ສ ເກົາຫຼີ ມອບລົດຮັບ-ສົ່ງຄົນເຈັບ 15 ຄັນ ໃຫ້ລາວ

113

ໃນວັນທີ 9 ພຶດສະພາ 2023, ທ່ານລີ ຊາງກອນ ຫົວໜ້າສະຖານີປ້ອງກັນ ແລະ ຄວບຄຸມອັກຄີໄພ ແຂວງຊຸງຊອງນໍາໂດ ສ.ເກົາຫຼີ ແລະ ທ່ານ ດຣ. ນາງ ຢູຮຽນຊຸກ ປະທານສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳແຊຣິງ ພ້ອມດ້ວຍຄະນະ ໄດ້ນໍາເອົາລົດຮັບ-ສົ່ງຄົນເຈັບມາມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ກ່າວຮັບໂດຍທ່ານ ລີປາວ ຢ່າງ ຮອງລັດຖະມົນຕີກະຊວງ ຮສສ, ມີທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງ ຮສສ ພ້ອມດ້ວຍບັນດາແຂກທີ່ຖືກເຊີນເຂົ້າຮ່ວມເປັນສັກຂີພິຍານ.

No description available.
ສໍາລັບລົດຮັບ-ສົ່ງຄົນເຈັບ ປະເພດ ລົດອຳບູລັງ ຈຳນວນ 15 ຄັນທີ່ນໍາມາມອບໃຫ້ຄັ້ງນີ້ ມີມູນຄ່າທັງໝົດ 393.616 ໂດລາສະຫະລັດ ເພຶື່ອໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມອບຕໍ່ໃຫ້ບັນດາກະຊວງ, ແຂວງ, ອົງການ ແລະ ມູນນິທິລວມທັງໝົດ 9 ພາກສ່ວນ ຄື: ກະຊວງປ້ອງກັນປະເທດ 2 ຄັນ, ກະຊວງປ້ອງກັນຄວາມສະຫງົບ 2 ຄັນ, ກະຊວງສາທາລະນະສຸກ 2 ຄັນ, ກະຊວງອຸດສາຫະກໍາ-ການຄ້າ 3 ຄັນ, ກະຊວງສຶກສາທິການ ແລະ ກິລາ 2 ຄັນ, ອົງການກາແດງແຫ່ງຊາດລາວ 1 ຄັນ, ພະແນກ ຮສສ ແຂວງຊຽງຂວາງ 1 ຄັນ, ມູນລະນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ (1623) 1 ຄັນ ແລະ ມູນລະນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ (1624) 1 ຄັນ ຄຸ້ມຄອງ ແລະ ນຳໃຊ້ໃຫ້ເກີດເປັນປະໂຫຍດສູງສຸດຕໍ່ປະຊາຊົນບັນດາເຜົ່າຕໍ່ໄປ.

No description available.
ໂອກາດນີ້, ທ່ານຮອງລັດຖະມົນຕີກະຊວງ ຮສສ ໄດ້ກ່າວສະແດງຄວາມຂອບໃຈນໍາບັນດາທ່ານທີ່ໄດ້ນໍາລົດຮັບ-ສົ່ງຄົນເຈັບມາມອບໃຫ້ ແລະ ລົດດັ່ງກ່າວຈະຖືກນໍາໃຊ້ເຂົ້າໃນວຽກງານສຸກເສີນຕ່າງໆທີ່ອາດຈະເກີດຂຶ້ນໃນສັງຄົມ ເປັນຕົ້ນແມ່ນການເກີດໄພພິບັດທາງທຳມະຊາດ, ອັກຄີໄພ, ພະຍາດລະບາດວົງກວ້າງ, ການເກີດອຸບັດຕິເຫດທາງທ້ອງຖະໜົນ, ຄົນເຈັບປ່ວຍ ແລະ ບັນຫາອື່ນໆທີ່ຈຳເປັນໃນສັງຄົມ.

No description available.