ໄຕມາດ 1 ເສດຖະກິດຟີລິບປິນຂະຫຍາຍຕົວ 6,4%

55

ສຳນັກຂ່າວ ເອເອັຟພີ ລາຍງານວ່າ: ກະຊວງວາງແຜນເສດຖະກິດ ແລະ ສັງຄົມຂອງຟີລິບປິນ ເປີດເຜີຍວ່າ ໃນໄຕມາດທຳອິດຂອງປີ 2023 ເສດຖະກິດຟີລິບປິນ ຂະຫຍາຍຕົວ 6,4% ສູງກວ່າທີ່ນັກວິເຄາະຄາດການໄວ້ ວ່າຈະຂະຫຍາຍຕົວ 6,2%.

ແນວໃດກໍຕາມ ເຖິງວ່າຈະຂະຫຍາຍຕົວໃນລະດັບສູງ ແຕ່ເປັນການຂະຫຍາຍຕົວຊ້າລົງເມື່ອທຽບໃສ່ໄຕມາດສຸດທ້າຍຂອງປີ 2022 ທີ່ຂະຫຍາຍຕົວ 7,1% ເຊິ່ງອາດເປັນເພາະອັດຕາເງິນເຟີ້ເພີ່ມຂຶ້ນ ຈຶ່ງສົ່ງຜົນໃຫ້ເສດຖະກິດຂະຫຍາຍຕົວຊ້າລົງ.

อาจเป็นรูปภาพของ ตึกระฟ้า

ທ່ານ ອາເຊນີໂອ ບາລີຊາເກິ້ນ ລັດຖະມົນຕີກະຊວງວາງແຜນເສດຖະກິດ ແລະ ສັງຄົມຂອງຟີລິບປິນ ກ່າວວ່າ: ການທີ່ເສດຖະກິດຂອງຟີລິບປິນຂະຫຍາຍຕົວຊ້າລົງ ສ່ວນໜຶ່ງມາຈາກການເພີ່ມຂຶ້ນຂອງອັດຕາເງິນເຟີ້ ແລະ ການປັບຂຶ້ນອັດຕາດອກເບ້ຍນະໂຍບາຍຂອງທະນາຄານກາງໃນປີຜ່ານມາ ສົ່ງຜົນຕໍ່ການໃຊ້ຈ່າຍຂອງຜູ້ບໍລິໂພກ ແລະ ການລົງທຶນຂອງພາກເອກະຊົນໃນປີນີ້.

ຂະນະທີ່ການໃຊ້ຈ່າຍຂອງຜູ້ບໍລິໂພກຫຼຸດລົງຢູ່ທີ່ 6,3% ຈາກ 10% ໃນໄລຍະດຽວກັນຂອງປີຜ່ານມາ, ທັງນີ້ ເມື່ອປີຜ່ານມາ ທະນາຄານກາງຟີລິບປິນ ໄດ້ປັບຂຶ້ນອັດຕາດອກເບ້ຍຫຼາຍຄັ້ງ ເພື່ອຄວບຄຸມອັດຕາເງິນເຟີ້.

อาจเป็นรูปภาพของ การจัดแสง, ตึกระฟ้า, วิกตอเรียพีค และ แสงอาทิตย์ลับขอบฟ้า

ແນວໃດກໍຕາມ, ລັດຖະມົນຕີກະຊວງວາງແຜນເສດຖະກິດ ແລະ ສັງຄົມຂອງຟີລິບປິນ ໝັ້ນໃຈວ່າ: ເສດຖະກິດຂອງຟີລິບປິນ ຈະຂະຫຍາຍຕົວ 6 – 7% ໃນປີນີ້ເຖິງວ່າຈະມີອຸປະສັກກໍຕາມ ແລະ ຈະເຕີບໂຕເພີ່ມຂຶ້ນຈົນຮອດປີ 2029 ໃນລະດັບ  6,5 – 8%.