ລັດຖະມົນຕີກະຊວງການເງິນ ລົງຊຸກຍູ້ວຽກງານພາສີຢູ່ແຂວງຫຼວງນໍ້າທາ

99

ໃນວັນທີ 10 ພຶດສະພາ 2023 ນີ້, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມ, ຊຸກຍູ້ວຽກງານຂະແໜງພາສີຢູ່ພາສີປະຈຳແຂວງຫຼວງນໍ້າທາ, ດ່ານພາສີສາກົນບໍ່ເຕັນ, ຢ້ຽມຊົມເຂດເສດຖະກິດພິເສດບໍ່ເຕ່ນແດນງາມ, ຈຸດຄ່ຽນຖ່າຍສິນຄ້າຂອງຂະບວນລົດໄຟຂົນສົ່ງສິນຄ້າລາວ-ຈີນນໍາອີກດ້ວຍ.

No description available.
ໂດຍການຕ້ອນຮັບຂອງທ່ານ ຄໍາພັນ ໄຊສີ ຫົວໜ້າພະແນກການເງິນແຂວງຫຼວງນໍ້າທາ ແລະ ທ່ານ ບຸນແອງ ພັນທະວົງ ຫົວໜ້າພາສີ ປະຈໍາແຂວງຫຼວງນໍ້າທາ,ມີທ່ານ ສົມບູນ ອິນທະປັດຖາ ຫົວໜ້າຫ້ອງການກະຊວງການເງິນ,ຫົວໜ້າຄັງເງິນແຫ່ງຊາດ, ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ, ຮອງຫົວໜ້າກົມພາສີ, ກົມສ່ວຍສາອາກອນ, ກົມງົບປະມານແຫ່ງລັດ ແລະ ບັນດາກົມກ່ຽວຂ້ອງພ້ອມດ້ວຍຄະນະດ່ານພາສີສາກົນບໍ່ເຕັນ, ພະນັກງານວິຊາການເຂົ້າຮ່ວມ.

No description available.
ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ໄດ້ຮັບຟັງການລາຍໂດຍສັງເຂບຈາກທ່ານ ບຸນແອງ ພັນທະວົງ ຫົວໜ້າພາສີ ປະຈໍາແຂວງຫຼວງນໍ້າທາ, ໄດ້ລາຍງານໃຫ້ຮູ້ເຖິງສະພາບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຕໍ່ວຽກງານຂອງພາສີ ປະຈໍາແຂວງໂດຍສະເພາະພື້ນຖານໂຄງລ່າງຂອງພາສີແຂວງຫຼວງນໍ້າບໍ່ໄດ້ມາດຖານເທົ່າທີ່ຄວນ ແລະ ຢູ່ກະແຈກກະຈາຍເຮັດໃຫ້ການຄຸ້ມຄອງ ແລະ ການບໍລິການຕໍ່ຜູ້ປະກອບການຍັງພົບຄວາມຫຍຸ້ງຍາກ, ຊັກຊ້າເຊັ່ນ: ການນໍາເຂົ້າ-ສົ່ງອອກສິນຄ້າໂດຍສະເພາະຢູ່ດ່ານພາສີສາກົນບໍ່ເຕັນ, ປັດຈຸບັນມີສາງຢູ່ສາມຈຸດ ແລະ ສາງຍັງມີຄວາມແອອັດ, ຄັບແຄບບໍ່ສາມາດອໍານວຍຄວາມສະດວກໄດ້ເທົ່າທີ່ຄວນໃນການນໍາເຂົ້າ-ສົ່ງອອກສິນຄ້າ.

No description available.
ແຕ່ເຖິງຢ່າງໃດກໍຕາມໂດຍການຊີ້ນໍາ-ນໍາພາຂອງຄະນະພັກ, ຄະນະນໍາກະຊວງການເງິນ ກໍ່ຄືກົມພາສີ, ພາສີ ປະຈໍາແຂວງຈະເອົາໃຈໃສ່ໃນການຄຸ້ມຄອງ ແລະ ຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມລະດັບຄາດໝາຍ, ຊຶ່ງຜ່ານການຈັດຕັ້ງປະຕິບັດຕົວຈິງການເກັບລາຍຮັບໃນໄລຍະ 04 ເດືອນປີ 2023, ສາມາດຈັດເກັບລາຍຮັບໄດ້ທັງໝົດ 325 ຕື້ກວ່າກີບ, ທຽບໃສ່ແຜນການປີເທົ່າກັບ 33,50%; ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ (04 ເດືອນປີ 2022) ປະຕິບັດໄດ້ພຽງ 139 ຕື້ກວ່າກີບ, ເພີ່ມຂຶ້ນ 133%.

No description available.
ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ວຽກງານຂະແໜງພາສີຢູ່ແຂວງຫຼວງນໍ້າທາ, ຊຶ່ງຜ່ານການຮັບຟັງການລາຍງານຂອງຫົວໜ້າພາສີ ປະຈໍາແຂວງ ເຫັນໄດ້ວ່າໃນໄລຍະຜ່ານມາການປະຕິບັດໜ້າທີ່ການເມືອງຂອງເຈົ້າໜ້າທີ່ພາສີ ໄດ້ເອົາໃຈໃສ່ຕໍ່ວຽກງານວິຊາສະເພາະຂອງຕົນໂດຍສະເພາະແມ່ນການຄຸ້ມຄອງການຈັດເກັບລາຍຮັບເຂົ້າງົບປະມານສາມາດບັນລຸໄດ້ຕາມລະດັບຄາດໝາຍ, ຊຶ່ງສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບ, ຄວາມເອົາໃຈໃສ່ຂອງການນໍາທ້ອງຖິ່ນກໍຄືພະແນກການເງິນແຂວງທີ່ໄດ້ບຸກບືນ, ສູ້ຊົນສາມາດເກັບລາຍຮັບໄດ້ລື່ນແຜນ.

No description available.
ແຕ່ເຖິງຢ່າງໃດກໍຕາມພາສີ ປະຈໍາແຂວງຕ້ອງໄດ້ເອົາໃຈໃສ່ຕື່ມໃນປັບປຸງກົນໄກການຄຸ້ມຄອງການຈັດເກັບລາຍຮັບຄຽງຄູ່ກັບການນໍາໃຊ້ເຄື່ອງມືທັນສະໄໝຊ່ວຍຈັດເກັບລາຍຮັບ ແລະ ເປັນການອັດຊ່ອງຫວ່າງກໍຄືການຕ້ານການຮົ່ວໄຫຼຂອງລາຍຮັບ ແລະ ເພື່ອເປັນການອໍານວຍຄວາມສະດວກ ແລະ ຫຼຸດຜ່ອນຂັ້ນຕອນໃນການແຈ້ງພາສີ. ໂອກາດດຽວກັນທ່ານ ລັດຖະມົນຕີກະຊວງການເງິນ,ພ້ອມດ້ວຍຄະນະໄດ້ຢ້ຽມຊົມແຜນຜັງຈໍາລອງເຂດເສດຖະກິດພິເສດບໍ່ເຕ່ນແດນງາມ, ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດວຽກຂອງແຕ່ລະດ່ານ, ພ້ອມທັງຢ້ຽມຊົມຈຸດຄ່ຽນຖ່າຍສິນຄ້າ ຂອງຂະບວນລົດໄຟຂົນສົ່ງສິນຄ້າລາວ-ຈີນນໍາອີກດ້ວຍ.