ກຳມະບານ ຟຟລ ກັບ ກະຊວງ ພບ ເປີດການແຂ່ງຂັນສີມືແຮງງານ ປະຈຳປີ 2023

88

ສະຫະພັນກຳມະບານ ລັດວິສາຫະກິດໄຟຟ້າລາວ (ຟຟລ) ຮ່ວກັບ ສະຫະພັນກຳມະບານ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທີເປີດການແຂ່ງຂັນສີມືແຮງງານ ປະຈຳປີ 2023 ຂຶ້ນ. ທີ່ ຟຟລ ເພື່ອເປັນການຊົມເຊີຍວັນກຳມະການສາກົນ ຄົບຮອບ 137 ປີ (1 ພຶດສະພາ 1886-1 ພຶດສະພາ 2023) ໃນວັນທີ 6 ພຶດສະພາ 2023 ຜ່ານມາ.


ໂດຍການເຂົ້າຮ່ວມຂອງທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ ຟຟລ, ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ວິໄລ ວົງຂະເສີມ ຮອງປະທານ ຄະນະບໍລິຫານສູນກາງສະຫະພັນກຳມະບານລາວ, ມີຕາງໜ້າກຳມະບານ ທັງ 2 ພາກສ່ວນ, ມີພະນັກງານອ້ອມຂ້າງທີ່ກ່ຽວຂ້ອງ ແລະ ທີມງານເຂົ້າການແຂ່ງຂັນເຂົ້າຮ່ວມ.

ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ ຟຟລ ກ່າວບາງຕອນວ່າ: ເພື່ອເປັນການສ້າງຂະບວນການຄໍານັບຊົມເຊີຍ ວັນກໍາມະກອນສາກົນ 1 ພືດສະພາ 2023 ຄົບຮອບ 137 ປີ ແລະ ເປັນການຮັດແໜ້ນຄວາມສາມັກຄີພາຍໃນ-ພາຍນອກ ດ້ານການຈັດຕັ້ງ ລັດວິສາຫະກິດໄຟຟ້າລາວ ແລະ ບັນດາບໍລິສັດ, ລັດວິສາຫະກິດ, ບັນດາສະຖາບັນການສຶກສາ ແລະ ບັນດາກົມກອງອ້ອມຂ້າງກະຊວງພະລັງງານ ແລະ ບໍ່ແຮ່. ທັງເປັນການສົ່ງເສີມແນວຄວາມຄິດ ແລະ ການພັດທະນາທັກສະ, ຄວາມຮູ້, ຄວາມສາມາດ, ປະສົບການ ແລະ ບົດຮຽນຂອງພະນັກງານ ໃນຂະແໜງ ແລະ ບໍ່ແຮ່ ໃຫ້ມີການພັດທະນາຢ່າງຕໍ່ເນື່ອງແບບມືອາຊີບ ແລະ ສາມາດນຳໄປປະຍຸກໃຊ້ໃນອານາຄົດ ແລະ ສະແດງໃຫ້ເຫັນຫົວຄິດປະດິດສ້າງ, ແນວຄວາມຄິດໃນການພັດທະນາ ແລະ ການຄົ້ນຄິດສິ່ງປະດິດຕ່າງໆ ເພື່ອມາຮັບໃຊ້ໃນວຽກງານວິຊາສະເພາະຂອງຕົນ ແລະ ພັດທະນາຢ່າງຕໍ່ເນື່ອງ.


ໃນການແຂ່ງຂັນສີມືແຮງງານ ຕິດພັນກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນປະຈຸບັນ ຄະນະກໍາມະການ ໄດ້ກໍານົດເອົາ 5 ຫົວຂໍ້ໃນການແຂ່ງຂັນຄື: 1) ການຕິດຕັ້ງ ໝໍ້ນັບໄຟປະກອບ CT, VT: 22kV; 2) ການປ່ຽນຖ່າຍດອກກັນໄຟ ພາກແຮງດັນ 22kV; 3) ການປ່ຽນຖ່າຍດອກກັນໄຟ ພາກແຮງດັນສູງ 115kV; 4) ການປ່ຽນຖ່າຍໝໍ້ແປງ 22/0.4kV ແລະ 5) ນະວັດຕະກຳໃໝ່ ຈະຕ້ອງເປັນນະວັດຕະກຳທັນສະໃໝ ໃຊ້ເຕັກໂນໂລຍີ, ດັດແປງເຕັກໂນໂລຍີ ດ້ວຍຫົວຄິດປະດິດສ້າງຂອງຕົນເອງ ຫຼື ທິມງານ ໂດຍນໍາໃຊ້ຕົ້ນທຶນທີ່ຕໍ່າລົງແຕ່ໄດ້ການໃຊ້ງານຄືກັນກັບອຸປະ ກອນທີ່ຜະລິດຈາກໂຮງງານມີຄວາມແໜ້ນຢໍາ, ຖືກຕ້ອງ, ປອດໄພ ແລະ ການປະດິດເຄື່ອງມືຮັບໃຊ້ວຽກງານຕ່າງໆ ໂດຍກວມເອົາເຄື່ອງມືປະດິດເອງ ເພື່ອເຮັດໃຫ້ການແກ້ວຽກງານວ່ອງໄວຂຶ້ນຮັບປະກັນຄວາມຖືກຕ້ອງຂອງລະບົບ ຫຼື ແບບແຜນເຮັດວຽກໃຫ້ວ່ອງໄວ ມີຄວາມປອດໄພທີ່ສາມາດນຳໄປປະຍຸກໃຊ້ເປັນເຄື່ອງມືຊ່ວຍ ແກ້ໄຂວຽກງານຂອງ ຟຟລ ໃຫ້ວ່ອງໄວຂຶ້ນ.


