ໄອເອັມເອັຟ ເຕືອນ ຊິມບັບເວ ເຖິງແຜນການໃຊ້ເງິນດີຈີຕອນ

23

ສຳນັກຂ່າວ BNews ລາຍງານວ່າ: ເມື່ອວັນທີ 9 ພຶດສະພາຜ່ານມາ ກອງທຶນການເງິນລະຫວ່າງປະເທດ ( ໄອເອັມເອັຟ ) ໄດ້ມີຄໍາເຕືອນເຖິງປະເທດຊິມບັບເວ ( Zinbabwe ) ຕໍ່ກໍລະນີແຜນການໃຊ້ເງິນດີຈີຕອນ ໂດຍ ໄອເອັມເອັຟ ບໍ່ຢາກໃຫ້ໃຊ້ເງິນດີຈີຕອນທີ່ມີຄໍາໜຸນຫຼັງ ເພື່ອຈັດການກັບ ຄວາມທ້າທາຍທາງເສດຖະກິດມະຫາພາກໃນປະເທດ.

ກ່ອນໜ້ານີ້, ທະນາຄານກາງ ແຫ່ງ ຊິມບັບເວ ໄດ້ເລີ່ມຂາຍເງິນດີຈີຕອນໃຫ້ກັບນັກລົງທຶນຕັ້ງແຕ່ 10 ໂດລາຂຶ້ນໄປ ສໍາລັບບຸກຄົນທົ່ວໄປ ແລະ 5.000 ໂດລາ ສໍາລັບບໍລິສັດ ແລະ ສະຖາບັນຕ່າງໆ ເມື່ອວັນທີ 8 ພຶດສະພາຜ່ານມາ.

ไม่มีคำอธิบายรูปภาพ

ການເຄື່ອນໄຫວດັ່ງກ່າວນີ້, ຖືກເບິ່ງວ່າເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການຫຼຸດຄວາມຕ້ອງການເງິນໂດລາ ເນື່ອງຈາກຂະນະນີ້ກຳລັງແທນທີ່ສະກຸນເງິນທ້ອງຖິ່ນ ມາເປັນສະກຸນເງິນດີຈີຕອນທີ່ໃຊ້ໃນການເຮັດທຸລະກຳຈໍານວນຫຼາຍ.

ໂຄສົກຂອງ ໄອເອັມເອັຟ ກ່າວວ່າ: ຄວນມີການປະເມີນຢ່າງຮອບຄອບ ເພື່ອໃຫ້ແນ່ໃຈວ່າຜົນປະໂຫຍດຈາກມາດຕະການນີ້ໃຫຍ່ຫຼວງກວ່າລາຍຈ່າຍ ແລະ ມີຄວາມສ່ຽງທີ່ອາດເກີດຂຶ້ນ ເຊັ່ນ: ຄວາມສ່ຽງຕໍ່ສະຖຽນລະພາບທາງການເງິນ ແລະ ເສດຖະກິດມະຫາພາກ, ຄວາມສ່ຽງດ້ານກົດໝາຍ ແລະ ການດຳເນີນງານ ຫຼື ການບໍລິຫານ.

อาจเป็นรูปภาพของ เงิน และ ข้อความ

ໄອເອັມເອັຟ ຍັງຮຽກຮ້ອງໃຫ້ ຊິມບັບເວ ໃຊ້ມາດຕະການທົ່ວໄປ ເພື່ອຈັດການກັບຄວາມທ້າທາຍທາງເສດຖະກິດ ເຊັ່ນ: ການຮັກສານະໂຍບາຍການເງິນຕາທີ່ເຂັ້ມງວດ ແລະ ຍູ້ແຮງການເປີດເສລີໃຫ້ຕະຫຼາດເງິນຕາຕ່າງປະເທດ ໂດຍຍົກເລີກຂໍ້ຈໍາກັດກ່ຽວກັບອັດຕາແລກປ່ຽນ.

ປີຜ່ານມາ, ໄອເອັມເອັຟ ຍັງເຕືອນສາທາລະນະລັດອາຟຣິກາກາງ ກ່ຽວກັບການຍອມຮັບ bitcoin ສຳລັບການເຮັດທຸລະກຳໃນເດືອນເມສາ 2022. ຈາກນັ້ນ, ອາຟຣິກາກາງ ຢຸດດຳເນີນການຊົ່ວຄາວໃນເດືອນກໍລະກົດ 2022.