ຮູ້ຈັກ ກອງເງິນ ນັກກີລາລາວຄົນທໍາອິດປົດລ໋ອກຫຼຽນຄໍາທໍາອິດຂອງ ສປປ ລາວ ໃນຊີເກມ 2023

174

ຫຼຽນຄໍາຂອງອິດຂອງ ທັບນັກກີລາລາວ ໃນງານມະຫະກໍາກີລາຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ລະຫວ່າງວັນທີ 5-17 ພຶດສະພາ 2023 ໄດ້ມາຈາກ ທ້າວ ກອງເງິນ ອິນທິສານ ນັກກິລາ ກຸນ ບົກກະຕໍ້ (Kun Bokator) ປະເພດຟ້ອນດ່ຽວຊາຍ ຫຼັງສາມາດບຽດເອົາຊະນະ ນັກກິລາຈາກເຈົ້າພາບ 7,83 ຕໍ່ 7,82 ຄະແນນ.

ເຊິ່ງມື້ນີ້ຈະພາໄປຮູ້ຈັກ ແລະ ໄປສ່ອງປະຫວັດຂອງນັກກີລາຄົນ ທີ່ກາຍເປັນຮີ່ໂຣຂອງ ສປປ ລາວ ຄົນທໍາອິດໃນການຍາດໄດ້ຫຼຽນຄໍາ ຊີເກມ ຄັ້ງທີ 32 ເປັນການຮຽກຄວາມໝັ້ນໃຈໃຫ້ກັບນັກກີລາລາວ ຄົນອື່ນໆ ຍາດໄດ້ຫຼຽນຄໍາ ເຮັດໃຫ້ມາຮອດວັນທີ 15 ພຶດສະພາ 2023 ທັບນັກກີລາ ຈາກທັງໝົດ 31 ປະເພດກີລາ ສາມາດຍາດໄດ້ແລ້ວ 6 ຫຼຽນຄໍາ

ກອງເງິນ ເປີດເຜີຍກັບ Larh Creators ທີມງານພວກເຮົາວ່າ: ສໍາລັບນ້ອງເກີດວັນທີ 12/01/1998 ເປັນຄົນບ້ານຂົວເຊ, ເມືອງເຊບັ້ງໄຟ, ແຂວງຄຳມ່ວນ, ນ້ຳຫນັກ 65 ແລະ ລວງສູງ 170Cm, ປະຈຸບັນເຮັດວຽກຢູ່ບໍລິສັດເອກະຊົນໃນນະຄອນຫຼວງວຽງຈັນ ແລະ ມີຄວາມສາມາດໃນການຫຼິ້ນກີລາຫຼາຍປະເພດ ໂດຍລາວເລົ່າວ່າ:

-ເລີ່ມຫລິ້ນກິລາຕັ້ງປີ 2016 ທີ່ຫຼັກໆແມ່ນມວຍລາຍລາວ ປະເພດຟ້ອນສະແດງຈົນເຖິງປະຈຸບັນ ເພາະເປັນຄົນມັກອອກກຳລັງກາຍດ້ານການຕໍ່ສູ້ສະແດງ ເລີຍເລືອກຫລິ້ນກີລາປະເພດນີ້
– ທີ່ຜ່ານມາເຄີຍຮ່ວມແຂ່ງຂັນປະເພດຟ້ອນມວຍລາຍລາວຕໍ່ສູ້ໃນງານຊຽງຂວາງເກມ 2022 ແລະ ຮ່ວມການແຂ່ງຂັນສະແດງສິລະປະການຕໍ່ສູ້ທີ່ຕ່າງປະເທດໃນລາຍການ (world martial arts) ປະເພດຟ້ອນມວຍຕໍ່ສູ້

– ຄວາມຍາກກໍຄືເປັນກິລາໃຫມ່ ແລະ ບັນດາຄູ່ແຂ່ງແຕ່ລະປະເທດທີ່ເຮັດໄດ້ດີ ແຕ່ເຮົາກໍມີປະສົບການໃນດ້ານການສະແດງມາກ່ອນແລ້ວ ຈຶ່ງບໍ່ຄ່ອຍກັງວົນໃນການແຂ່ງຂັນປະເພດຟ້ອນມວຍນີ້ ແລະ ຄັ້ງນີ້ກໍ່ເປັນຫຼຽນທຳອິດ, ກໍດີໃຈຫລາຍທີ່ໄດ້ຮັບ ພິເສດຍ້ອນການຝຶກສອນທີ່ດີຂອງຄູຝຶກທັງລາວແລະກຳປູເຈຍ

-ໂດຍຊີເກມ ຄັ້ງນີ້ມີແຂ່ງລາຍການດຽວ, ອະນາຄົດແມ່ນຢາກສືບຕໍ່ການຝຶກສອນ ແລະ ຊ້ອມປະສົບການ ລວມເທັກນິກດີໆ ໃຫ້ແກ່ນັກກິລາລຸ້ນໃຫມ່ ເພື່ອສືບຕໍ່ສ້າງຜົນງານທີ່ດີແກ່ປະເທດຊາດ ໃນບັນດາກິລາປະເພດຟ້ອນສະແດງມວຍຕໍ່ສູ້ຕ່າງໆ
– ນອກຈາກກິລາແລ້ວ ກໍຍັງມີຜົນງານການສະແດງຫນັງສັ້ນ, ໂຄສະນາຕ່າງໆ ແລະ ຝຶກສອນສະຕັ້ນຄິວບູ້ ກັບ ທີມງານລາວແອັກຊັນສະຕາ ໃນເພຈ໌ Lao Action Star.
ສໍາລັບ ຫຼຽນຄໍາດັ່ງກ່າວ ເປັນການສ້າງຄວາມໝັ້ນໃຈໃຫ້ກັບ ທັບນັກກີລາລາວ ໃນຊີເກມ 2023 ເປັນຢ່າງຍິ່ງ ເພາະມາເຖິງວັນທີ 15 ພຶດສະພາ 2023 ສປປ ລາວ ຍາດມາໄດ້ແລ້ວ 6 ຫຼຽນຄໍາ ( ຈະອັບເດດໃຫ້ຕື່ມພາຍຫຼັງ )
ຂ່າວ: Larh Creators