ສໍາລັບບຸກຄະລາກອນ (ທີມ) ທີ່ຊະນະເລີດນອກຈາກລາງວັນແລ້ວ ທີມທີ່ໄດ້ອັນດັບທີ 1: ຖ້າເປັນພະນັກງານ ຟຟລ ອາດຈະຖືກພິຈາລະນາເລື່ອນຕຳແໜ່ງງານ ໃນຕຳແໜ່ງບໍລິຫານທີ່ມີ ຫຼື ອາດຈະພິຈາລະນາເປັນວິຊາການສະເພາະທາງ ໃນສາຍງານນັ້ນໆ ໂດຍບໍ່ໄດ້ຜ່ານການສອບເສັງ (ກໍລະນີເປັນພະນັກງານສັນຍາຈ້າງອາດຈະຖືກບັນຈຸເຂົ້າເປັນພະນັກງານຖາວອນຂອງໄຟຟ້າລາວ); ຖ້າເປັນນັກສຶກສາ-ນັກຮຽນຂອງສະຖາບັນ, ວິທະຍາໄລ, ໂຮງຮຽນນັ້ນໆ ແມ່ນອາດຈະຖືກພິຈາລະນາບັນຈຸເຂົ້າເປັນພະນັກງານໄຟຟ້າລາວ. ອັນດັບທີ 2 ແລະ 3 ໃນແຕ່ລະຫົວຂໍ້ແຂ່ງຂັນ ແມ່ນຈະໄດ້ຮັບລາງວັນດັ່ງນີ້: ສໍາລັບອົງກອນ, ເອກະຊົນ: ແມ່ນຈະໄດ້ເອົາເຂົ້າເປັນມາດຕະຖານໃນການປະຕິບັດວຽກງານວິຊາສະເພາະໃນ ແຕ່ລະຫນ້າວຽກ ເພື່ອເປັນຕົວຊີ້ວັດ ໃນການປະເມີນຜົນງານ KPIs ທີ່ ຟຟລ ທີ່ກຳລັງຈະຈັດຕັ້ງປະຕິບັດ; ຈະເປັນການຈັດວາງ, ກໍານົດຕໍາແໜ່ງງານ ໃນກຸ່ມວຽກເຕັກນິກນັ້ນໆໄດ້ຢ່າງຊັດເຈນ; ຈະເປັນມາດຕະຖານ ແລະ ແນວທາງການຈັດຕັ້ງປະຕິບັດວຽກງານ ຂອງບັນດາ ບໍລິສັດເອກະຊົນໃນການໃຫ້ບໍລິການສັງຄົມ ແລະ ຖືກຕ້ອງຕາມເຕັກນິກ ຟຟລ; ຈະເປັນການຕໍ່ຍອດຫົວຄິດປະດິດສ້າງ ແລະ ພັດທະນາສີມືແຮງງານ ຂອງພະນັກງານລັດ ແລະ ເອກະຊົນໄປພ້ອມໆກັນ; ຈະເຫັນໄດ້ບຸກຄະລາກອນ ຜູ້ທີ່ມີສັກກະຍາພາບ, ມີຄວາມຮູ້ຄວາມສາມາດ, ມີພອນສະຫວັນ ແລະ ແນວຄິດປະດິດສ້າງ ເພື່ອພັດທະນາອົງກອນໃຫ້ກ້າວໜ້າ.


ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ກ່າວບາງຕອນວ່າ: ງານແຂ່ງຂັນສີມືແຮງງານ ປະຈຳປີ 2023 ນີ້ ກໍເພື່ອຍົກລະດັບດ້ານທັກສະ ແລະ ທັດສະນະຄະຕິໃນການປະຕິບັດງານໃຫ້ແກ່ພະນັກງານ-ກຳມະກອນ ທີ່ມີປະສົບການມາກ່ອນແລ້ວໃຫ້ມີຄວາມຊຳນານງານ, ມີລະບຽບໃນການອອກແຮງງານ ເພື່ອຍົກລະດັບເຕັກນິກ, ເຕັກໂນໂລຊີ ກະກຽມທົດສອບສີມືແຮງງານ ຕາມມາດຕະຖານຂອງສາຂາອາຊີບ ທີ່ສັງກັດຢູ່ໃນຂະແໜງການຂອງພວກເຮົາໃນລະດັບຊາດ, ພາກພື້ນ ແລະ ສາກົນ. ເພື່ອປະກອບພື້ນຖານທາງດ້ານທິດສະດີ ແລະ ພຶດຕິກຳ ໂດຍສະເພາະແມ່ນ ຕ້ອງຮັບປະກັນໄດ້ຄຸນນະພາບ, ມາດຕະຖານ ແລະ ການແຂ່ງຂັນລວມທັງຍິງ ແລະ ຊາຍ ບໍ່ຈຳແນກຊົນເຜົ່າ ມີສິດສະເໜີພາບໄດ້ເຂົ້າຮັບການສ້າງ ແລະ ພັດທະນາສີມືແຮງງານ.