ເມືອງສີໂຄດລົງກວດປ້າຍທີ່ຜິດລະບຽບ ພ້ອມໃຫ້ໂອກາດປັບປຸງແກ້ໄຂ

149

ລາວເຮົາແມ່ນມີກົດໝາຍວ່າດ້ວຍປ້າຍ ແຕ່ຄົນບໍ່ຄ່ອຍປະຕິບັດ ຈິ່ງມັກປະກົດມີບັນຫາປ້າຍບໍຖືກຕາລະບຽບກົດໝາຍ ບໍ່ມີພາສາລາວ ຊິ່ງເປັນພາສາທີ່ນຳໃຊ້ເປັນທາງຂອງຈຸດທີ່ປ້າຍຕັ້ງຢູ່ ເພື່ອແກ້ໄຂບັນຫາດັ່ງກ່າວເຈົ້າໜ້າທີ່ກ່ຽວຂ້ອງຕ້ອງໄດ້ລົງກວດເປັນແຕ່ລະໄລຍະ ແນໃສ່ຮັບປະກັນປ້າຍທີ່ຕິດຢູ່ຕາມສະຖານທີ່ຕ່າງໆມີຄວາມເປັນລະບຽບຮຽບຮ້ອຍ ທັງຖືກຕ້ອງຕາມກົດໝາຍຂອງ ສປປ ລາວ.

May be an image of 7 people and text

ສຳລັບເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ວັນທີ 11 ພຶດສະພາ 2023 ຫ້ອງການຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ເມືອງສີໂຄດຕະບອງ ໄດ້ລົງກວດກາ ແກ້ໄຂບັນດາປ້າຍທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍໃນເຂດບ້ານໜອງສະໂນຄຳ ແລະ ບ້ານອຸບມຸງ ນຳໂດຍທ່ານ ວິໄຊ ໄຊທານີ ຫົວໜ້າຫ້ອງການ ຖວທ ເມືອງສີໂຄດຕະບອງ ມີບັນຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

May be an image of 9 people and text that says '祖车 相 中国车延期、 高 高价收车 租车.抵押 租车 抵押 .上牌 价 办理营业执照 :020-94378961 CRV H-23J30'

ການລົງກວດກາຄັ້ງນີ້ ໄດ້ກວດເນື້ອໃນຂອງປ້າຍ ປ້າຍທຸກປະເພດທີ່ນຳໃຊ້ຢູ່ ສປປ ລາວ ຕ້ອງຂຽນເປັນພາສາລາວ ສຳລັບປ້າຍທີ່ຂຽນ ຫຼື ພິມເປັນພາສາລາວ ແລະ ພາສາຕ່າງປະເທດນັ້ນຕ້ອງໃຫ້ພາສາລາວຢູ່ເທິງ ພາສາຕ່າງປະເທດຢູ່ລຸ່ມ ຫຼື ພາສາລາວຢູ່ເບື້ອງຂວາ ພາສາຕ່າງປະເທດຢູ່ເບື້ອງຊ້າຍຂອງປ້າຍ ຂະໜາດຕົວໜັງສືພາສາຕ່າງປະເທດບໍ່ໃຫ້ໃຫຍ່ເກີນສອງສ່ວນສາມຂອງຕົວໜັງສືລາວ.

May be an image of text

ສຳລັບປ້າຍໂຄສະນາທີ່ມີເຄື່ອງໝາຍການຄ້າຕ້ອງຂຽນ ຫຼື ພິມພາສາລາວຢູ່ເທິງກາໝາຍການຄ້າທີ່ເປັນພາສາຕ່າງປະເທດ ປ້າຍກ່ຽວກັບຄຳຂວັນ ການທູດ ການພົວພັນສາກົນຂອງ ສປປ ລາວ ຫຼື ຕ່າງປະເທດຂະໜາດຕົວໜັງສືລາວ ເຮືອນພັກຂອງຫົວໜ້າສຳນັກງານດັ່ງກ່າວໃຫ້ປະຕິບັດຕາມສົນທິສັນຍາ ແລະ ສັນຍາສາກົນທີ່ກ່ຽວຂ້ອງເປັນຜູ້ຮັບຜິດຊອບກວດຜ່ານ ພ້ອມກັນນັ້ນກໍໄດ້ກວດກາພື້ນສີຂອງປ້າຍໃຫ້ຖືກຕ້ອງຕາມຫຼັກການ.

May be an image of 9 people, street and text
ຜ່ານການລົງກວດກາໄດ້ພົບເຫັນປ້າຍຈຳນວນໜຶ່ງບໍ່ຖືກຕ້ອງຕາມລະບຽບກົດໝາຍ ໂດຍສະເພາະ ປ້າຍບໍ່ມີພາສາລາວ ຕໍ່ກັບເຫດການດັ່ງກໍໄດ້ຕັກເຕືອນ ແລະ ເຮັດບົດທຶກກັບເຈົ້າຂອງປ້າຍ ຖ້າບໍ່ປະຕິບັດຕາມບົດບັນທຶກຈະຖືກປັບໃໝ່ຕາມລະບຽບການທີ່ກຳນົດໄວ້ຄື ຄັ້ງທີ 1 ໃຫ້ເວລາໃນການປັບປຸງ ແກ້ໄຂປ້າຍທີ່ບໍ່ຖືກຕາມລະບຽບການພາຍໃນ 7 ວັນໃຫ້ສຳເລັດ ຄັ້ງທີ 2 ເຮັດບົດບັນທຶກພ້ອມທັງປັບໃໝສອງເທົ່າຂອງຄ່າທຳນຽມປ້າຍ ຕາມຂະໜາດຂອງປ້າຍ ຄັ້ງທີ 3 ຖ້າບໍ່ມີການປັບປຸງ ແກ້ໄຂຄະນະກຳມະການຈະໃຊ້ມາດຕະການເລີກຮື້ປ້າຍ ສ່ວນຄ່າໃຊ້ຈ່າຍໃນການເລີກຮື້ແມ່ນເຈົ້າຂອງປ້າຍເປັນຜູ້ຮັບຜິດຂອບທັງໝົດ.
ຂ່າວ ແລະຮູບຈາກ VientianeMai