4 ເດືອນຕົ້ນປີ ຫວຽດນາມ ສົ່ງອອກກາເຟທະລຸ 1,7 ພັນລ້ານໂດລາ

69

VTV.VN ລາຍງານເມື່ອວັນທີ 11 ພຶດສະພາ 2023 ວ່າ ມູນຄ່າການສົ່ງອອກກາເຟ ໃນໄລຍະ 4 ເດືອນທໍາອິດປີນີ້ ຂອງຫວຽດນາມ ຢູ່ທີ່ 1,7 ພັນລ້ານໂດລາ ເພີ່ມຂຶ້ນ 2,5% ຈາກໄລຍະດຽວກັນຂອງປີຜ່ານມາ ແລະ ລາຄາກາເຟສົ່ງອອກກໍມີທ່າອ່ຽງສູງຂຶ້ນສະເລ່ຍຫຼາຍກວ່າ 2.250 ໂດລາ/ໂຕນ.

อาจเป็นรูปภาพของ 2 คน

ຈາກຂໍ້ມູນຂອງສະມາຄົມກາເຟ ແລະ ໂກໂກ້ຫວຽດນາມ ໃຫ້ຮູ້ວ່າ: ລາຄາສົ່ງອອກກາເຟ ແລະ ປະລິມານສົ່ງອອກກໍເພີ່ມຂຶ້ນ ເນື່ອງຈາກຂາດແຫຼ່ງສະໜອງ ໃນຕະຫຼາດຕ່າງປະເທດ ລາຄາກາເຟໂຣບັສຕ້າ ໄດ້ສ້າງສະຖິຕິໃໝ່ໄວ້ທີ່ 56.000 ດົງ/ກິໂລ ກຣາມ ເຊິ່ງສູງກວ່າລະດັບ 50.000 ດົ່ງ/ກິໂລກຣາມ ທີ່ເປັນຈຸດສູງສຸດເມື່ອປີ 2011.

ປັດຈຸບັນ, ລາຄາກາເຟ ສະເລ່ຍປະມານ 53.700 ດົງ/ກິໂລກຣາມ ເຊິ່ງກໍຍັງຢູ່ລະດັບສູງ ແລະ ຍັງມີການຄາດການວ່າໃນເດືອນຕໍ່ໆໄປ ການສົ່ງອອກກາເຟຂອງຫວຽດນາມ ກໍຍັງມີທ່າອ່ຽງເພີ່ມຂຶ້ນ ເນື່ອງຈາກວ່າ ຄວາມຕ້ອງການເພີ່ມຂຶ້ນໃນຂະນະທີ່ແຫຼ່ງສະໜອງສິນຄ້າໃນໂລກຫຼາຍແຫ່ງກໍຍັງຂາດແຄນ.

อาจเป็นรูปภาพของ ถ้วยกาแฟ

ພື້ນທີ່ການປູກກາເຟຂອງຫວຽດນາມ ເມື່ອປີຜ່ານມາ ມີປະມານ 710.000 ເຮັກຕາ ເຊິ່ງໃນນັ້ນມີ 50% ທີ່ເປັນກາເຟ ທີ່ໄດ້ຮັບຄວາມເຊື່ອຖື ຫຼື ໄດ້ຮັບ ຄວາມນິຍົມ ແລະ ໃຫ້ລາຄາສົ່ງອອກສູງ.