ເບຍລາວໃຈດີ ອັດສີດ 300 ລ້ານໃຫ້ທີມນັກກິລາທີ່ຄວ້າຫຼຽນກັບຄືນປະເທດ

28

ເປັນຂ່າວທີ່ດີຫຼາຍ ພ້ອມທັງເປັນການ ສ້າງຂວັນ ກໍາລັງໃຈ ໃຫ້ນັກກິລາລາວ ໃນການລ່າຫຼຽນລາງວັນ ຈາກງານການແຂ່ງຂັນ ກິລາ ຊີເກມ ທີ່ປະເທດ ກໍາປູເຈຍ ເປັນເຈົ້າພາບ ໂດຍທາງເພຈ ບໍລິສັດ ເບຍລາວ ຈຳກັດ  ໄດ້ປະກາດ ອັດສີດເງິນສະໜັບສະໜູນໃຫ້ກັບທີມນັກກິລາລາວ ທີ່ສາມາດ ຄວ້າຫຼຽນກັບຄືນມາປະເທດ ລວມມູນຄ່າ 300 ລ້ານກີບ ໂດຍເຫັນໄດ້ ຄວາມສໍາຄັນ ໃນການສົ່ງເສີມ ແລະ ພັດທະນາ ກິລາ ຢູ່ ສປປ ລາວ ໃຫ້ກ້າວໄກ ທຽບເທົ່າ ສາກົນ.

May be an image of 8 people and aircraft

ກໍາລັງດໍາເນີນໄປ ຢ່າງດຸເດືອດ ກັບງານມະຫະກໍາກິລາ ທີ່ຫຍິ່ງໃຫຍ່ທີ່ສຸດ ຂອງຊາດໃນເຂດ ອາຊີຕາເວັນອອກສຽງໃຕ້ ຫຼື SEA Games 2023 ໂດຍໃນປີນີ້ ຈັດຂຶ້ນ ເປັນຄັ້ງທໍາອິດ ໃນປະຫວັດສາດ ຂອງປະເທດກໍາປູເຈຍ ແລະມີທັງໝົດ 11 ຊາດເຂົ້າຮ່ວມ, ມີການແຂ່ງຂັນ ຊິງໄຊກັນ ທັງໝົດ 584 ຫຼຽນ ຈາກທັງໝົດ 36 ປະເພດກິລາ ມີນັກກິລາທັງໝົດ ເຂົ້າຮ່ວມ 6 ພັນກ່ວາຄົນ. ສໍາລັບ ສປປ ລາວ ມີນັກກິລາ, ຄູຝຶກ ແລະ ຄະນະນໍາເຂົ້າຮ່ວມທັງໝົດ 576 ຄົນ ໂດຍສົ່ງເຂົ້າຊິງໄຊ ໃນຈໍານວນ 32 ປະເພດກິລາ.

May be an image of 10 people, aircraft and text

ຜົນການແຂ່ງຂັນ ງານມະຫະກໍາ ກິລາຊີເກມ ຮອດວັນທີ 9 ພຶດສະພາ 2023, ທີມນັກກິລາລາວ ສາມາດ ຍາດໄດ້ແລ້ວ ຫຼຽນຄໍາ 5 ຫຼຽນ, ຫຼຽນເງິນ 8 ຫຼຽນ ແລະ ຫຼຽນທອງ 29 ຫຼຽນ, ຢູ່ອັນດັບທີ #9 ຈາກທັງໝົດ 11 ປະເທດ.

May be an image of 4 people and text

ງານການແຂ່ງຂັນ ມະຫະກໍາ ກິລາຊີເກມ ຄັ້ງທີ່ 32 ທີ່ປະເທດ ກໍາປູເຈຍ ຈະຈັດຂຶ້ນ ລະຫວ່າງວັນທີ 05-17 ພຶດສະພາ 2023. ມາຮ່ວມສົ່ງແຮງຈິດ ແຮງໃຈ ຮ່ວມສະໜັບສະໜູນທີມຊາດ ລາວ ໄປພ້ອມກັບ ບໍລິສັດ ເບຍລາວ ຈໍາກັດ ດັ່ງຄໍາຂວັນ Proud to be Lao ແລະ ເພື່ອໃຫ້ທັບນັກກິລາວ ສາມາດຍາດ ຫຼຽນປະເພດຕ່າງໆ ມາໃຫ້ໄດ້ຫຼາຍໆເພື່ອສ້າງຄວາມປະທັບໃຈ ຄວາມດີໃຈ ແລະ ຮອຍຍິ້ມ ໃຫ້ປວງຊົນລາວທັງຊາດ.

May be an image of 9 people, helicopter and text