ຫຼັກສູດພາສາອັງກິດຂັ້ນ ປ 5 ສະບັບປັບປຸງໃໝ່ ຈະເປີດໃຫ້ນໍາໃຊ້ໃນເດືອນກັນຍາ 2023 ນີ້

105

ກະຊວງສຶກສາທິການ ແລະ ກີລາ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງການສຶກສາຂັ້ນພື້ນຖານໃນ ສປປ ລາວ ( ແຜນງານບີຄວາ ), ສໍາລັບຫຼັກສູດຂັ້ນ ປ 5 ສະບັບປັບປຸງໃໝ່ ທີ່ຈະໄດ້ເລີ່ມຕົ້ນນຳໃຊ້ໃນສົກຮຽນໃໝ່ ເດືອນກັນຍາ 2023 ຕໍ່ໄປນີ້ ນັກຮຽນລາວຈະຮຽນພາສາອັງກິດແບບມ່ວນຊື່ນ ພ້ອມທັງຈະໄດ້ຟັງສຽງເວົ້າທີ່ມີຫຼາກຫຼາຍຂອງສຳນຽງຈາກຜູ້ທີ່ເວົ້າພາສາອັງກິດເປັນພາສາຫຼັກ. ປີນີ້ແມ່ນປີສຸດທ້າຍຂອງການປັບປຸງຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດສະບັບປັບປຸງໃໝ່ ເຊິ່ງໄດ້ເລີ່ມຕົ້ນມາແຕ່ປີ 2019.

ທ່ານ ຄໍາຈັນ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ( ສວສ ) ໄດ້ກ່າວວ່າ: “ ຄູຂັ້ນປະຖົມຈະນຳໃຊ້ຟາຍສຽງໃນການກະກຽມບົດຮຽນ ແລະ ຍັງຈະເປີດສອນໃນຫ້ອງຮຽນໂດຍກົງ. ຍ້ອນການເຂົ້າຮ່ວມຂອງນັກສຶກສາຕ່າງປະເທດ, ນັກສຶກສາລາວຈະສາມາດຟັງການເວົ້າໂດຍສຽງຂອງຜູ້ທີ່ເປັນເຈົ້າຂອງພາສາ ແລະ ຈະໄດ້ຮັບຟັງສຳນຽງທີ່ຫຼາກຫຼາຍໃນພາສາອັງກິດ ”.
ນັກຮຽນໄດ້ບັນທຶກສຽງໃນບົດສົນທະນາ ແລະ ມີຫຼາຍບົດບາດເພື່ອໃຫ້ບົດຮຽນມີຊີວິດຊີວາ ແລະ ສົມຈິງກັບການສົນທະນາແບບທໍາມະຊາດ. ພວກເຂົາຍັງໄດ້ບັນທຶກສຽງຮ້ອງເພງຈຳນວນໜຶ່ງ ແລະ ສຽງຂອງພວກເຂົາແມ່ນມ່ວນຫຼາຍ. ການອ່ານສຽງຂອງນັກຮຽນແມ່ນເຮັດໄດ້ດີ – ພວກເຂົາໄດ້ເນັ້ນການອ່ານຊ້າລົງ ແລະ ອອກສຽງແຕ່ລະຄໍາຢ່າງຈະແຈ້ງ ເພື່ອໃຫ້ນັກຮຽນຂັ້ນ ປ 5 ຂອງລາວ ເຂົ້າໃຈ ແລະ ປະຕິບັດຕາມປຶ້ມແບບຮຽນ. ພວກເຂົາຍັງເຮັດໄດ້ດີໃນ “ ການສະແດງທາງສຽງ ” ເພື່ອເຮັດໃຫ້ຟາຍສຽງຄືເຫດການແທ້ ແລະ ຄືຢູ່ໃນເຫດການດັ່ງກ່າວ.

