ອາກຊັງຕິນ ເງິນເຟີ້ສູງເຖິງ 109% ໃນເດືອນເມສາຜ່ານມາ

15

ສໍານັກຂ່າວອິນໂຟເຄວສ໌ ລາຍງານວ່າ: ສໍານັກງານສະຖິຕິຂອງ ອາກຊັງຕິນ ເປີດເຜີຍ ອັດຕາເງິນເຟີ້ຂອງອາກຊັງຕິນ ເພີ່ມຂຶ້ນສູ່ລະດັບ 109% ໃນເດືອນເມສາຜ່ານມາ ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ ເຊິ່ງສູງກວ່າທີ່ນັກວິເຄາະຄາດການໄວ້ ແລະ ສ້າງຄວາມບໍ່ພໍໃຈໃຫ້ກັບຜູ້ບໍລິໂພກ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງ.

อาจเป็นรูปภาพของ 2 คน, ผลไม้ และ ข้อความ

ການເພີ່ມຂຶ້ນຂອງອັດຕາເງິນເຟີ້ ເຮັດໃຫ້ປະຊາຊົນຊາວອາກຊັງຕິນ 1 ໃນ 4 ປະສົບກັບພາວະທຸກຍາກລົງ ຫຼັງຈາກທີ່ເງິນເຟີ້ໃນອາກຊັງຕິນ ຢູ່ທີ່ລະດັບສູງມາຫຼາຍສິບປີ ອີກທັງຍັງປະເຊີນກັບວິກິດໜີ້ ແລະ ການອ່ອນຄ່າລົງຂອງສະກຸນເງິນພາຍໃນອີກດ້ວຍ.

ນອກຈາກນີ້, ທຶນສຳຮອງຂອງທະນາຄານກາງທີ່ຫຼຸດລົງ ກຳລັງສົ່ງຜົນກະທົບຕໍ່ສະຖານະການດ້ານເງິນຄັງຂອງລັດຖະບານ.

ฃສະຖານະການທາງເສດຖະກິດທີ່ບອບບາງຂອງ ອາກຊັງຕິນ ທະວີຄວາມຮຸນແຮງຂຶ້ນຈາກພາວະແຫ້ງແລ້ງເປັນປະຫວັດການ ນັບຕັ້ງແຕ່ປີຜ່ານມາ ເຊິ່ງສົ່ງຜົນກະທົບຕໍ່ການສົ່ງອອກຖົ່ວເຫຼືອງ, ສາລີ… ເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຫຼຸດລົງ ແລະ ໄດ້ເປັນສິ່ງກີດຂວາງຄວາມສາມາດຂອງລັດຖະບານ ໃນການຮັບມືກັບຄ່າເງິນຂອງອາກຊັງຕິນອ່ອນຄ່າລົງ.

อาจเป็นรูปภาพของ 3 คน, เงิน และ ข้อความ

ຄວາມຜັນຜວນຂອງຕະຫຼາດແລກປ່ຽນເງິນຕາຕ່າງປະເທດ ເຮັດໃຫ້ຄ່າເງິນ ເປໂຊ ຫຼຸດລົງສູ່ລະດັບຕໍ່າສຸດເປັນປະຫວັດການ ໃກ້ກັບ 500 ເປໂຊ ຕໍ່ 1 ໂດລາ ໃນເດືອນທີ່ຜ່ານມາ ເຊິ່ງເຮັດໃຫ້ເງິນເຟີ້ປັບຕົວຂຶ້ນຕໍ່ໄປ ແລະ ສົ່ງຜົນກະທົບຕໍ່ຂໍ້ຕົກລົງເງິນກູ້ວົງເງິນ 4,4 ໝື່ນລ້ານໂດລາຂອງ ອາກຊັງຕິນ ກັບກອງທຶນການເງິນລະ ຫວ່າງປະເທດ ( IMF ).