ຈີນ ເຜີຍດັດຊະນີ CPI ເດືອນເມສາ ເພີ່ມຂຶ້ນ 0,1% ຂະນະທີ່ PPI ຫຼຸດລົງ 3,6%

25

ສໍານັກຂ່າວອິນໂຟເຄວສ໌ ລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດຈີນ ( NBS ) ລາຍງານໃນວັນທີ 11 ພຶດສະພາວ່າ ດັດຊະນີລາຄາຜູ້ບໍລິໂພກ ( CPI ) ເຊິ່ງເປັນມາດຖານວັດເງິນເຟີ້ຈາກການໃຊ້ຈ່າຍຂອງຜູ້ບໍລິໂພກ ຂະຫຍາຍຕົວໃນອັດຕາຕໍ່າສຸດໃນຮອບ 2 ປີ ໃນເດືອນເມສານີ້. ຂະນະທີ່ດັດຊະນີລາຄາຜູ້ຜະລິດ ( PPI ) ເຊິ່ງເປັນມາດຖານວັດຕົ້ນທຶນສິນຄ້າທີ່ໜ້າປະຕູໂຮງງານ ປັບລົງຢ່າງຕໍ່ເນື່ອງ ອັນໄດ້ສະທ້ອນໃຫ້ເຫັນວ່າ ລັດຖະບານຈີນ ມີຄວາມຈໍາເປັນຕ້ອງໃຊ້ມາດຕະການກະຕຸ້ນເພີ່ມຕື່ມ ເພື່ອປະຄອງເສດຖະກິດໃຫ້ຟື້ນຕົວຫຼັງການແຜ່ລະບາດຂອງໂຄວິດ – 19.

ທັງນີ້ NBS ລະບຸວ່າ: ດັດຊະນີ CPI ເດືອນເມສາຂອງຈີນ ເພີ່ມຂຶ້ນພຽງ 0,1% ເມື່ອທຽບເປັນລາຍປີ ເຊິ່ງເປັນອັດຕາການຂະຫຍາຍຕົວຕໍ່າສຸດໃນຮອບ 2 ປີ ຫຼື ນັບແຕ່ປີ 2021 ແລະ ຕໍ່າກວ່າທີ່ນັກວິເຄາະຄາດການໄວ້ ໂດຍສໍານັກຂ່າວຣອຍເຕີ້ ຄາດວ່າເພີ່ມຂຶ້ນ 0,4% ຫຼັງຈາກທີ່ເພີ່ມຂຶ້ນ 0,7% ໃນເດືອນມີນາ.

ສ່ວນດັດຊະນີ PPI ເດືອນເມສາ ປັບລົງ 3,6% ເມື່ອທຽບເປັນລາຍປີ ເຊິ່ງຫຼາຍກວ່າທີ່ນັກວິເຄາະຄາດການໄວ້ ໂດຍຄາດວ່າອາດຫຼຸດລົງ 3,2% ຫຼັງຈາກທີ່ປັບລົງ 2,5% ໃນເດືອນມີນາ ໂດຍດັດຊະນະ PPI ໃນເດືອນເມສາປີນີ້ ປັບລົງຮຸນແຮງທີ່ສຸດນັບຕັ້ງແຕ່ເດືອນພຶດສະພາປີ 2020 ແລະ ເປັນການປັບຕົວລົງຕິດຕໍ່ກັນເດືອນທີ 7 ເຊິ່ງສະທ້ອນໃຫ້ເຫັນວ່າທຸລະກິດໃນພາກໂຮງງານ ແລະ ຫຼາຍພາກສ່ວນໃນລະບົບເສດຖະກິດຂອງຈີນ ຍັງປະເຊີນກັບສະຖານະການທີ່ລໍາບາກ ເຖິງແມ່ນວ່າລັດຖະບານຈີນ ໄດ້ຕັດສິນໃຈຍົກເລີກນະໂຍບາຍໂຄວິດເປັນສູນ ໃນເດືອນທັນວາປີຜ່ານມາກໍຕາມ.

ທັງນີ້, ເສດຖະກິດຈີນ ຂະຫຍາຍຕົວ 4,5% ໃນໄຕມາດ 1 ປີນີ້ ເຊິ່ງສູງກວ່າທີ່ນັກວິເຄາະຄາດການທີ່ລະດັບ 4% ໂດຍໄດ້ແຮງໜຸນຈາກການຢຸດຕິມາດຕະການຄວບຄຸມໂຄວິດໃນເດືອນທັນວາປີຜ່ານມາ ແຕ່ການຟື້ນຕົວຂອງເສດຖະກິດ ບໍ່ສອດຄ່ອງກັນໃນຫຼາຍພາກສ່ວນ ໂດຍຂໍ້ມູນລະບຸວ່າ ກິດຈະກຳໃນພາກການຜະລິດຫົດຕົວລົງ ແລະ ການນໍາເຂົ້າຫຼຸດລົງໃນເດືອນເມສາຜ່ານມາ.