ປະທານສະພາການຄ້າ ເຂົ້າຮ່ວມກອງປະຊຸມຜູ້ນໍາອາຊຽນພົບປະກັບ ສະພາທີ່ປຶກສາທຸລະກິດອາຊຽນ

48

ທ່ານ ອຸເດດ ສຸວັນນະວົງ, ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ໃນນາມປະທານສະພາທີ່ປຶກສາທຸລະກິດອາຊຽນ ລາວ (ASEAN Business Advisory Council Lao PDR) ໄດ້ເຂົ້າຮ່ວມກອງປະຊຸມຜູ້ນໍາອາຊຽນພົບປະກັບ ສະພາທີ່ປຶກສາທຸລະກິດອາຊຽນ ທີ່ຈັດຂື້ນຄຽງຄູ່ກັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ທີ່ ຈະຈັດຂື້ນໃນວັນທີ 10-11 ພຶດສະພາ 2023 ທີ່ ປະເທດອິນໂດເນເຊຍ.

May be an image of 4 people, newsroom, dais and text that says 'ASEAN LAO PDR'
ເຊິ່ງກອງປະຊຸມຜູ້ນໍາອາຊຽນພົບປະກັບ ສະພາທີ່ປຶກສາທຸລະກິດອາຊຽນທີ່ ຈັດຂື້ນໃນວັນທີ 10 ພຶດສະພາ 2023, ທີ່ ລາບວນ ບາໂຈ, ປະເທດອິນໂດເນເຊຍ. ພາຍໃຕ້ຫົວຂໍ້ປຶກສາຫາລື “ຄວາມເປັນແກນກາງຂອງອາຊຽນ: ສ້າງນະວັດຕະກຳ ເພື່ອກ້າວສູ່ການເປັນສູນລວມທີ່ສຳຄັນຂອງພາກພື້ນ” (ASEAN Centrality: Innovating Towards Greater Inclusivity).

May be an image of 4 people
ຜູ້ເຂົ້າຮ່ວມປະກອບມີບັນດາປະມຸກລັດ/ຫົວໜ້າລັດຖະບານ; ເລຂາທິການໃຫຍ່ອາຊຽນ ; ປະທານທີ່ປຶກສາທຸລະກິດອາຊຽນ ແລະ ຫົວໜ້າຄະນະບໍລິຫານທີ່ປຶກສາທຸລະກິດອາຊຽນ ຂອງປະເທດສະມາຊິກອາຊຽນ, ໂດຍການເປັນປະທານກອງປະຊຸມ ພະນະທ່ານ ໂຈໂກ ວີໂດໂດ, ປະທານນາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ
May be an image of 1 person