາຍໃໝ່ແຫ່ງການພັດທະນາແຂວງຫົວພັນ ເປັນການຄອງຄອຍ ແລະ ຄວາມມຸ້ງມາດປາຖະໜ້າຂອງປະຊາຊົນແຂວງຫົວພັນ ໂຄງການນີ້ມີຄວາມສຳຄັນຫຼາຍແກ່ການພັດທະນາ ເສດຖະກິດ-ສັງຄົມຂອງແຂວງໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້ນ.
ໂອກາດດຽວກັນນີ້ ຍັງໄດ້ພ້ອມຕັດແຖບຜ້າ, ລັ່ນຄ້ອງ 9 ບາດ ແລະ ປ່ອຍປຸມເປົ້າ ເພື່ອເປັນສິລິມຸງຄຸນໃນພິທີອີກດ້ວຍ.
ຂ່າວ-ພາບ:ອາລຸນໄຊ