ກຽມປ່ອຍເພງໃໝ່ຂອງ 3 ໜຸ່ມ ຟັງພ້ອມກັນທົ່ວປະເທດ ວັນທີ 17 ພຶດສະພານີ້

420

ແຟນໆຂ່າວບັນເທີງ ໄດ້ຈະໄດ້ຮັບຟັງພ້ອມກັນແລ້ວ ໃນວັນທີ 17 ພຶດສະພາ ທີ່ຈະມາເຖິງນີ້ ກັບບົດເພງໃໝ່ຫຼ້າສຸດຂອງສິລະປິນລະດັບຕໍານານ ທີ່ສ້າງສີສັນໃຫ້ກັບວົງການເພງລາວມາແລ້ວນັບບໍ່ຖ້ວນ ແລະ ໃນຕອນນີ້ກໍບໍ່ທໍາມະດາ ມີສັງກັດຄ້າຍເປັນຂອງຕົນເອງ ໃນນາມເປັນປະທານ ບໍລິສັດ Newgen Entertainment ແລະ ຫຼ້າສຸດນີ້ ກໍໄດ້ມີຜົນງານເພງໃໝ່ມາໃຫ້ໄດ້ຟັງພ້ອມກັນຂອງໜຸ່ມ ສຸລິຍະ ຕານຸວັນ ຫຼື ຕ້ອມ Newgen ນັ້ນເອງ.

ຜົນງານທີ່ຈະປ່ອຍໃຫ້ໄດ້ຮັບຟັງກັນໃນຄັ້ງນີ້ ແມ່ນເປັນບົດເພງໃໝ່ ທີ່ໄດ້ຮ້ອງຮ່ວມກັນຂອງສາມໜຸ່ມ ເຊິ່ງເປັນບົດເພງທີ່ມີຊື່ວ່າ “ ເກັບທຸກຄວາມຮູ້ສຶກ ” ນັ້ນເອງ ໂດຍໜຸ່ມຕ້ອມ ໄດ້ໃຫ້ຂໍ້ມູນກັບທີມຂ່າວບັນເທີງມາວ່າ “ ເພງໃໝ່ປະຈຳເດືອນ 5 ມາແລ້ວ ພາຍຫຼັງທີ່ສາມໜຸ່ມ Tom Newgen, Alek L_X ແລະ Jacky MasterZ ໄດ້ປ່ອຍຜົນງານເພງ Smoker ໄປແລ້ວ ໄດ້ຜົນຕອບຮັບດີເກີນຄາດ ແລະ ຕອນນີ້ກຳລັງຈະປ່ອຍເພງໃໝ່ ຊື່ເພງວ່າ ເກັບທຸກຄວາມຮູ້ສຶກ ໃນວັນທີ 17 ພຶດສະພາ 2023 ນີ້ ໃນຊ່ອງທາງ YouTube Newgen entertainment ໃນເວລາ 19:00 ໂມງ ເຊິ່ງເພງນີ້ຈະພາທຸກຄົນກັບໄປສູ່ຄວາມຮັກໃນໄວຮຽນ ແລະ ເຂົ້າກັບນັກຮຽນຊັ້ນ ມ 7 ທີ່ກຳລັງຈະຈົບ ແລະ ຈາກກັນໄປແຍກຍ້າຍໄປເຕີບໂຕ ທີ່ແອບຮັກຜູ້ຍິງຄົນໜຶ່ງ ທີ່ເປັນເພື່ອນສະໜິດ ແຕ່ບໍ່ເຄີຍແມ່ນແຕ່ຈະບອກທຸກຄວາມຮູ້ສຶກນັ້ນອອກໄປ ໄດ້ແຕ່ເກັບມັນໄວ້ ເພາະຄວາມເປັນຈິງຖ້າວັນໜຶ່ງຕ້ອງຖອຍເພື່ອໃຫ້ເຂົາມີ ຄວາມສຸກ.

