ມາເລເຊຍ ຍັງຕ້ອງການແຮງງານເພີ່ມຂຶ້ນ ໃນໄຕມາດ 1 ປີ 2023

48

ເວັບໄຊຂອງສຳນັກຂ່າວ BNews ລາຍງານວ່າ: ຄວາມຕ້ອງການແຮງງານຂອງ ມາເລເຊຍ ມີທ່າອ່ຽງສູງຂຶ້ນຢ່າງຕໍ່ເນື່ອງ ເຊິ່ງໃນໄຕມາດທໍາອິດຂອງປີນີ້ ມີການຈ້າງງານທັງໝົດ ເພີ່ມຂຶ້ນ 2,7% ຄື ຈາກ 8,57 ລ້ານຄົນ ໃນໄລຍະດຽວກັນຂອງປີຜ່ານມາ ມາເປັນ 8,81 ລ້ານຄົນ ໃນໄຕມາດ 1/2023.

อาจเป็นรูปภาพของ 2 คน

ທ່ານ ໂມດ ອຸເຊ ມາຮິດິນ ( Mohd Uzir Mahidin ) ຫົວໜ້າສະຖິຕິຂອງກົມສະຖິຕິ ມາເລເຊຍ ( DOSM ) ໃຫ້ຮູ້ວ່າ: ການຈ້າງງານທັງໝົດໃນມາເລເຊຍ ເພີ່ມຂຶ້ນ 233.700 ຕຳແໜ່ງ ເມື່ອທຽບເປັນລາຍປີ ໃນປີ 2022 ເຊິ່ງເປັນການເພີ່ມຂຶ້ນສູງສຸດຂອງລາຍໄຕມາດ ນັບຕັ້ງແຕ່ປີ 2018 ເປັນຕົ້ນມາ ແລະ ໃນໄຕມາດທຳອິດຂອງປີນີ້ ພາກເສດຖະກິດທັງໝົດ ກໍມີການຂະຫຍາຍຕົວ ເຊິ່ງໃນພາກການຜະລິດມີອັດຕາການເຕີບໂຕສູງສຸດທີ່ 3,8%, ຮອງລົງມາແມ່ນບໍ່ແຮ່ ແລະ ຖ່ານຫີນ 3,4% ແລະ ກະສິກຳ 2,9%.

อาจเป็นรูปภาพของ 1 คน, รถไฟ, วิกตอเรียพีค, ตึกระฟ้า และ ฝูงชน

ເມື່ອສັງເກດດ້ານອົງປະກອບເຫັນວ່າ ຫຼາຍຕໍາແໜ່ງງານໄດ້ຖືກກຳນົດອອກ ເຊິ່ງຈຸດສຸມແມ່ນຢູ່ຂົງເຂດການບໍລິການ, ການຜະລິດ ແລະ ການກໍ່ສ້າງ ມີການຈ້າງງານສ່ວນໃຫຍ່ ແມ່ນປະເພດແຮງງານທີ່ມີທັກສະ ເຄິ່ງສີມືແຮງງານ ( Semi – skilled Labor ) ໂດຍມີການຈ້າງງານ 5,39 ລ້ານຕໍາແໜ່ງ ຫຼື 32,6%; ຮອງລົງມາແມ່ນປະເພດແຮງງານທີ່ມີທັກສະຊໍານານງານ ທີ່ມີງານ 2,15 ລ້ານຕໍາແໜ່ງ ( 24,9% ) ແລະ ທັກສະຕໍ່າ ມີການຈ້າງງານ 1,08 ລ້ານຕໍາແໜ່ງ ( 12,5% ).

ລາຍງານລະບຸວ່າ: ອັດຕາຕໍາແໜ່ງງານກໍເພີ່ມຂຶ້ນຫຼາຍເຖິງ 4,5% ເປັນ 192.600 ຕໍາແໜ່ງ ໂດຍສ່ວນໃຫຍ່ຢູ່ໃນພາກການຜະລິດ ເຊິ່ງຄິດເປັນ 55,9% ຂອງຕໍາແໜ່ງງານວ່າງ ຕາມມາດ້ວຍຂະແໜງກະສິກຳ 16,5% ແລະ ການບໍລິການ 15,3%.