ລົງຊີງມົງກຸດອີກຄັ້ງ! ໂຢ່ໂຢ້ ວານີພອນ ພູມີໄຊ ຜູ້ຄອງສາມຕໍາແໜ່ງໃນເວທີນາງງາມລາວ

251

ເປັນທີ່ຕິດຕາມແທ້ໆເລີຍ ສໍາລັບເວທີ Miss Universe Laos 2023 ປີນີ້ ເພາະພາຍຫຼັງທີ່ໄດ້ປະກາດລາຍຊື່ຜູ້ທີ່ຜ່ານເຂົ້າຮອບ 15 ຄົນ ແມ່ນເຫັນໄດ້ວ່າມີແຕ່ສາວງາມຕົວທັອບທັງນັ້ນ ໂດຍສະເພາະປີນີ້ມີສາວງາມຜູ້ຫຼາກຫຼາຍ ຄວາມສາມາດ ແລະ ຄວ້າຕໍາແໜ່ງມາແລ້ວເຖິງ 3ເວທີດ້ວຍກັນ ນັ້ນກໍຄື ສາວໂຢ່ໂຢ້ ວານິພອນ ພູມີໄຊ ນັ້ນເອງ ເຊິ່ງເຄີຍຜ່ານເວທີປະກວດພ້ອມຕໍາແໜ່ງກາລັນຕີໃນຄວາມສາມາດຫຼາກຫຼາຍເວທີມາແລ້ວ.

ສໍາລັບສາວຄົນນີ້ແມ່ນຄວ້າຕໍາແໜ່ງ ແລະ ມົງກຸດອັນຊົງຄຸນຄ່າມາແລ້ວໃນເວທີ Miss Vientiane ຫຼື ນາງສາວ ນະຄອນຫຼວງວຽງຈັນ 2017 ແລະ ເວທີ Miss Tourism Queen Laos 2018 ແລະ ຕໍາແໜ່ງທີ່ໃໝ່ໆຫຼ້າສຸດເລີຍກໍຄື ຮອງອັນດັບສອງ Miss Universe Laos 2021 ແຕ່ສາວງາມຄົນນີ້ຍັງບໍ່ຢຸດທີ່ຈະຫາຝັນນັ້ນຄືການຄວ້າຕໍາແໜ່ງອັນເປັນເວທີແຫ່ງຈັກກະວານ, ສະນັ້ນໃນປີນີ້ ໂຢ່ໂຢ້ ຈຶ່ງໄດ້ລົງປະກວດໃນເວທີ Miss Universe Laos 2023 ອີກຄັ້ງ.
ການປະກວດໃນເວທີ Miss Universe Laos 2023 ເປັນທີ່ຕິດຕາມເມື່ອສາວໂຢ່ໂຢ້ ໄດ້ປະສົບຜົນສໍາເລັດອີກຄັ້ງຄືຕິດ Top15 Miss Universe Laos 2023 ເຊິ່ງຈະໄດ້ເປັນຕົວແທນໃນການນໍາສະເໜີ ນະຄອນຫຼວງວຽງຈັນ.

ການກັບມາໃນຄັ້ງນີ້ແມ່ນເພື່ອສືບຕໍ່ຄວາມຝັນໃນເວທີຈັກກະວານລາວອີກຄັ້ງ ແນ່ນອນວ່າໄດ້ເກັບບົດຮຽນເກົ່າ ມາຖອດຖອນເປັນແຮງພັກດັນທີ່ສຳຄັນເຮັດໃຫ້ການປະກວດຄັ້ງນີ້ຕ້ອງເຕັມທີ່ຢ່າງແນ່ນອນ.
ໃນການປະກວດຄັ້ງນີ້, ໂຢ່ໂຢ້ ວານີພອນ ພູມີໄຊ ໄດ້ນິຍາມຄວາມເປັນຕົວຕົນຂອງຕົນເອງໄວ້ວ່າ: ປະສົບການຄືການຮຽນຮູ້ ເພາະທຸກຢ່າງຄືການຮຽນຮູ້ ເຊິ່ງມີເປົ້າໝາຍສູງສຸດໃນຊີວິດກໍຄື ການເປັນກະບອກສຽງໃຫ້ກັບທຸກຄົນມີສິດສະເໝີພາບ ບໍ່ວ່າຈະເປັນເພດໃດ ໃຫ້ມີສິດເທົ່າທຽມກັນ ແລະ ເປັນ Miss Universe Laos 2023 ໃນການເຜີຍແຜ່ຕົວຕົນ ແລະ ປະເທດລາວສູ່ເວທີຈັກກະວານນັ້ນເອງ.

ຍັງບໍ່ພໍເທົ່ານັ້ນ ສາວໂຢ່ໂຢ້ຍັງມີໂຄງການທີ່ຢາກເຂົ້າຮ່ວມ ນັ້ນກໍຄື HWL ເປັນໂຄງການທີ່ຊ່ວຍເຫຼືອຄົນບໍ່ວ່າຈະຢູ່ໃສ, ຊ່ວຍປິ່ນປົວຄົນແບບບໍ່ມີຄ່າໃຊ້ຈ່າຍໃດໆ ເປັນປີທໍາອິດທີ່ໂຢ່ ໄດ້ໄປຊ່ວຍເຫຼືອແບບເຕັມທີ່ເລີຍເຮັດໃຫ້ເຫັນວ່າຍັງມີອີກຫຼາຍໆຄົນທີ່ຕ້ອງການການຊ່ວຍເຫຼືອ ໂຢ່ເລີຍຢາກສົ່ງເສີມໂຄງການນີ້ໃຫ້ທຸກຄົນໄດ້ຮັບການເບິ່ງແຍງປິ່ນປົວແບບທົ່ວເຖິງ.
ສາວໂຢ່ໂຢ້ ຍັງໄດ້ໂພສຜ່ານເຟສບຸ໊ກສ່ວນຕົວຂອງຕົນເອງວ່າ: “ ຈົ່ງໃຫ້ກຳລັງໃຈຕົວເອງໃຫ້ຫຼາຍ ລຸກອອກມາຈາກຈຸດທີ່ອ່ອນແອ ແລະ ຢ່າຍອມແພ້ ຟ້າຫຼັງຝົນຍັງສົດໃສສະເໝີ ບໍ່ມີໃຜດັບຝັນເຮົາໄດ້ ຕາບໃດທີ່ເຮົາຍັງໃຫ້ໂອກາດຕົວເອງ ໂຢ້ ຂໍເປັນກຳລັງໃຈໃຫ້ແມ່ຍິງທຸກຄົນອອກມາສູ້ເພື່ອຕົວເອງ ເຮັດໃຫ້ມັນສຸດໆ ເພື່ອຝັນ ແລະ ອະນາຄົດຂອງເຮົາ ”.

ທີມຂ່າວບັນເທີງກໍຂໍເປັນກໍາລັງໃຈໃຫ້ສາວງາມພ້ອມໄປດ້ວຍຄວາມຮູ້ຄວາມສາມາດຄົນນີ້ດ້ວຍ ເຊື່ອວ່ານ້ອງຈະເຮັດເຕັມທີ່ໃນການຕາມຝັນຂອງຕົນເອງໄດ້ສໍາເລັດແນ່ນອນ ແລະ ແຟນໆຂ່າວບັນເທີງສາມາດຕິດຕາມຜົນງານ ແລະ ການເຄື່ອນໄຫວຂອງສາວງາມຄົນນີ້ໄດ້ເລີຍທີ່ ເຟສບຸ໊ກສ່ວນຕົວ YoYo Phoumixay.