ນັກຮຽນໄດ້ອັດສຽງໃນຫ້ອງບັນທຶກສຽງຂອງກະຊວງສຶກສາທິການ ແລະ ກີລາ ທີ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ( ສວສ ) ເຊິ່ງຖືກນໍາໃຊ້ປະຈໍາວັນເພື່ອສົ່ງຂ່າວກ່ຽວກັບການສຶກສາຜ່ານລາຍການວິທະຍຸຂອງ ສວສ. ພວກເຂົາຮູ້ສຶກປະທັບໃຈຫຼາຍທີ່ໄດ້ມາກະຊວງ ແລະ ໄດ້ຮຽນຮູ້ກ່ຽວກັບເຕັກໂນໂລຊີທີ່ກ່ຽວຂ້ອງກັບການບັນທຶກ ແລະ ການຕັດຕໍ່ສຽງ. ພວກເຂົາໄດ້ພົບກັບຜູ້ຊ່ຽວຊານດ້ານການຂຽນຫຼັກສູດ, ທີມງານວິຊາການດ້ານສຽງຈາກ ສວສ ແລະ ທີມງານແຜນງານບີຄວາ. ພວກເຂົາຍັງໄດ້ເບິ່ງປຶ້ມແບບຮຽນຂັ້ນ ປ 5 ສະບັບປັບປຸງໃໝ່ ເພື່ອເປັນແນວຄວາມຄິດທີ່ດີເພື່ອເຊື່ອມໂຍງກັບບົດສຽງອ່ານຂອງພວກເຂົາ. ນັກສຶກສາໄດ້ຊື່ນຊົມບັນດາຮູບແຕ້ມຂອງປຶ້ມແບບຮຽນທີ່ມີສີສັນສວຍງາມ ແລະ ມີ ຄວາມໝາຍທີ່ຮວມເອົາຕົວແທນຂອງນັກຮຽນຈາກຫຼາກຫຼາຍຊົນເຜົ່າ, ການມີສ່ວນຮ່ວມຢ່າງສະເໝີພາບຂອງເດັກ ຊາຍ – ເດັກຍິງ ແລະ ນັກຮຽນພິການ.

ສຳລັບຂັ້ນ ປ 5 ຄູ່ມືຄູວິຊາພາສາອັງກິດຊັ້ນ ປ 5 ຈະມີສຽງເພງທັງໝົດ 104 ສຽງ ພ້ອມທັງມີຄຳແນະນຳກ່ຽວກັບຟາຍສຽງທີ່ຈະໃຊ້ ແລະ ລາຍລະອຽດຂອງສຽງທັງພາສາອັງກິດ ແລະ ພາສາລາວ. ການນຳໃຊ້ສື່ດ້ານສຽງຈະຊ່ວຍໃຫ້ຄູລາວສາມາດນຳພາການສອນພາສາອັງກິດໃຫ້ນັກຮຽນໂດຍໃຊ້ສຽງທີ່ສົມຈິງ, ເປີດໂອກາດໃຫ້ນັກຮຽນໄດ້ຟັງສຳນຽງພາສາອັງກິດທີ່ຫຼາກຫຼາຍ ແລະ ເຮັດໃຫ້ບົດຮຽນມີຄວາມຫ້າວຫັນ ແລະ ມ່ວນຊື່ນ.
ຟາຍສຽງແມ່ນຈະອັດໃສ່ຢູເອັດສ໌ບີ ແລະ ຈັດສົ່ງໃຫ້ແກ່ທຸກໂຮງຮຽນໃນ ສປປ ລາວ ພ້ອມທັງຈະສາມາດໃຫ້ດາວໂຫຼດ ແລະ ຟັງໄດ້ຜ່ານທາງຊ່ອງທາງຢູທູບ: ວີດີໂອສໍາລັບການພັດທະນາຄູ Teacher Development Videos ແລະ ຜ່ານທາງແພຼັດຟອມ ຄັງປັນຍາລາວ Khang Panya Lao ຂອງກະຊວງສຶກສາທິການ ແລະ ກີລາ.