ພັກຝ່າຍຄ້ານຂອງໄທ ຊະນະການເລືອກຕັ້ງ

119

ໜັງສືພິມມະຕິຊົນອອນລາຍລາຍງານວ່າ: ພັກກ້າວໄກ ເຊິ່ງເປັນພັກນ້ອງໃໝ່ ຫາກໍຜ່ານການເລືອກຕັ້ງເປັນຄັ້ງທີ 2 ສາມາດເອົາຊະນະການເລືອກຕັ້ງທົ່ວໄປຂອງຣາຊະອານາຈັກໄທ ແບບຫັກປາກກາຊຽນການເມືອງລົງຢ່າງຮາບຄາບ, ໃນຂະນະທີ່ ພັກເພື່ອໄທ ເຊິ່ງເປັນພັກຄອງໃຈຄົນພາກເໜືອ ແລະ ພາກອີ່ສານ ໃນອະດີດ ມາເປັນອັນດັບທີ 2.

ລາຍງານລະບຸວ່າ: ຜົນການນັບຄະແນນຍັງບໍ່ເປັນທາງການຜ່ານໄປແລ້ວປະມານ 98% ພົບວ່າ ພັກກ້າວໄກ ມີຄະແນນມາເປັນອັນດັບ 1 ໂດຍໄດ້ສະມາຊິກສະພາຜູ້ແທນຣາຊະດອນ ( ສສ ) ແບບແບ່ງເຂດ 113 ສຽງ ( ຄົນ ) ແລະ ສສ ແບບບັນຊີລາຍຊື່ ( ປາຕີລິສ ) 38 ສຽງ ລວມເປັນ 151 ສຽງ, ສ່ວນພັກເພື່ອໄທ ໄດ້ ສສ ແບບແບ່ງເຂດ 112 ສຽງ ແລະ ບັນຊີລາຍຊື່ 29 ສຽງ ລວມເປັນ 141 ສຽງ, ສ່ວນພັກພູມໃຈໄທ ມາເປັນອັນດັບ 3 ຢູ່ທີ່ 70 ສຽງ, ຂະນະທີ່ພັກ 2 ລຸງ ຢ່າງພັກພະລັງປະຊາຣັດ ແລະ ພັກຣວມໄທສ້າງຊາດ ໄດ້ 40 ແລະ 36 ສຽງ ຕາມລຳດັບ, ສ່ວນພັກເກົ່າແກ່ຢ່າງປະຊາທິປັດ ໄດ້ພຽງ 25 ສຽງ.

อาจเป็นรูปภาพของ 4 คน, สกูตเตอร์ และ ข้อความ

ຜົນການເລືອກຕັ້ງດັ່ງກ່າວ ເຖິງວ່າຍັງບໍ່ເປັນທາງການ ແຕ່ກໍໄດ້ສະທ້ອນໃຫ້ເຫັນວ່າ ສັງຄົມໄທ ຢາກເຫັນປະເທດຊາດມີການປ່ຽນແປງ ເນື່ອງຈາກວ່າ ທັງພັກກ້າວໄກ ແລະ ພັກເພື່ອໄທ ເຊິ່ງເປັນຝ່າຍຄ້ານໃນລັດຖະສະພາ ສາມາດເອົາຊະນະພັກທີ່ເປັນລັດຖະບານຊຸດປັດຈຸບັນຢ່າງຖະຖົ່ມຖະລາຍ.

ແນວໃດກໍຕາມ, ນັກວິເຄາະຫຼາຍຄົນອອກມາຄາດຄະເນວ່າ: ເຖິງວ່າຂົ້ວເສລີນິຍົມຈະຊະນະແບບຖະຫຼົ່ມຖະລາຍ ແຕ່ການຈັບມືຈັດຕັ້ງລັດຖະບານ ອາດຈະບໍ່ງ່າຍດັ່ງທີ່ຄິດ ເນື່ອງຈາກວ່າ ການໂຫວດເລືອກນາຍົກລັດຖະມົນຕີ ຕ້ອງມີສຽງສະໜັບສະໜູນຂອງ 2 ສະພາ ຄື: ສະມາຊິກສະພາຜູ້ແທນຣາຊະດອນ ( ສສ ) ແລະ ສະມາຊິກວຸດທິສະພາ ( ສວ ) ເຊິ່ງຜູ້ທີ່ຖືກສະເໜີຊື່ໃຫ້ເປັນນາຍົກລັດຖະມົນຕີຄົນທີ 30 ຂອງໄທ ຕ້ອງມີສຽງສະໜັບສະໜູນທັງ 2 ສະພາ 376 ສຽງຂຶ້ນໄປ ເຊິ່ງ ສວ ທັງ 250 ສຽງ ສ່ວນໃຫຍ່ມາຈາກການແຕ່ງຕັ້ງຂອງ ທ່ານ ພົນເອກ ປະຢຸດ ຈັນໂອຊາ ນາຍົກລັດຖະມົນຕີຄົນປັດຈຸບັນ ເຊິ່ງ ສວ ເຫຼົ່ານັ້ນ ອາດຈະບໍ່ໂຫວດໃຫ້ພັກທີ່ຊະນະການເລືອກຕັ້ງ ເປັນນາຍົກລັດຖະມົນຕີກໍເປັນໄດ້.

ດັ່ງນັ້ນ, ຫາກຢາກຈັດຕັ້ງລັດຖະບານ, ຝ່າຍເສລີນິຍົມຈະຕ້ອງຮວບຮວມສຽງ ສສ ໃຫ້ໄດ້ 376 ສຽງ ໂດຍບໍ່ຈຳເປັນຕ້ອງເພິ່ງພາສຽງ ສວ ໃນການໂຫວດເລືອກນາຍົກລັດຖະມົນຕີ.