12 ວິທີຊ່ວຍເສີມ ພັດທະນາການລູກນ້ອຍ

37

1. ອາຍຸ 1 ເດືອນ: ໃຊ້ເວລາຢູ່ໃກ້ໆລູກ ເພາະວ່າເດັກຫາກໍເກີດໃໝ່ສາຍຕາຈະສັ້ນ ເບິ່ງເຫັນພາບແຈ້ງໄລຍະບໍ່ເກີນ 12 ນິ້ວ ໄວນີ້ລູກມັກເບິ່ງໜ້າຄົນ, ດັ່ງນັ້ນຖ້າລູກບໍ່ຫຼັບໃຫ້ເອົາໜ້າພໍ່ແມ່ໄປໃກ້ໆລູກ ແລະ ໃຫ້ເວົ້າຢອກກັບລູກ.
2. ອາຍຸ 2 ເດືອນ: ຊ່ວຍເສີມພັດທະນາການກ້າມຊີ້ນມື ແລະ ສາຍຕາ ໂດຍຈັບມືລູບຕົບແປະ ແລະ ຮ້ອງເພງ ອີກບໍ່ເກີນ 2 – 3 ເດືອນ ລູກຈະເຮັດເອງໄດ້ ລວມເຖິງການເຮັດສີໜ້າຮຽນແບບໄດ້ພ້ອມ ເຊັ່ນ: ແລບລີ້ນ ອ້າປາກກວ້າງ ຍິ້ມຍິ່ງແຂ້ວ.
3. ອາຍຸ 3 ເດືອນ: ລູກເລີ່ມສົນໃຈມືຕົວເອງຫຼາຍຂຶ້ນ ແລະ ໃຊ້ມືປັດປ່າຍສິ່ງຂອງທີ່ຢູ່ທາງໜ້າ ໃຫ້ເອົາເຄື່ອງຫຼິ້ນສີສັນສົດໃສໃຫ້ລູກຝຶກຈັບ ຄໍລູກເລີ່ມແຂງພະຍາຍາມຍົກຫົວຈາກພື້ນ ຈັບລູກນອນຫຼິ້ນທ່າຂວໍ້າຢູ່ໜ້າແວ່ນໃນຂະນະທີ່ລູກຕື່ນ ລູກຈະພະຍາຍາມຍົກຫົວຂຶ້ນມາເບິ່ງຕົວເອງໃນແວ່ນ.

4. ອາຍຸ 4 ເດືອນ: ໄວນີ້ລູກຈະເຮັດຫຍັງໄດ້ຫຼາຍຂຶ້ນ ບໍ່ວ່າຈະເປັນການມີປະຕິສໍາພັນກັບຜູ້ຄົນ, ດ້ານການເຄື່ອນໄຫວ ຫຼື ດ້ານການສື່ສານຄວາມໝາຍ ເຊັ່ນ: ເດັກຈະສົ່ງສຽງອອກມາຢ່າງມີ ຄວາມສຸກ ເມື່ອເຫັນເຄື່ອງຫຼິ້ນສີສັນສົດໃສ ຫຼື ຮ້ອງໄຫ້ຫຼາຍເວລາທີ່ເຈົ້າຍ່າງໜີໄປ ແລະ ຕອນນີ້ເດັກເລີ່ມມ່ວນກັບການດິກໜຽມເປັນແລ້ວ.
5. ອາຍຸ 5 ເດືອນ: ປະສາດສໍາຜັດການເບິ່ງເຫັນ ແລະ ການໄດ້ຍິນເລີ່ມເຮັດວຽກໄດ້ດີຂຶ້ນຄ້າຍຄືຜູ້ໃຫຍ່ ລູກເລີ່ມເປັ່ງສຽງຮຽນແບບການເວົ້າ ແຕ່ຍັງບໍ່ເປັນຄຳ ໃຫ້ພໍ່ແມ່ເວົ້າໂຕ້ຕອບໄປ – ມາເວລາທີ່ລູກພະຍາຍາມສົ່ງສຽງອ່ານໜັງສືນິທານຊີ້ໃຫ້ເບິ່ງຮູບພາບພ້ອມບອກວ່ານັ້ນແມ່ນຫຍັງ.
6. ອາຍຸ 6 ເດືອນ: ລູກເລີ່ມຮຽນນັ່ງ ແລະ ເຄື່ອນທີ່ໄດ້ເອງ ຈັບໃຫ້ລູກນອນຂວໍ້າຫຼິ້ນ ແລ້ວເອົາເຄື່ອງຫຼິ້ນມາວາງລໍ້ໄວ້ດ້ານໜ້າ ຈະໄດ້ພະຍາຍາມເຄື່ອນທີ່ໄປຫາເຄື່ອງຫຼິ້ນ ໃຫ້ເລືອກຊະນິດທີ່ປອດໄພເຂົ້າປາກໄດ້ບໍ່ອັນຕະລາຍເປັນພິດ ຫຼື ຕິດຫຼອດລົມ ຈັດເຮືອນໃຫ້ປອດໄພ ເຊັ່ນ: ອັດຮູປັກສຽບ, ລະວັງພັດລົມຕັ້ງພື້ນ, ຕູ້ລີ້ນຊັກ, ຂັ້ນໄດເຮືອນທີ່ລູກອາດໄປຫຼິ້ນ.

