ອັດຕາເງິນເຟີ້ຂອງອາເມຣິກາ ເພີ່ມຂຶ້ນ 4,9% ໃນເດືອນເມສາ

28

ສຳນັກຂ່າວຕ່າງປະເທດລາຍງານວ່າ: ອັດຕາເງິນເຟີ້ຂອງສະຫະລັດອາເມຣິກາ ໃນເດືອນເມສາຢູ່ໃນລະດັບ 4,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເຊິ່ງເພີ່ມຂຶ້ນຕ່ຳກວ່າທີ່ນັກວິເຄາະຄາດການໄວ້.

อาจเป็นรูปภาพของ 2 คน, เงิน และ ข้อความ

ແນວໃດກໍຕາມ, ອັດຕາເງິນເຟີ້ຍັງຢູ່ລະດັບສູງ ເຖິງວ່າທະນາຄານກາງສະຫະລັດ ( ເຟດ ) ຈະພະຍາຍາມປັບຫຼຸດຕົ້ນທຶນສິນຄ້າ ແລະ ບໍລິການກໍຕາມ ລວມເຖິງການປັບຂຶ້ນອັດຕາດອກເບ້ຍ ເພື່ອສະກັດເງິນເຟີ້ ໂດຍນັບແຕ່ເດືອນມີນາ 2022 ເປັນຕົ້ນມາ ຈົນຮອດປັດຈຸບັນ ເຟດ ໄດ້ປັບຂຶ້ນອັດຕາດອກເບ້ຍແລ້ວຢ່າງຫນ້ອຍ 10 ຄັ້ງ ລວມເປັນ 5,0% ເຮັດໃຫ້ອັດຕາດອກເບ້ຍກູ້ຢືມເພີ່ມຂຶ້ນສູ່ລະດັບສູງສຸດໃນຮອບ 16 ປີ.

อาจเป็นรูปภาพของ 1 คน, เงิน และ ข้อความ

ລາຍງານຂ່າວລະບຸວ່າ: ດັດສະນີລາຄາຜູ້ບໍລິໂພກ ( CPI ) ໄດ້ຄ່ອຍໆຫຼຸດລົງ ຫຼັງຈາກທີ່ປັບຂຶ້ນສູ່ຈຸດສູງສຸດ 9% ໃນເດືອນມິຖຸນາ 2022 ແນວໃດກໍຕາມ ອັດຕາເງິນເຟີ້ຍັງຢູ່ລະດັບສູງກວ່າເປົ້າໝາຍທີ່ ເຟດ ກຳນົດໄວ້ທີ່ 2%.