ສໍາລັບເພງນີ້ເອີ້ນໄດ້ວ່າເປັນບົດເພງທີ່ມີເນື້ອຫາກິນໃຈສຸດໆ ເພາະເຮົາຕ້ອງປ່ອຍຄົນທີ່ເຮົາຮັກໄປ ເປັນຄວາມຮັກທີ່ເສຍສະຫຼະເພື່ອໃຫ້ເຂົາມີຄວາມສຸກ ແລະ ໄປໄດ້ດີກວ່າ ເປັນຮັກທີ່ບໍ່ກ້າບອກ ເອີ້ນໄດ້ວ່າເຈັບສຸດໆເລີຍ. ສະນັ້ນ, ແຟນໆຕ້ອງຖ້າຕິດຕາມໄປນໍາກັນເດີ ເພື່ອສະໜັບສະໜູນຜົນງານເພງລາວເຮົາ ເພື່ອເປັນກໍາລັງໃຈໃຫ້ສິລະປິນ ທີ່ຕັ້ງໃຈຜະລິດຜົນງານອອກມາໃຫ້ໄດ້ຊົມ ໄດ້ຟັງອີກດ້ວຍ.

ໜຸ່ມ ສຸລິຍະ ຕານຸວັນ ຫຼື ເປັນທີ່ຮູ້ຈັກກັນດີໃນນາມ ຕ້ອມ Newgen ປັດຈຸບັນເປັນປະທານ ບໍລິສັດ Newgen Entertainment ທີ່ເຮັດກ່ຽວກັບການພັດທະນາໄວໜຸ່ມ ແລະ ວົງການບັນເທີງ ໂດຍມີຜົນງານຜ່ານມາ ແມ່ນເປັນນັກຮ້ອງຮຸ່ນບຸກເບີກ B – hero ເຈົ້າຂອງຜົນງານເພງທີ່ມີຊື່ສຽງ ປັດຈຸບັນນີ້ແມ່ນຜັນຕົວມາຢູ່ເບື້ອງຫຼັງ ສ້າງບໍລິສັດພັດທະນາວົງການບັນເທີງໃຫ້ເຂົ້າເຖິງມາດຕະຖານຫຼາຍຂຶ້ນ ໂດຍການກັບມາສ້າງຮາກຖານສ້າງລະບົບ, ສ້າງ ຄວາມສາມາດທີ່ແທ້ຈິງ ແລະ ສ້າງລະບົບໃຫ້ສອດຄ່ອງກັບຍຸກສະໄໝ ເພື່ອສ້າງຊື່ສຽງໄວໜຸ່ມລາວ ແລະ ສ້າງໃຫ້ເປັນວົງກວ້າງ ເພື່ອສອດຄ່ອງຫາແຫຼ່ງທ່ອງທ່ຽວ ແລະ ວັດທະນະທຳລາວ.

Newgen Entertainment ປັດຈຸບັນແມ່ນການສ້າງຮາກຖານຕັ້ງແຕ່ການເຕັ້ນ, ການຮ້ອງ, ການປັບບຸກຄະລິກກະພາບ ແລະ ສ້າງແນວຄິດ ປັບເປົ້າໝາຍໃຫ້ໄວໜຸ່ມຊັດເຈນຂຶ້ນໃນວົງການບັນເທີງ ຍັງບໍ່ພໍເທົ່ານັ້ນ ຄ້າຍ Newgen Entertainment ຍັງໄດ້ໃສ່ໃຈຕັ້ງແຕ່ໜ້າບ້ານ ແລະ ຈົນເບິ່ງແຍງເຖິງຫຼັງບ້ານ ບໍ່ວ່າຈະເປັນເລື່ອງຄອບຄົວ, ການຮຽນ ແລະ ວິໄສທັດຕໍ່ສັງຄົມ ເພາະໄວໜຸ່ມຜ່ານເຂົ້າມາຫຼັກໆຄືສອນໃຫ້ເປັນຄົນດີຕໍ່ສັງຄົມ ເພື່ອເປັນແບບຢ່າງ ແລະ ດີຕໍ່ຄອບຄົວ ເພື່ອສ້າງໃຫ້ຮູ້ວ່າວົງການບັນເທີງມັນບໍ່ແມ່ນພຽງແຕ່ເປັນກິດຈະກຳ ມັນຄືແບບຢ່າງຂອງສັງຄົມຄືລາຍຮັບພິເສດ ຫຼື ອາດສ້າງເປັນອາຊີບໄດ້ໃນພາຍພາກໜ້າ ຝາກແຟນໆສະໜັບສະໜູນນ້ອງໆໃນຄ້າຍດ້ວຍ ໂດຍສາມາດເຂົ້າໄປຕິດຕາມໄດ້ທີ່ ເພຈຂອງ Newgen Entertainment ໄດ້ເລີຍ.