7. ອາຍຸ 7 ເດືອນ: ລູກເລີ່ມໃຊ້ມືຈັບສິ່ງຂອງໄດ້ດີ ອີກ 2 – 3 ເດືອນ ຈະໃຊ້ນິ້ວຊີ້, ນິ້ວໂປ້ຈັບເຄື່ອງຫຼິ້ນນ້ອຍໆໄດ້ ຫາສິ່ງຂອງທີ່ປອດໄພໃຫ້ລູກຝຶກຢິບຈັບ ເຊັ່ນ: ກ້ວຍສຸກທີ່ຕັດເປັນຕ່ອນນ້ອຍ ແອັບເປິ້ນຕ່ອນນ້ອຍໆໃສ່ຖ້ວຍຢາງ ຫຼື ໃຫ້ລູກຈັບບ່ວງຮຽນຕັກ.
8. ອາຍຸ 8 ເດືອນ: ກະຕຸ້ນການຮຽນຮູ້ເລື່ອງພາສາ ຝຶກປ່ອນສິ່ງຂອງໃສ່ກ່ອງ ສອນເອີ້ນອະໄວຍະວະຂອງຮ່າງກາຍ.
9. ອາຍຸ 9 ເດືອນ: ໄວນີ້ມັກຫຼິ້ນແນວທີ່ເປີດ – ປິດຄືບານພັບປະຕູໄດ້ ເຊັ່ນ: ໜັງສືປົກແຂງ, ຝາຕູ້ເກັບເຄື່ອງ, ກ່ອງເຈ້ຍທີ່ມີຝາປິດ ລູກມັກນັ່ງຫຼິ້ນໄດ້ເປັນຮ້ອຍເທື່ອ ເປັນການຝຶກກ້າມຊີ້ນຕາ ແລະ ກ້າມຊີ້ນມືເຮັດວຽກປະສານກັນ.
10. ອາຍຸ 10 ເດືອນ: ລູກມັກຫຼິ້ນຊອກຫາເຄື່ອງທີ່ເຊື່ອງໄວ້ ເປັນການຝຶກກ້າມຊີ້ນການເຄື່ອນເໜັງ ແລະ ຮຽນຮູ້ວ່າວັດຖຸບໍ່ສູນຫາຍໄປໃສ ເຖິງວ່າຈະບໍ່ເຫັນກໍຕາມ ເຊັ່ນເຊື່ອງເຄື່ອງຫຼິ້ນໄວ້ກ້ອງຜ້າຫົ່ມ ແລ້ວເອົາມືລູກໄປເປີດຜ້າເພື່ອໃຫ້ເຫັນເຄື່ອງຫຼິ້ນ ລູກກໍຈະຮຽນແບບໄດ້.
11. ອາຍຸ 11 ເດືອນ: ກະຕຸ້ນພັດທະນາການດ້ານພາສາ ໂດຍການເວົ້າໂຕ້ຕອບກັບລູກຫຼາຍໆ ບອກລູກວ່າເຈົ້າກຳລັງເຮັດຫຍັງຢູ່ ຖາມລູກເລື້ອຍໆ ເຮັດທ່າທາງປະກອບນຳຈະຊ່ວຍໃຫ້ລູກເຂົ້າໃຈຫຼາຍຂຶ້ນ ບໍ່ໃຊ້ໂທລະພາບ ຫຼື ໂທລະສັບ.
12. ເດັກນ້ອຍບາງຄົນເວົ້າເປັນໄວ ຄານໄວ ກວ່າເດັກຄົນອື່ນໃນໄວດຽວກັນ ບາງຄົນເຮັດໄດ້ຊ້າກວ່າຄົນອື່ນ ແຕ່ສ່ວນຫຼາຍຈະເຮັດໄດ້ໃນທີ່ສຸດ ແຕ່ຖ້າສົງໄສວ່າລູກອາດມີບັນຫາພັດທະນາການຊ້າຜິດປົກກະຕິ ຄວນໃຫ້ແພດກວດເບິ່ງ ດີກວ່າເກັບ ຄວາມວິຕົກກັງວົນໄວ້ດົນເກີນໄປ.
[ ຂໍ້ມູນຈາກ: ສຸທິດາ
ເອື້ອໄພໂລດນະກິດ ]