ປີ້ງໜູພຸກ ອາຫານພື້ນບ້ານທີ່ຫຼາຍຄົນບໍ່ເຄີຍກິນ

65

ໜູ ມີຫຼາຍຊະນິດ ແຕ່ປັດຈຸບັນບາງຊະນິດກໍເປັນທີ່ຕ້ອງການຂອງຕະຫຼາດ ແລະ ມີຜູ້ບໍລິໂພກຫຼາຍ ຈົນໄດ້ມີການລ້ຽງເປັນຟາມເພື່ອປ້ອນຕະຫຼາດ ເປັນຕົ້ນແມ່ນ ໜູພຸກ ເຊິ່ງປັດຈຸບັນມີຮ້ານປີ້ງສະເພາະໜູພຸກຂາຍແລ້ວ ແລະ ມື້ນີ້ເຮົາມາແນະນຳເຮັດປີ້ງໜູພຸກ ເພື່ອຫຼາຍຄົນທີ່ບໍ່ເຄີຍກິນໜູລອງນຳເອົາໄປເຮັດ.

ວັດຖຸດິບ: ໜູພຸກ ( ລົກຂົນ – ຄົວສະອາດແລ້ວ ), ນໍ້າມັນຫອຍ, ເກືອ, ແປ້ງນົວ, ຄະນໍ, ຫົວຜັກບົ່ວ, ຫົວຜັກທຽມ, ຫົວສີໃຄ, ແກ່ນຫອມປ້ອມ ຫຼື ຮາກຫອມປ້ອມ ( ຖ້າບໍ່ມີບໍ່ໃສ່ກໍໄດ້ ), ພິກໄທດຳ, ນໍ້າຕານ ( ແລ້ວແຕ່ຄົນມັກ ) ຫຼື ຈະປ່ຽນຈາກພິກໄທດຳເປັນ ໝາກແຄ່ນ ກໍໄດ້.

ຂັ້ນຕອນເຮັດ: ນຳເອົາເກືອ, ແປ້ງນົວ, ຄະນໍ, ຫົວຜັກບົ່ວ, ຫົວຜັກທຽມ, ຫົວສີໃຄ ຊອຍສັ້ນໆ, ແກ່ນຫອມປ້ອມ ຫຼື ຮາກຫອມປ້ອມ ( ຖ້າບໍ່ມີບໍ່ໃສ່ກໍໄດ້ ), ພິກໄທດຳ, ນໍ້າຕານ ຫຼື ຈະໃສ່ໝາກແຄ່ນແທນພິກໄທດຳ ກໍໄດ້ແລ້ວແຕ່ມັກ ທຸກຢ່າງໃຫ້ເຂົ້າກັນລະອຽດ, ຈາກນັ້ນກໍຕຳທຸກຢ່າງໃຫ້ເຂົ້າກັນລະອຽດແລ້ວນຳໄປໃສ່ໜູ ແລ້ວເທນໍ້າມັນຫອຍລົງໄປ ກະວ່າພໍດີແລ້ວແມ່ນໃຫ້ດັງໄຟຕິດຖ່ານແລ້ວຄ່ອຍໆປີ້ງ ເຮັດໄຟອ່ອນໆ ຈະໄດ້ປີ້ງໜູທີ່ໜ້າກິນ.
[ ໂດຍ: ນົກແຕນແວນ ]