ທະນາຄານກາງອັງກິດ ປັບຂຶ້ນອັດຕາດອກເບ້ຍ 0,25%

31

ສໍານັກຂ່າວອິນໂຟເຄວສ໌ ລາຍງານ ເມື່ອວັນທີ 11 ພຶດສະພາຜ່ານມາວ່າ: ທະນາຄານກາງອັງກິດ ( BoE ) ມີມະຕິ 7 – 2 ປະກາດປັບຂຶ້ນອັດຕາດອກເບ້ຍ 0,25% ສູ່ລະດັບ 4,50%.

ການປະກາດປັບຂຶ້ນອັດຕາດອກເບ້ຍຄັ້ງນີ້ ແມ່ນເປັນລະດັບສູງສຸດນັບຕັ້ງແຕ່ປີ 2008 ເປັນຕົ້ນມາ ຕາມທີ່ໄດ້ມີການຄາດການໄວ້ ແລະ ທັງເປັນການປັບອັດຕາດອກເບ້ຍຂຶ້ນ ເປັນຄັ້ງທີ 12 ຕິດຕໍ່ກັນທີ່ BoE ໄດ້ມີການປັບຂຶ້ນ.

ไม่มีคำอธิบายรูปภาพ

ນອກຈາກນີ້, BoE ກໍຍັງສົ່ງສັນຍານເດີນໜ້າປັບຂຶ້ນອັດຕາດອກເບ້ຍ ເພື່ອສະກັດເງິນເຟີ້ ໂດຍລະບຸວ່າ: ເງິນເຟີ້ຫຼຸດລົງຊ້າກວ່າທີ່ຄາດການໄວ້ ອັນເນື່ອງມາຈາກການເພີ່ມຂຶ້ນຢ່າງຕໍ່ເນື່ອງຂອງລາຄາອາຫານ ໂດຍດັດຊະນີລາຄາຜູ້ບໍລິໂພກ ( CPI ) ເພີ່ມຂຶ້ນເປັນ 10,1% ໃນເດືອນມີນາ ໂດຍໄດ້ຮັບແຮງໜຸນຈາກລາຄາອາຫານ ແລະ ພະລັງງານ.